Home ຂ່າວຕ່າງປະເທດ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ດ້ານວັດທະນະທໍາ ແລະ ທ່ອງທ່ຽວ

ລາວ-ຫວຽດນາມ ເພີ່ມທະວີການຮ່ວມມື ດ້ານວັດທະນະທໍາ ແລະ ທ່ອງທ່ຽວ

0

ພາຍຫລັງສຳເລັດ ການເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ ມິດຕະ ພາບ ລາວ-ຫວຽດນາມ ຍືນຍົງຕະຫລອດໄປ ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນວັນທີ 19 ກໍລະກົດ 2022, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມພົບປະກັບ ທ່ານ ຫງວຽນ ວັນ ຮຸງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ພ້ອມຄະນະ ເພື່ອປຶກສາຫາລື ແລະ ເພີ່ມທະວີການຮ່ວມມືສອງຝ່າຍ ໃຫ້ນັບມື້ດີຂຶ້ນກວ່າເກົ່າ. ພ້ອມນີ້ ຍັງໄດ້ ພ້ອມກັນຕີລາການພົວພັນຮ່ວມມື ໃນໄລຍະຜ່ານ ແລະ ແຜນການຮ່ວມມື ໃນຕໍ່ຫນ້າ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ທ່າມກາງບັນຍາກາດທີ່ສອງຊາດລາວ-ຫວຽດນາມ ພວມຈັດຕັ້ງບັນດາກິດຈະກໍາຕ່າງໆ ເພື່ອປະກອບສ່ວນໃນການສະເຫລີມ ສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ຢ່າງເປັນຂະບວນຟົດຟື້ນ ເຊິ່ງການພົບປະໃນຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ. ທັງເປັນການທົບທວນຄືນຜົນສໍາເລດັການຈັດຕັ້ງ ແຜນການຮ່ວມມືດ້ານສິລະປະ, ວັດທະນະທໍາ ແລະ ທ່ອງທ່ຽວ ໃນໄລຍະປີ 2016-2020 ແລະ ການຈັດ ຕັ້ງຜັນຂະຫຍາຍແຜນການຮ່ວມມື ປີ 2021-2025. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ດ້ານການພັດທະນາບຸກຄະລາກອນ ຂົງເຂດວັດທະນະທຳ, ການບໍລິການ ແລະ ທ່ອງທ່ຽວ, ການຊຸກຍູ້ໂຄງການພັດທະນາສວນວັດທະນະທຳ ຢູ່ນະຄອນຫລວງວຽງຈັນ, ລວມທັງໂຄງການພັດທະນາຟື້ນຟູເສັ້ນທາງໂຮ່ຈິມິນ ທັງບູລະນະຮັກສາໃຫ້ກາຍແຫລ່ງ ທ່ອງທ່ຽວທາງປະຫວັດວາດ ແລະ ປຶກສາຫາລື ການທີ່ ສປປ ລາວ ກຽມສະເໜີເອົາຫີນ ໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດ. ເນື່ອງຈາກພື້ນທີ່ ຫີນໜາມໜໍ່ ມີຊາຍແດນຕິດຈອດກັບເຂດ ຟອງຍາແກບາງ ຂອງ ສສ ຫວຽດນາມ ທີ່ອົງການອຸຍແນສະໂກ ຮັບຮອງເປັນມໍລະດົກໂລກທາງທຳມະຊາດໄປແລ້ວ. ພື້ນທີ່ປ່າສະຫງວນ ຫີນໜາມໜໍ່ ມີ 92.000 ກ່ວາເຮັກຕາ, ມີຄວາມອຸດົມສົມບູນ, ປ່າໄມ້ດົກໜາ, ມີເງື່ອນໄຂສະພາບແວດ ລ້ອມທີ່ເອື້ອອຳນວຍ ແລະ ມີຄວາມເໝາະສົມ ທີ່ຈະເປັນມໍລະດົກໂລກທາງທຳມະຊາດ ໃນອະນາຄົດ.

ແນວໃດກໍຕາມ, ທ່ານລັດຖະມົນຕີ ທັງສອງປະເທດ ໄດ້ເປັນເອກະພາບກັນ ມອບໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ເຮັດວຽກຮ່ວມກັນຕື່ມອີກ ເພື່ອໃຫ້ໄດ້ຂໍ້ສະຫລຸບທີ່ຊັດເຈນກວ່າເກົ່າ ສອງຝ່າຍຈຶ່ງຈະຮ່ວມຄົ້ນຄວ້າພິຈາລະນາໃນຕໍ່ໄປ.

ໃນຕອນແລງວັນດຽວກັນ, ທ່ານນາງ ສວນສະຫວັນ ວິຍະເກດ ພ້ອມຄະນະ ກໍໄດ້ຢ້ຽມຊົມ ຫໍພິພິທະພັນວິຈິດສິນແຫ່ງຊາດ ຢູ່ນະຄອນຫລວງຮ່າໂນ້ຍ ນຳອີກ.

ຂ່າວ-ພາບ: ບຸນກອງ

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version