Home ຂ່າວການເມືອງ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 20 ກໍລະກົດ ຜ່ານມາ, ຢູ່ນະຄອນ ຫາຍຟອງ, ທ່ານ ຫງວຽນຊວັນຟຸກ ປະທານປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່ວມສະຫຼຸບມະຕິກອງປະຊຸມສູນກາງພັກ ກອມມູນິດ ຫວຽດນາມ ຄັ້ງທີ 8 ຊຸດທີ XI ວ່າດ້ວຍຍຸດທະສາດປົກປັກຮັກສາປະເທດຊາດ ໃນສະພາບການໃໝ່ ເປັນປະທານກອງປະຊຸມສຳມະນາວິທະຍາສາດທິດສະດີ – ພຶດຕິກຳຕົວຈິງກ່ຽວກັບການປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ຂ່າວລະບຸວ່າ: ຄະນະຈັດຕັ້ງກອງປະຊຸມສຳມະນາໄດ້ຮັບບົດປະກອບຄຳເຫັນຫຼາຍກວ່າ 50 ບົດ ດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນ, ມີວິທະຍາສາດສູງ. ພາຍຫຼັງບັນດາຜູ້ແທນຂຶ້ນປະກອບຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ມະຕິດັ່ງກ່າວມີທີ່ຕັ້ງ, ບົດບາດສຳຄັນພິເສດ, ສະແດງໃຫ້ເຫັນແນວທາງ, ຈິນຕະນາການປ່ຽນແປງໃໝ່, ບາດກ້າວບຸກທະລຸກ່ຽວກັບການນຳພາຂອງພັກ ຕໍ່ໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່. ທ່ານຊີ້ແຈງວ່າ: ຈິດໃຈປະຊາຊົນແມ່ນປັດໄຈຕັດສິນຊີ້ຂາດ, ປະທານ ໂຮ່ຈີມິນ ໄດ້ເວົ້າວ່າ ຄຳເຫັນຂອງປະຊາຊົນແມ່ນສຳຄັນທີ່ສຸດ. ເພາະສະນັ້ນ, ການປ້ອງກັນຊາດທົ່ວປວງຊົນ, ຄວາມໝັ້ນຄົງຂອງປະຊາຊົນ ແມ່ນບັນດາບັນຫາພື້ນຖານຂອງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບໍ່ວ່າໃນສະພາບການໃດ, ເປັນຕົ້ນແມ່ນໃນສະພາບການປັດຈຸບັນ. ປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນປັດໄຈຕັດສິນໄຊຊະນະໃຫ້ແກ່ພາລະກິດແຫ່ງການປົກປັກຮັກສາປະເທດຊາດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version