Home ຂ່າວການເມືອງ ກະຊວງພາຍໃນ ອອກບັດລັດຖະກອນ ເອເລັກໂຕຣນິກ ສໍາເລັດເປັນສ່ວນຫລາຍ

ກະຊວງພາຍໃນ ອອກບັດລັດຖະກອນ ເອເລັກໂຕຣນິກ ສໍາເລັດເປັນສ່ວນຫລາຍ

0

ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2022 ແຕ່ວັນທີ 21-22 ກໍລະກົດນີ້ ຢູ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ວ່າ: ວຽກງານຄຸ້ມຄອງພະນັກ ງານ-ລັດຖະກອນ ດ້ວຍລະບົບເອເລັກໂຕຣນິກ ພວມດໍາເນີນຢ່າງເປັນປົກກະຕິ ແລະ ມາຮອດປັດຈຸບັນ ການອອກບັດລັດຖະກອນອີເລັກໂຕຣນິກ ແມ່ນສໍາເລັດເປັນສ່ວນໃຫຍ່.

ທ່ານ ລັດຖະມົນຕີກະຊວງພາຍໃນ ໃຫ້ຮູ້ຕື່ມວ່າ: ນັບຕັ້ງແຕ່ທ້າຍປີ 2018 ເປັນຕົ້ນມາ ບັນດາກະ ຊວງ, ອົງການທຽບເທົ່າກະຊວງ ຂັ້ນສູນກາງ ໄດ້ນໍາໃຊ້ລະບົບຖານຂໍ້ໍມູນລັດຖະກອນ ເຂົ້າໃນວຽກງານລັດຖະກອນ ຢູ່ອົງການຈັດຕັ້ງຂອງຕົນຢ່າງມີປະສິທິພາບ, ສະດວກ ແລະ ວ່ອງໄວຂຶ້ນກ່ອນເກົ່າ. ສໍາລັບການສ້າງລະບົບບັນຊີຈໍານວນພົນ ແລະ ບັນຊີເງິນເດືອນ ເປັນບັນຊີດຽວກັນ ແມ່ນໄດ້ເລີ່ມຕົ້ນຈັດຕັ້ງຢູ່ກະ ຊວງພາຍໃນ, ຫ້ອງການສໍານັກງານນາຍົກລັດຖະມົນຕີ ແລະ ຄັງເງິນແຫ່ງຊາດ ນັບແຕ່ງວດ 1 ປີ 2018. ມາຮອດປັດຈຸບັນ ໄດ້ສໍາເລັດການຈັດພິມ ແລະ ແຈກຢາຍບັດພະນັກງານ-ລັດຖະກອນ ຂອງກະ ຊວງ, ອົງການ ແລະ ບັນດາແຂວງ ຄື: ຂັ້ນສູນກາງ ຈໍານວນ 46 ພາກສ່ວນ, ສໍາເລັດ 42 ພາກສ່ວນ ມີຈໍານວນ 12.857 ຄົນ, ຍັງຢູ່ຂັ້ນຕອນການພິມບັດ 4 ພາກສ່ວນ. ຂັ້ນແຂວງ ຈໍານວນ 18 ແຂວງ ສໍາເລັດແລ້ວ 2 ແຂວງ ຈໍານວນ 2.746 ຄົນ (ນະຄອນຫລວງວຽງຈັນ ແລະ ແຂວງຫລວງນໍ້າທາ), ສ່ວນ 16 ແຂວງ ຍັງຢູ່ໃນຂັ້ນຕອນການຈັດພິມບັດ ແລະ ສໍາລັບຂັ້ນເມືອງ ແມ່ນຢູ່ໃນຂັ້ນຕອນການກະກຽມຂະຫຍາຍການນໍາໃຊ້ຂໍ້ມູນລັດ ຖະກອນໃນຂອບເຂດທົ່ວປະເທດ.

ທ່ານ ລັດຖະມົນຕີກະຊວງພາຍໃນ ເປີດເຜີຍວ່າ: ຕາມຕົວເລກສະຖິຕິໃນປີ 2021 ທົ່ວປະເທດມີພະນັກງານ-ລັດຖະກອນ ລວມທັງໝົດ 176.151 ຄົນ(ຍິງ 83.102 ຄົນ); ໃນນີ້ ລັດຖະກອນຄູ ກວມ 74.041 ຄົນ (ຍິງ 40.081 ຄົນ), ປະມານ 42% ຂອງຈໍານວນລັດຖະກອນທັງໝົດ ແລະ ໃນຈໍານວນ ລວມດັ່ງກ່າວ ເຫັນວ່າບັນຈຸຢູ່ຂັ້ນສູນກາງ 14%, ບັນຈຸຢູ່ຂັ້ນແຂວງ 21 ແລະ ບັນຈຸຢູ່ຂັ້ນເມືອງ 65% ເຊິ່ງຈໍານວນລັດຖະກອນທັງໝົດ ເມື່ອທຽບໃສ່ຈໍານວນພົນລະເມືອງລາວ ທີ່ມີປະມານ 7,3 ລ້ານຄົນ ແມ່ນເທົ່າກັບ 2,4%. ຂະນະທີ່ ໃນປີ 2021 ພະນັກງານລັດຖະກອນ ທີ່ອອກທຸກຮູບການ ແມ່ນມີຈໍານວນ 2.548 ຄົນ.

ຂ່າວ: ສຸພາສະຫວັນ ສີຊະນະມຸງຄຸນ.

ຮູບ: ອ່າຍຄໍາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version