Home ຂ່າວໜ້າໜຶ່ງ ທະນາຄານຮ່ວມພັດທະນາ ມອບພັນທະອາກອນລ່ວງໜ້າໃຫ້ ກະຊວງການເງິນ 29 ຕື້ກວ່າກີບ

ທະນາຄານຮ່ວມພັດທະນາ ມອບພັນທະອາກອນລ່ວງໜ້າໃຫ້ ກະຊວງການເງິນ 29 ຕື້ກວ່າກີບ

0

ທະນາຄານຮ່ວມພັດທະນາ (JDB) ໄດ້ມອບອາກອນກໍາໄລລ່ວງໜ້າຈາກຜົນການດໍາເນີນທຸລະກິດຂອງທະນາຄານຮ່ວມພັດທະນາ 6 ເດືອນຕົ້ນປີ 2022 ຈໍານວນ 29.154.384.279 ກີບ ໃຫ້ ກະຊວງການເງິນ ເມື່ອວັນທີ 18 ກໍລະກົດ ຜ່ານມາ ທີ່ກະຊວງການເງິນ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມ ສ່ວຍສາອາກອນ ກະຊວງການເງິນ, ມີຄະນະນໍາຂອງກົມສ່ວຍສາອາກອນ ຕະຫຼອດຮອດວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານໃນຄັ້ງນີ້.

ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ ຕາງໜ້າຄະນະຜູ້ບໍລິຫານ ທະນາຄານຮ່ວມພັດທະນາ ເປັນຜູ້ມອບຈໍານວນເງິນທີ່ເປັນອາກອນກໍາໄລລ່ວງໜ້າ, ໃຫ້ກຽດກ່າວຮັບໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ. ການມອບພັນທະອາກອນກໍາໄລຈາກການດໍາເນີນທຸລະກິດໃນໄລຍະ 6 ເດືອນຕົ້ນປີ 2022 ຂອງທະນາຄານຮ່ວມພັດທະນາ ຫຼື JDB ຈໍານວນ 29.154.384.279 ກີບ ຊຶ່ງສະທ້ອນໃຫ້ເຫັນຄວາມຕື່ນຕົວ ແລະ ເອົາໃຈໃສ່ຂອງຜູ້ບໍລິຫານລະດັບສູູງໃນການປະຕິບັດພັນທະອາກອນຕ່າງໆຢ່າງເອົາໃຈໃສ່ມອບໃຫ້ລັດຖະບານ ເຂົ້າຄັງເງິນແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ, ໄດ້ສະໜັບສະໜູນຊ່ວຍເຫຼືອສັງຄົມຕະຫຼອດມາ, ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຈາກພັກ-ລັດ ກໍຄືທະນາຄານແຫ່ງ ສປປ ລາວ ເຮັດໃຫ້ທະນາຄານຮ່ວມພັດທະນາ ໄດ້ຮັບຄວາມເຊື່ອໝັ້ນຈາກສັງຄົມໃນທົ່ວປະເທດ ແລະ ການຕັດສິນໃຈສູງ ຂອງຄະນະຜູ້ບໍລິຫານທີ່ກ້າລົງທຶນໃສ່ການພັດທະນາ ໃຫ້ກາຍເປັນທະນາຄານທີ່ທັນສະໄໝ ໄດ້ທຸ່ມເທເຫື່ອແຮງ ສະຕິປັນຍາ ພັດທະນາ ໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວ ແລະ ບໍລິການລູກຄ້າດ້ວຍມາດຕະຖານສາກົນ.

ໃນໄລຍະຜ່ານມາ, ທະນາຄານຮ່ວມພັດທະນາ ກໍໄດ້ມີການປະກອບສ່ວນ ເຂົ້າໃນການຊ່ວຍເຫຼືອສັງຄົມຢ່າງຕໍ່ເນື່ອງ, JDB ມີຄວາມພາກພູມໃຈ ທີ່ໄດ້ມີໂອກາດໄດ້ຮັບໃຊ້ສັງຄົມ ໄດ້ຮັບການສະໜັບສະໜູນຈາກສັງຄົມ ແລະ ເປັນກໍາລັງໃຈໃຫ້ຕະຫຼອດມາ ຈຶ່ງເຮັດໃຫ້ທະນາຄານຮ່ວມພັດທະນາ ມີຜົນການດໍາເນີນທຸລະກິດທີ່ເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ແລະ ມີຜົນກຳໄລຢ່າງໜ້າເພິ່ງພໍໃຈ.

ປັດຈຸບັນ ທະນາຄານຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ ແລະ ຫຼາຍບໍລິສັດ ເພື່ອບໍລິການດ້ານການເງິນ ທີ່ຄົບວົງຈອນ ໃຫ້ກັບລູກຄ້າທຸກລະດັບ ຢ່າງເທົ່າທຽມກັນ ປະຕິບັດນະໂບຍາຍ ຕ່າງຝ່າຍ ຕ່າງມີຜົນປະໂຫຍດ ຕາມຄໍາຂັວນ ທີ່ວ່າ:“ ເຕີບໃຫຍ່ໄປພ້ອມກັນ “

ຂ່າວ: ຄໍາຕົ້ນ ວໍລະຈັກ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version