Home ທຸລະກິດ ເງິນໂດລາອ່ອນຄ່າເປັນວັນທີ 3 ຕິດຕໍ່ກັນ

ເງິນໂດລາອ່ອນຄ່າເປັນວັນທີ 3 ຕິດຕໍ່ກັນ

0
184

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 20 ກໍລະກົດທີ່ຜ່ານມານີ້, ສະກຸນເງິນໂດລາອ່ອນຄ່າລົງເປັນວັນທີ 3 ຕິດຕໍ່ກັນ ຂະນະທີ່ນັກລົງທຶນໄດ້ປັບຫຼຸດການຄາດຄະເນທີ່ວ່າ ທະນາຄານກາງອາເມຣິກາ (ເຟດ) ຈະປັບຂຶ້ນອັດຕາດອກເບ້ຍ 1% ໃນກອງປະຊຸມກຳນົດນະໂຍບາຍການເງິນໃນເດືອນນີ້.

ທາງດ້ານສະກຸນເງິນຢູໂຣແຂງຄ່າຂຶ້ນໃນວັນດຽວກັນ ໂດຍໄດ້ແຮງໜູນມາຈາກການຄາດຄະເນທີ່ວ່າ ທະນາຄານກາງເອີຣົບ (ECB) ຈະປັບຂຶ້ນອັດຕາດອກເບ້ຍ 0,5% ໃນກອງປະຊຸມອາທິດນີ້. ໂດຍສະກຸນເງິນໂດລາອ່ອນຄ່າ 0,12% ສູ່ລະດັບ 137,95 ເຢນຂະນະທີ່ສະກຸນເງິນຢູໂຣປັບຕົວເພີ່ມຂຶ້ນ 0,76% ສູ່ລະດັບ 141,16 ເຢນ ແລະ ປັບຕົວເພີ່ມຂຶ້ນ 0,88% ສູ່ລະດັບ 1,023 ໂດລາ ສ່ວນດັດຊະນີໂດລາ ຊຶ່ງເປັນດັດຊະນີວັດແທກການເຄື່ອນໄຫວຂອງໂດລາເມື່ອທຽບກັບສະກຸນເງິນຫຼັກ 6 ສະກຸນໃນກະຕ່າເງິນ -0,67% ສູ່ລະດັບ 106,65 ເຢນ. ຂ່າວແຈ້ງວ່າ ເຈົ້າໜ້າທີ່ ECB ກໍາລັງພິຈາລະນາປັບຂຶ້ນອັດຕາດອກເບ້ຍ 0,5% ໃນກອງປະຊຸມນະໂຍບາຍການເງິນໃນວັນນີ້ (21 ກໍລະກົດ) ຊຶ່ງຈະເປັນການປັບຂຶ້ນອັດຕາດອກເບ້ຍຫຼາຍກວ່າ 0.25% ທີ່ມີການຄາດຄະເນໄວ້ກ່ອນໜ້ານີ້. ທັງນີ້, ECB ໄດ້ມີມະຕິເຫັນດີຮັກສາອັດຕາດອກເບ້ຍນະໂຍບາຍໄວ້ຄືເກົ່າໃນກອງປະຊຸມເມື່ອເດືອນທີ່ຜ່ານມາ ແຕ່ໄດ້ສົ່ງສັນຍານປັບຂຶ້ນອັດຕາດອກເບ້ຍໃນເດືອນກໍລະກົດນີ້ ຊຶ່ງຈະເປັນການປັບຂຶ້ນອັດຕາດອກເບ້ຍເປັນຄັ້ງທຳອິດໃນຮອບ 11 ປີ ເພື່ອສະກັດກັ້ນການເພີ່ມຂຶ້ນຂອງອັດຕາເງິນເຟີ້.

ທາງດ້ານນັກລົງທຶນໄດ້ປັບຫຼຸດການຄາດຄະເນກ່ຽວກັບການທີ່ເຟດຈະປັບຂຶ້ນອັດຕາດອກເບ້ຍ 1% ໃນກອງປະຊຸມເດືອນນີ້ ຫຼັງຈາກມີການເປີດເຜີຍຂໍ້ມູນທີ່ລະບຸວ່າ ຜູ້ບໍລິໂພກໄດ້ຫຼຸດການຄາດຄະເນເງິນເຟີ້ ຂະນະທີ່ເຈົ້າໜ້າທີ່ເຟດບາງທ່ານສະແດງຄວາມຄິດເຫັນສະໜັບສະໜູນການປັບຂຶ້ນອັດຕາດອກເບ້ຍພຽງ 0,75% ໃນເດືອນນີ້ແທນທີ່ຈະປັບຂຶ້ນຢ່າງຮຸນແຮງເຖິງ 1%. ນັກວິເຄາະໄດ້ຄາດຄະເນວ່າ ດັດຊະນີລາຄາຜູ້ບໍລິໂພກ (CPI) ປະຈຳເດືອນກໍລະກົດທີ່ຈະມີການເປີດເຜີຍໃນເດືອນສິງຫາ ໂດຍຈະຊີ້ໃຫ້ເຫັນວ່າ ອັດຕາເງິນເຟີ້ຍັງຄົງທີ່ ເນື່ອງຈາກລາຄານ້ຳມັນຫົດຕົວລົງຢ່າງໜັກໃນເດືອນກໍລະກົດທ່າມກາງຄວາມກັງວົນກ່ຽວກັບການເກີດພາວະເສດຖະກິດຖົດຖອຍ.

ນັກລົງທຶນສ່ວນຫຼາຍໃຫ້ນ້ຳໜັກພຽງ 33,2% ທີ່ເຟດຈະປັບຂຶ້ນອັດຕາດອກເບ້ຍ 1% ໃນກອງປະຊຸມໃນທ້າຍເດືອນນີ້ ແລະ ໃຫ້ນ້ຳໜັກພຽງ 66,8% ທີ່ເຟດຈະປັບຂຶ້ນອັດຕາດອກເບ້ຍ 0,75% ໂດຍກ່ອນໜ້ານີ້, ນັກລົງທຶນໃຫ້ນ້ຳໜັກສູງເຖິງ 80% ທີ່ວ່າ ເຟດຈະປະກາດປັບຂຶ້ນອັດຕາດອກເບ້ຍ 1% ໃນກອງປະຊຸມ ແລະ ໃຫ້ນ້ຳໜັກພຽງ 20% ທີ່ເຟດຈະປັບຂຶ້ນອັດຕາດອກເບ້ຍ 0,75%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here