Home ທຸລະກິດ ເສດຖະກິດຈີນກຳລັງເຕີບໂຕຂຶ້ນຢ່າງໝັ້ນຄົງ

ເສດຖະກິດຈີນກຳລັງເຕີບໂຕຂຶ້ນຢ່າງໝັ້ນຄົງ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 19 ກໍລະກົດທີ່ຜ່ານມານີ້, ທ່ານ ຫຼີ ເຄີສ່ຽງ ນາຍົກ ລັດຖະມົນຕີ ສປ ຈີນ ໄດ້ເຂົ້າຮ່ວມການສຳມະນາພິເສດທາງໄກກັບນັກທຸລະກິດທົ່ວໂລກຂອງເວທີເສດຖະກິດໂລກ ທ່ານກ່າວວ່າ ເນື່ອງຈາກຜົນກະທົບຂອງປັດໄຈທີ່ບໍ່ຄາດຄິດເຊັ່ນ ໂຣກລະບາດຮອບໃໝ່, ແຮງກົດດັນຈາກເສດຖະກິດຈີນທີ່ຫຼຸດລົງຢ່າງກະທັນຫັນ ແລະ ຕົວຊີ້ວັດສຳຄັນຫຼຸດລົງຢ່າງໜັກໃນເດືອນເມສາ. ຈີນໃຊ້ມາດຕະການຮັບມືຢ່າງເດັດຂາດ ຖືການເຕີບໂຕຢ່າງໝັ້ນຄົງໃນຈຸດເດັ່ນ ຜັກດັນນະໂຍບາຍທີ່ກຳນົດໄວ້ແລ້ວໃຫ້ສະແດງບົດບາດຫຼາຍຂຶ້ນ, ອອກ ແລະ ດໍາເນີນມາດຕະການທີ່ເປັນລະບົບເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ຊ່ວຍເຫຼືອທຸລະກິດທີ່ມີຄວາມຍາກລຳບາກ ແລະ ກະຕຸ້ນໃຫ້ມີຊີວິດຊີວາ ເຮັດໃຫ້ເກີດຜົນໄດ້ຢ່າງວ່ອງໄວ ຊຶ່ງໃນເດືອນພຶດສະພາທີ່ຜ່ານມາ, ທ່າອ່ຽງຂາລົງຂອງຕົວຊີ້ວັດທາງດ້ານເສດຖະກິດທີ່ສຳຄັນຫົດຕົວລົງ ແລະ ໃນເດືອນມິຖຸນາທີ່ຜ່ານມາ ເສດຖະກິດຈີນມີຄວາມໝັ້ນຄົງ ແລະ ເຕີບໂຕຂຶ້ນ ໂດຍຕົວຊີ້ວັດສຳຄັນປັບຕົວເພີ່ມຂຶ້ນຢ່າງວ່ອງໄວ ແລະ ປ່ຽນຈາກລົບເປັນບວກ ອັດຕາການວ່າງງານໃນຕົວເມືອງຫຼຸດລົງຢ່າງແນ່ນອນ ເຮັດໃຫ້ໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ໃນໄຕມາດທີ 2 ເຕີບໂຕຂຶ້ນເມື່ອທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ ແລະ GDP ຂອງຈີນໃນ 6 ເດືອນຕົ້ນປີນີ້ເຕີບໂຕ 2,5% ຊຶ່ງເປັນເລື່ອງທີ່ລຳບາກທີ່ສຸດ ເມື່ອເບິ່ງໃນພາບລວມ ເສດຖະກິດຈີນສາມາດທົນຕໍ່ແຮງກົດດັນຂາລົງ, ມີສະຖຽນລະພາບ ແລະ ການຟື້ນຕົວ ແຕ່ຮາກຖານຍັງບໍ່ທັນໝັ້ນຄົງ ຍັງຄົງຕ້ອງໃຊ້ຄວາມພະຍາຍາມຢ່າງໜັກໃນການຮັກສາສະຖຽນລະພາບຂອງເສດຖະກິດຕໍ່ໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version