Home ຂ່າວພາຍໃນ 6 ເດືອນຕົ້ນປີ ນວ ເກັບລາຍຮັບບັນລຸ 46,84% ຂອງແຜນການປີ

6 ເດືອນຕົ້ນປີ ນວ ເກັບລາຍຮັບບັນລຸ 46,84% ຂອງແຜນການປີ

0

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ນວ ໃນວັນທີ 21 ກໍລະກົດ 2022 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ 2022 ແຜນລາຍຮັບໝົດປີ ຈໍານວນ 5.576,34 ຕື້ກີບ ໃນນັ້ນລາຍຮັບພູດສູນກາງ (ພາສີ) 4.100 ຕື້ກີບ, ລາຍຮັບທ້ອງຖິ່ນ (ນວ) 1.476,34 ຕື້ກີບ, ມາຮອດວັນທີ 30 ມິຖຸນາ ສາມາດເກັບລາຍຮັບໄດ້ທັງໝົດ 2.611,95 ຕື້ກີບ ເທົ່າກັບ 46,84% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 20,92% ເທົ່າກັບ 451,96 ຕື້ກີບ) ໃນນັ້ນ ລາຍຮັບພູດສູນກາງ ປະຕິບັດໄດ້ 1.858,30 ຕື້ກີບ ເທົ່າກັບ 45,32% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 15.23% ເທົ່າກັບ 245,66 ຕື້ກີບ), ລາຍຮັບທ້ອງຖິ່ນ (ນວ) ປະຕິບັດໄດ້ 753,65 ຕື້ກີບ ເທົ່າກັບ 51,05% ຂອງແຜນການປີ 2022 (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາລື່ນ 37,69% ເທົ່າກັບ 206,30 ຕື້ກີບ), ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 276,83 ຕື້ກີບ ເທົ່າກັບ 44,26% ຂອງແຜນການປີ, ດ້ານດຸ່ນດ່ຽງປະຕິບັດໄດ້ 347,85 ຕື້ກີບ ເທົ່າກັບ 40,88% ຂອງແຜນການປີ (ແຜນການປີ 850,90 ຕື້ກີບ), ສັງລວມແລ້ວ ພູດ ນວ ຈັດເກັບໃນ 6 ເດືອນຕົ້ນປີ ປະຕິບັດໄດ້ຕາມແຜນທີ່ວາງໄວ້, ສ່ວນຄາດໝາຍທີ່ຍັງບໍ່ທັນປະຕິບັດໄດ້ແມ່ນການເກັບລາຍຮັບທີ່ສູນກາງປະຕິບັດຢູ່ ນວ ແລະ ລາຍຈ່າຍງົບປະມານ.

ດ້ານກະສິກຳ-ປ່າໄມ້ ສາມາດສະໜອງສະບຽງອາຫານໃຫ້ສັງຄົມຄື: ສະໜອງເຂົ້າໄດ້ 67.177 ໂຕນ ເທົ່າກັບ 88% ຂອງແຜນການ 76.361 ໂຕນຕໍ່ປີ, ສະເພາະພືດຜັກປະຕິບັດໄດ້ 75.925 ໂຕນ ເທົ່າກັບ 65,5% ຂອງແຜນການປີ 115.917 ໂຕນ, ການສະໜອງທາດຊີ້ນ, ປາ ປະຕິບັດໄດ້ 32.882 ໂຕນ, ປະຕິບັດໄດ້ 50,3% ຂອງແຜນຄວາມຕ້ອງການປີ 65.368 ໂຕນ.

ດ້ານການຜະລິດອຸດສາຫະກໍາ ຂະຫຍາຍຕົວ 5,56%, ການຜະລິດຫັດຖະກໍາຂະຫຍາຍຕົວ 4,34%, ການສົ່ງອອກປະຕິບັດໄດ້ 1.274,93 ລ້ານໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ (806,67 ລ້ານໂດລາ) ເພີ່ມຂຶ້ນ 58,04% (ແຜນການປີສົ່ງອອກບໍ່ໃຫ້ຫຼຸດ 18%), ສ່ວນດ້ານການລົງທຶນ ປະຕິບັດໄດ້ 18.810,91 ຕື້ກີບ ລື່ນແຜນ 43% ຂອງແຜນການປີ (ມະຕິສະພາ 13.300 ຕື້ກີບ) ສາມາດບັນລຸຄາດໝາຍ.

ສໍາລັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ສືບຕໍ່ສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວ GDP ບັນລຸຕາມແຜນທີ່ກໍານົດໄວ້ 6,5% ຄິດເປັນມູນຄ່າ GDP ຕາມລາຄາໃນປີ ປະມານ 63,076 ຕື້ກີບ GDP ສະເລ່ຍຕໍ່ຫົວຄົນເທົ່າກັບ 6.426 ໂດລາ ໃນນັ້ນ ຂະແໜງການກະສິກຳຂະຫຍາຍຕົວ ເພີ່ມຂຶ້ນ 4% ກວມເອົາ 14% ຂອງ GDP, ຂະແໜງອຸດສາຫະກໍາຂະຫຍາຍຕົວ ເພີ່ມຂຶ້ນ 9,5% ກວມເອົາ 50% ຂອງ GDP, ຂະແໜງການບໍລິການຂະຫຍາຍຕົວເພີ່ມຂຶ້ນ 4,5% ກວມເອົາ 36% ຂອງ GDP, ດ້ານລາຍຮັບ ສູ້ຊົນເກັບລາຍຮັບໃຫ້ໄດ້ 2.964,39 ຕື້ກີບ ໃນນັ້ນລາຍຮັບທີ່ສູນກາງປະຕິບັດຢູ່ ນວ ໃຫ້ໄດ້ 2.241,70 ຕື້ກີບ, ລາຍຮັບຂອງ ນວ ໃຫ້ໄດ້ 722,58 ຕື້ກີບ (ສູ້ຊົນໃຫ້ໄດ້ເກີນແຜນ 100 ຕື້ກີບ), ດ້ານລາຍຈ່າຍຄາດຄະເນ 6 ເດືອນທ້າຍປີບໍ່ໃຫ້ເກີນ 348,60 ຕື້ກີບ ແລະ ການດຸ່ນດ່ຽງ ໃຫ້ໄດ້ 503,06 ຕື້ກີບ.

(ຂ່າວ-ພາບ: ແສງຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version