Saturday, July 27, 2024
Homeທຸລະກິດເຊກອງ ຕ້ອງການທຶນເພື່ອພັດທະນາ 1 ພັນກວ່າຕື້ກີບ ໃນປີ 2024

ເຊກອງ ຕ້ອງການທຶນເພື່ອພັດທະນາ 1 ພັນກວ່າຕື້ກີບ ໃນປີ 2024

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ປີ 2024 ແຂວງເຊກອງ ຕັ້ງເປົ້ໝາຍສູ້ຊົນເຮັດໃຫ້ເສດຖະກິດຂະຍາຍຕົວເພີ່ມຂຶ້ນໃນລະດັບ 6% ມູນຄ່າລວມຍອດຜະລິດຕະພັນພາຍໃນ ສະເລ່ຍໃສ່ປະຊາກອນໃຫ້ບັນລຸໄດ້ປະມານ 21,9 ລ້ານກີບຕໍ່ຄົນຕໍ່ປີ. ແຕ່ເຖິງຢ່າງໃດກໍຕາມ ເພື່ອບັນລຸຕົວເລກດັ່ງກ່າວ ທາງແຂວງມີຄວາມຕ້ອງການທຶນເພື່ອພັດທະນາທັງໝົດ 1.223 ຕື້ກີບ ໃນນີ້, ການລົງທຶນຈາກງົບປະມານລັດ 73,38 ຕື້ກີບ ກວມເອົາ 6%, ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 146,76 ຕື້ກີບ ກວມເອົາ 12%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1 ພັນຕື້ກວ່າກີບ ກວມເອົາ 82%.

ຕາມຂໍ້ມູນຈາກ ພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ໃຫ້ຮູ້ວ່າ: ທິດທາງ, ແຜນວຽກຈຸດສຸມ ແລະ ຄາດໝາຍລວມໃນປີ 2024 ແມ່ນສຸມໃສ່ພັດທະນາ ແລະ ປັບປຸງໂຄງປະກອບເສດຖະກິດ ໃຫ້ມີຄວາມຫລາກຫລາຍ ຕາມຂະແໜງການຜະລິດ-ບໍລິການ, ມີຄຸນນະພາບ, ປະສິດທິພາບ ແລະ ມີມູນຄ່າເພີ່ມສູງຂຶ້ນຕາມທ່າແຮງບົ່ມຊ້ອນຂອງແຂວງ; ຍົກສູງ ແລະ ປັບປຸງກົນໄກການຄຸ້ມຄອງການລົງທຶນຂອງລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ທຶນຊ່ວຍເຫລືອ ເພື່ອການພັດທະນາ ໃຫ້ມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ; ສູ້ຊົນເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ຫລື ລື່ນແຜນການທີ່ວາງໄວ້ ຕິດພັນກັບການປະຕິບັດມາດຕະການ ຕ້ານການຮົ່ວໄຫລຂອງລາຍຮັບງົບປະມານ, ຍົກສູງຄຸນນະພາບການຄຸ້ມຄອງລາຍຈ່າຍ, ປະຕິບັດມາດຕະການປະຢັດຕ້ານການຟູມເຟືອຍ ແລະ ຮັກສາການຂາດດຸ່ນງົບປະມານ ໃຫ້ຢູ່ໃນລະດັບທີ່ເໝາະສົມ; ຊຸກຍູ້ສົ່ງເສີມ ແລະ ສ້າງຖານການຜະລິດກະສິກໍາເປັນສິນຄ້າ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ພັດທະນາສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ໃຫ້ມີຜະລິດຕະພັນສິນຄ້າຫລາກຫລາຍ ແລະ ມີຄຸນນະພາບ ສາມາດແຂ່ງຂັນຕະຫລາດພາຍໃນ ແລະ ພາຍນອກຢ່າງກວ້າງຂວາງ; ເອົາໃຈໃສ່ຄຸ້ມຄອງສິ່ງແວດລ້ອມ, ການຟື້ນຟູປ່າໄມ້ ແລະ ຮັກສາປ່າໄມ້ໃຫ້ຍືນຍົງ; ຫັນພະນັກງານຫລັກແຫລ່ງລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບ ແລະ ລຶບລ້າງຄວາມທຸກຍາກ ຕາມທິດ 3 ສ້າງ ໂດຍເລັ່ງໃສ່ຜັນຂະຫຍາຍ ແລະ ປະຕິບັດໂຄງການຕ່າງໆ ທີ່ກໍານົດໄວ້ ໃຫ້ເປັນຮູບປະທໍາ; ສືບຕໍ່ຜັນຂະຫຍາຍ ແລະ ປະຕິບັດວາລະແຫ່ງຊາດ ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

ຂໍ້ມູນຍັງໃຫ້ຮູ້ຕື່ມວ່າ: ສໍາລັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນ 4 ເດືອນຕົ້ນປີ 2024 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 131,66 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 44,12% ໃນນີ້, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນ 25,57 ຕື້ກີບ ເທົ່າກັບ 33,18% ແລະ ລາຍຮັບພູດຂອງແຂວງ 106,09 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 47,93%; ການສົ່ງອອກສິນຄ້າປະຕິບັດໄດ້ 59,16 ລ້ານໂດລາສະຫະລັດ ທຽບໃສ່ແຜນປີເທົ່າກັບ 23,11% ແລະ ການນໍາເຂົ້າ 5 ແສນກວ່າໂດລາສະຫະລັດ ທຽບໃສ່ແຜນປີເທົ່າກັບ 2,78% ແລະ ສາມາດດຶງດູດການລົງທຶນເອກະຊົນໄດ້ 6 ໂຄງການ ມູນຄ່າ 6 ລ້ານກວ່າໂດລາສະຫະລັດ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments