Home ຂ່າວການເມືອງ ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022

ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022

0

ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ, ລັດ ຖະບານ ໄດ້ຈັດກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະ ມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະ ບານ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະ ຄອນຫຼວງວຽງຈັນ, ຕາງໜ້າຈາກແນວລາວສ້າງຊາດ, ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປໃນທ່າມ ກາງບັນຍາກາດທີ່ສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປ ຢ່າງສະຫຼັບສັບຊ້ອນ ບວກກັບຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ເຊິ່ງໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ເສດຖະກິດໂລກ, ໂດຍສະເພາະ ຕໍ່ຕ່ອງໂສ້ການຄ້າ ລະຫວ່າງປະເທດ, ການສະ ໜອງນ້ຳມັນ, ສະບຽງອາຫານ, ສິນຄ້າທີ່ຈຳເປັນຈຳນວນໜຶ່ງ ບໍ່ພຽງພໍກັບຄວາມຕ້ອງການ ຈຶ່ງເປັນສາເຫດຕົ້ນຕໍເຮັດໃຫ້ລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າສູງຂຶ້ນ ແລະ ເຮັດໃຫ້ອັດຕາເງິນເຟີ້ສູງຂຶ້ນໃນໂລກ, ລວມທັງ ປະເທດທີ່ຈະເລີນແລ້ວ, ຍິ່ງເປັນການຊ້ຳເຕີມຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວທາງດ້ານເສດຖະກິດ-ການຄ້າ ຂອງໂລກ ທີ່ແກ່ຍາວມາເປັນເວລາ 2 ປີກວ່າແລ້ວ ຍ້ອນຜົນກະທົບຈາກການແຜ່ລະບາດ ຂອງພະຍາດໂຄວິດ-19. ສໍາລັບຢູ່ປະເທດເຮົາ ກໍບໍ່ສາມາດຫຼີກລ່ຽງຜົນກະທົບ ຈາກສະພາບດັ່ງກ່າວເຊັ່ນດຽວກັນ, ໂດຍສະເພາະຜົນກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ທີ່ມີຄວາມບອບບາງຢູ່ແລ້ວ ເປັນຕົ້ນ ບັນຫາການຂາດດູນການຄ້າ ແລະ ເງິນຕາຕ່າງປະເທດ, ການເໜັງຕີງແຮງ ຂອງອັດຕາແລກປ່ຽນເງິນຕາ, ການເໜັງຕີງ ຂອງລາຄານ້ຳມັນເຊື້ອໄຟ, ລາຄາສິນຄ້າ, ເຄື່ອງອຸປະໂພກບໍລິໂພກທີ່ເພີ່ມຂຶ້ນສູງ.

ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2022 ຈະໄດ້ດຳເນີນເປັນເວລາ 2 ວັນ ຄື: ວັນທີ 21-22ກໍລະກົດ ເຊິ່ງຈະໄດ້ປຶກສາຫາລື, ຄົົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ 5 ຫົວຂໍ້ ທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ທີ່ສະພາແຫ່ງຊາດໄດ້ຮັບຮອງ ກໍ່ຄື ການແກ້ໄຂບັນຫາລວມຂອງຊາດ ດັ່ງນີ້:

(1) ບົດສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ໃນ 6 ເດືອນຕົ້ນປີ 2022 ແລະ ທິດທາງວຽກຈຸດສຸມ 6 ເດືອນທ້າຍປີ 2022 ຂອງລັດຖະບານ;

(2) ບົດລາຍງານ ແຜນປະຕິບັດຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບແຜນປະຕິບັດຕົວຈິງ 02 ວາລະແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 06 ເດືອນທ້າຍປີ 2022 ຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX;

(3) ບົດລາຍງານ ສະພາບການປະຕິບັດນະໂຍບາຍອັດຕາດອກເບ້ຍທະນາຄານ ລວມທັງສະພາບການຄຸ້ມຄອງສະຖາບັນການເງິນຈຸລະພາກ, ຮ້ານແລກປ່ຽນເງິນຕາ, ໂຮງຊວດຈຳ ແລະ ຮ້ານຄຳ ໃນໄລຍະຜ່ານມາ ແລະ ສະ ເໜີທິດທາງຄາດໝາຍປັບປຸງໃນຕໍ່ໜ້າ;

(4) ບົດລາຍງານ ສະພາບການແກ້ໄຂການຂາດແຄນ, ບໍລິການນ້ຳມັນ ແລະ ການປັບປຸງໂຄງສ້າງລາຄານ້ຳມັນ ໃນປະຈຸບັນ ແລະ ທິດທາງຄາດໝາຍປັບປຸງໃນຕໍ່ໜ້າ;

(5) ບົດລາຍງານຜົນສຳເລັດ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ທິດທາງແຜນການ, ມາດຕະການໃນຕໍ່ໜ້າ ພາຍຫຼັງການເປີດປະເທດ ໃນວັນທີ (09 ພິຶດສະພາ 2022) ແລະ ການແກ້ໄຂພະຍາດຕາມລະດູການ (ໄຂ້ຍຸງລາຍ).

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານ ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານ ນາຍົກລັດຖະມົນຕີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version