Home ສາລະໜ້າຮູ້ ອາຫານທີ່ຊ່ວຍໃຫ້ທ່ານນອນຫຼັບໄດ້ດີ

ອາຫານທີ່ຊ່ວຍໃຫ້ທ່ານນອນຫຼັບໄດ້ດີ

0

ທ່ານໃດທີ່ມີອາການນອນບໍ່ຫຼັບ, ນອນຫຼັບຍາກ, ນອນຫຼັບບໍ່ແຈບ ອາດເກີດຈາກຫຼາຍປັດໃຈ ເປັນຕົ້ນແມ່ນການກິນ, ຄວາມຄຽດ ແລະ ອື່ນໆ  ມື້ນີ້ເຮົາມີເມນູອາຫານທີ່ຊ່ວຍໃຫ້ບັນຫາອາການນອນຫຼັບຍາກຂອງທ່ານ ໃຫ້ສາມາດນອນຫຼັບງ່າຍ ມາເບີ່ງນຳກັນເລີຍ.

ໝາກກ້ວຍ: ໝາກກ້ວຍມີສານທຣິບໂຕເຟນ ສາມາດຊ່ວຍໃຫ້ຜ່ອນຄາຍ ແລະ ນອນຫຼັບງ່າຍ.


ປາເຊວມ້ອນ: ທີ່ອຸດົມໄປດ້ວຍທຣິບໂຕເຟນ ຊ່ວຍຜ່ອນຄາຍ ເຮັດໃຫ້ຫຼັບສະບາຍເຊັ່ນດຽວກັນ.

ຖົ່ວແປັບ: ຊ່ວຍເລັ່ງການສື່ສານປະສາດຊະນິດເຮໂຣໂທນິນ ຊ່ວຍໃຫ້ງຽບສະຫົງບ.

ເອວມ້ອນ: ທີ່ອຸດົມໄປດ້ວຍແມັກນິຊ້ຽນ ຊ່ວຍຜ່ອນຄາຍກ້າມຊີ້ນ.

ໄຂ່ຕົ້ມ: ມີໂປຣຕີນສູງ ສາມາດເຮັດໃຫ້ອາຫານຍ່ອຍງ່າຍ ແລະ ຜ່ອນຄາຍ.

ນໍ້າເຜີ້ງ: ມີກົດທີ່ສາມາດຊ່ວຍຜ່ອນຄາຍຄວາມຄຽດ ເຮັດໃຫ້ອາລົມດີ.

ໂຢເກີດ: ມີສ່ວນປະສົມຂອງນົມ ມີທຣິບໂຕເຟນ ສາມາດຊ່ວຍໃຫ້ຜ່ອນຄາຍເຊັ່ນດຽວກັນ.

ໃຜທີ່ນອນບໍ່ຫຼັບ, ນອນຫຼັບຍາກລອງກິນອາຫານເຫຼົ່ານີ້ເບີ່ງ ອາດຊ່ວຍໃຫ້ທ່ານນອນຫຼັບໄດ້ດີ ແລະ ນອນຫຼັບໄດ້ງ່າຍຂື້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version