Home ຂ່າວການເມືອງ ຜູ້ປະຈຳການເລຂາທິການສູນກາງພັກ ເຂົ້າຢ້ຽມຂ່ຳນັບ ເລຂາທິການໃກຍ່ ພັກກອມມູນິດຫວຽດນາມ

ຜູ້ປະຈຳການເລຂາທິການສູນກາງພັກ ເຂົ້າຢ້ຽມຂ່ຳນັບ ເລຂາທິການໃກຍ່ ພັກກອມມູນິດຫວຽດນາມ

0

ໃນວັນທີ 18 ກໍລະກົດ 2022 ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພາຍຫລັງສໍາເລັດການເຂົ້າຮ່ວມເປີດພິທີສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິ ສັນຍາມິດຕະ ພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ.

ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ຂອງ ສະຫຍາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິວັດລາວ ມາເຖິງສະຫາຍ ຫງວຽນ ຟູ ຈ້ອງ ແລະ ຍັງໄດ້ແຈ້ງຜົນສຳເລັດ ການສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ສະຫາຍເລຂາ ທິການໃຫຍ່ ຫງວຽນ ຟູຈ້ອງ ໄດ້ຮັບຊາບ. ການຢ້ຽມຢາມຢ່າງເປັນທາງການໃນຄັ້ງນີ້, ດໍາເນີນໄປດ້ວຍຜົນສຳ ເລັດອັນຈົບງາມ ເຊິ່ງເປັນການຮັດແໜ້ນ ການພົວພັນຮ່ວມມືໃນທຸກຂົງເຂດວຽກງານ ແລະ ສືບ ຕໍ່ສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນຕະຫລອດໄປ. ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ໂອກາດດຽວກັນ, ສະຫາຍ ຫງວຽນ ຟູ ຈ້ອງ ກໍໄດ້ສະແດງຄວາມປິຕິຍິນດີ ຕ້ອນ ຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະ ຫາຍ ບຸນທອງ ຈິດມະນີ ທີ່ໄດ້ນຳພາຄະນະເດີນທາງມາເຂົ້າຮ່ວມ ພິທີສະເຫລີມສະ ຫລອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຮັດໃຫ້ການສະເຫລີມສະຫລອງ ສອງວັນປະຫວັດສາດດັ່ງກ່າວ ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ຮັກສາໄດ້ຄວາມສາມັກຄືປອງດອງອັນແໜ້ນແຟ້ນ ສະໜິດສະໜັມ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ ແລະ ຂະຫຍາຍ ຕົວຂຶ້ນໄປເລື້ອຍໆ.

ໃນວັນດຽວກັນ, ສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະ ກໍໄດ້ຢ້ຽມຢາມ ແລະ ພົບປະກັບສະຫາຍ ຟາມ ມິງ ຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີແຫ່ງ ສສ ຫວຽດນາມ ອີກ ດ້ວຍ.

ຈາກນັ້ນ ໃນຕອນເຊົ້າຂອງວັນທີ 19 ກໍ ລະກົດ 2022, ສະຫາຍ ບຸນທອງ ຈິມະນີ ຍັງໄດ້ ເຂົ້າຢ້ຽມພົບປະກັບ ສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ສສ ຫວຽດນາມ ກ່ອນເດີນທາງກັບຄືນປະເທດ.

ຂ່າວ: ບຸນກອງ

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version