Home ຂ່າວຕ່າງປະເທດ ທ່ານກົງສຸນໃຫຍ່ ເເຫ່ງ ສປປ ລາວ ປະຈຳ ນະຄອນຄຸນມິງ ເຂົ້າຮ່ວມພິທີມອບ-ຮັບ ໂຄງການຊ່ວຍເຫຼືອຕ້ານພະຍາດໂຄວິດ-19

ທ່ານກົງສຸນໃຫຍ່ ເເຫ່ງ ສປປ ລາວ ປະຈຳ ນະຄອນຄຸນມິງ ເຂົ້າຮ່ວມພິທີມອບ-ຮັບ ໂຄງການຊ່ວຍເຫຼືອຕ້ານພະຍາດໂຄວິດ-19

0

ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2022, ຢູ່ທີ່ຫ້ອງການປົກຄອງເຂດດ່ານບໍ່ຫານ, ກິ່ງແຂວງສິບສອງພັນນາ, ແຂວງຢຸນນານ ໄດ້ມີການຈັດພິທີມອບ-ຮັບໂຄງການຊ່ວຍເຫລືອຕ້າພະຍາດໂຄວິດ-19 ແລະ ອຸປະກອນການແພດ ທີ່ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ມອບໃຫ້ແກ່ ແຂວງຫລວງນໍ້າທາ ຂອງ ສປປ ລາວ.

ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ຫວັງ ເວີຍ, ຮອງຫົວຫນ້າຫ້ອງການພົວພັນຕ່າງປະເທດ ແຂວງຢູນນານ, ທ່ານ ສູ ເຄີ້ຮຸ່ຍ, ຮອງເຈົ້າກິ່ງແຂວງສິບສອງພັນນາ ແລະ ທ່ານນາງ ມະນີລາ ສົມບັນດິດ, ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນຄຸນມິງ ພ້ອມດ້ວຍພະນັກງານຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຂອງສອງຝ່າຍ ຈໍານວນຫນຶ່ງ.

ໃນໂອກາດນີ້, ທ່ານກົງສຸນໃຫຍ່ ໄດ້ຕາງຫນ້າໃຫ້ພັກ-ລັດຖະບານ ກໍຄື ປະຊາຊົນລາວ ໂດຍສະເພາະອໍານາດການປົກຄອງ ແລະ ປະຊາຊົນແຂວງຫລວງນໍ້າທາ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງພັກ-ລັດ ຖະບານ ແລະ ປະຊາຊົນ ແຫ່ງ ສປ ຈີນ ກໍ່ຄື ແຂວງຢູນນານ ແລະ ກິ່ງແຂວງສິບສອງປັນນາ ທີ່ໄດ້ໃຫ້ການຊ່ວຍເຫລືອດ້ານການແພດ ເປັນຈໍານວນຫລວງຫລາຍ ແກ່ ສປປ ລາວ ກໍ່ຄື ບັນດາແຂວງພາກເຫນືອຂອງລາວ ນັບແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ ແລະ ຄັ້ງນີ້ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ ກໍ່ໄດ້ໃຫ້ການຊ່ວຍເຫລືອໃນການສ້າງສະຖານທີ່ອະເຊື້ອສໍາລັບສິນຄ້າ ມູນຄ່າ 3.858.700 ຢວນ ແລະ ອຸປະກອນການແພດ ມູນຄ່າ 250.000 ຢວນແກ່ ແຂວງຫລວງນໍ້າທາຂອງລາວ ແລະ ເຊື່ອຫມັ້ນເປັນຢ່າງຍິ່ງວ່າ ການຊ່ວຍເຫລືອດັ່ງກ່າວນີ້ ຈະປະກອບສ່ວນຢ່າງສໍາຄັນເຂົ້າໃນການເພີ່ມທະວີການຮັດແຫນ້ນໄມຕີຈິດມິດຕະພາບ ທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ, ພ້ອມທັງຈະເປັນການຊ່ວຍຫລຸດຕົ້ນທຶນໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄື ບັນດາບໍລິສັດຈາກ ສປປ ລາວ ໃນການຂົນສົ່ງສິນຄ້າເຂົ້າໄປ ສປ ຈີນ ແລະ ຮອງຮັບສະພາບການຮ່ວມມືດ້ານການຄ້າ ທີ່ກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງທີ່ລົດໄຟລາວ-ຈີນ ໄດ້ເປີດນໍາໃຊ້. ນອກນັ້ນ, ກໍ່ຍັງຈະເປັນການປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ແຂວງຫລວງນໍ້າທາ ອີກດ້ວຍ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version