Home ສາລະໜ້າຮູ້ ເຄັດລັບຜິວໜ້າຂາວໃສດ້ວຍ “ນົມສົດ”

ເຄັດລັບຜິວໜ້າຂາວໃສດ້ວຍ “ນົມສົດ”

0

ທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ພວກເຮົາຈະມາແນະນຳກ່ຽວກັບການເບີ່ງແຍງຜິວໜ້າ ໂດຍການໃຊ້ນົມສົດມາເບີ່ງນຳກັນເລີຍ!.

1. ນົມສົດສາມາດໃຊ້ແທນໂທນເນີໄດ້! ຫຼັງຈາກລ້າງໜ້າແລ້ວເອົາສໍາລີມາຈຸ່ມນົມສົດ ແລ້ວເຊັດ ແລະ ນວດໃຫ້ທົ່ວໃບໜ້າ ເພື່ອໃຫ້ນົມຊືມເຂົ້າໄປໃນບໍລິເວນຜິວໜັງແລ້ວລ້າງອອກ ພຽງແຕ່ວິທີງ່າຍໆ ແບບນີ້ຈະໄດ້ຮັບໃບໜ້າທີ່ອ່ອນ ແລະ ນຽນນຸ້ມ.

2. ຖ້າຢາກມີໃບໜ້າທີ່ຊຸ່ມຊື່ນ ແລະ ສົດໃສ! ພຽງແຕ່ເອົານົມສົດປົນກັບນໍ້າສະອາດໃສ່ຕຸກ ແລ້ວເອົາໄປແຊ່ໃນຕູ້ເຢັນແລ້ວ ຫຼັງຈາກນັ້ນສີດໃສ່ໜ້າໃນເວລາກາງເວັນ ທ່ານຈະມີຜິວໜ້າທີ່ຊຸ່ມຊື່ນ ແລະ ໜ້າສຳພັດ.

3. ສາວໆຂອບຕາດຳຄືໝີແພນດາ ນອນເດິກມີຕາຂອບດຳ ພວກເຮົາມີວິທີຊ່ວຍເຫຼືອ ພຽງແຕ່ຈຸ່ມສໍາລີໃສ່ນົມສົດເຢັນໆ ຫຼັງຈາກນັ້ນປະໄວ້ປະມານ 10-15 ແລ້ວລ້າງອອກດ້ວຍນໍ້າຈະເຮັດໃຫ້ຮອຍຄໍ້າຈາງລົງ *ຜູ້ຍິງຄວນຫຼີກລ້ຽງການທາຄີມທີ່ໃກ້ກັບຂອບຕາ ເພາະຈະເຮັດໃຫ້ຕາດຳຂື້ນ*

4. ມາກໜ້າສູດນີ້ແມ່ນດີ! ສູດນີ້ແມ່ນສູດໃໝ່ຄື: ນຳເອົາຫມາກ​ເລັ່ນຕັດເປັນຕ່ອນບາງໆ (ແຊ່ໄວ້ຕູ້ເຢັນ) ແລະ ຈຸ່ມໃສ່ນົມສົດ ຈາກນັ້ນເອົາມາທາໃຫ້ທົ່ວໃບໜ້າ ປະໄວ້ປະມານ 15-20 ນາທີ ແລ້ວລ້າງອອກ.

ອີກສູດໜຶ່ງສຳລັບໃບໜ້າທີ່ຜົດຜື່ນຈາກສິວຄວນໃຊ້ນົມສົ້ມປະສົມໂຢເກີດ

ອຸປະກອນທີ່ຕ້ອງກະກຽມຄື:

1. ໂຢເກີດລົດທຳມະຊາດ

2. ນົມສົ້ມ

3. ສໍາລີ

ວິທີເຮັດ

1. ອັດຕາສ່ວນຂອງໂຢເກີດ 2 ບ່ວງ ຕໍ່ກັບນົມສົ້ມ 1 ບ່ວງປະສົມເຂົ້າກັນແລ້ວຄົນໃຫ້ເປັນເນື້ອດຽວກັນ.

2. ເອົາສໍາລີຈຸ່ມໃສ່ສ່ວນປະສົມ ຫຼັງຈາກນັ້ນທາທົ່ວໃບໜ້າຍົກເວັ້ນຮອບດວງຕາ ແລ້ວປະເຄິ່ງຊົ່ວໂມງ ຈາກນັ້ນລ້າງອອກດ້ວຍໂຟມ ໃນເວລາພຽງສອງສາມມື້ເທົ່ານັ້ນ ທ່ານຈະສາມາດມີຄວາມສຸກກັບໃບໜ້າເປັ່ງປັງ ທົດລອງເຮັດເບີ່ງເດີ!.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version