Home ທ່ອງທ່ຽວ ປະຕິບັດເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 5 ລ້ານເທື່ອຄົນ

ປະຕິບັດເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 5 ລ້ານເທື່ອຄົນ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂດຍສຸມໃສ່ວິທີການປະຕິບັດເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນໃຫ້ໄດ້ 5 ລ້ານເທື່ອຄົນໃນປີ 2022 ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງຂະແໜງວັດທະນະທຳ, ກິລາ, ທ່ອງທ່ຽວ ຫວຽດນາມ ໃນ 6 ເດືອນທ້າຍປີ. ນີ້ແມ່ນເນື້ອໃນໄດ້ຍົກອອກມາທີ່ກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ, ຜັນຂະຫຍາຍໜ້າທີ່ວຽກງານ 6 ເດືອນທ້າຍປີ ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃນວັນທີ 15 ກໍລະກົດ ຜ່ານມາ.

ຂ່າວລະບຸວ່າ: ເພື່ອປະຕິບັດເປົ້າໝາຍນີ້ໃຫ້ໄດ້, ຂະແໜງທ່ອງທ່ຽວຈະສືບຕໍ່ຂຸດຄົ້ນບັນດາຕະຫຼາດມີການເຊື່ອມຕໍ່ທາງການບິນຄືນໃໝ່ໃຫ້ເປັນຢ່າງດີ, ອຳນວຍຄວາມສະດວກໃຫ້ພົນລະເມືອງໄປທ່ອງທ່ຽວຕ່າງປະເທດ, ຊາວຫວຽດນາມຢູ່ຕ່າງປະເທດໄດ້ກັບຄືນບ້ານເກີດເມືອງນອນຫຼັງພະຍາດໂຄວິດ-19. ກົມໃຫຍ່ທ່ອງທ່ຽວຈະເຊື່ອມຕໍ່, ສົບທົບກັບບັນດາທ້ອງຖິ່ນ, ວິສາຫະກິດ, ການບິນ ແລະ ກອງທຶນຊ່ວຍເຫຼືອພັດທະນາການທ່ອງທ່ຽວຜັນຂະຫຍາຍໂຄງການ “Live fully in Vietnam” ຜ່ານບັນດາລາຍການແນະນຳການທ່ອງທ່ຽວ ຫວຽດນາມ ຢູ່ ອາຊຽນ, ສ. ເກົາຫຼີ, ຍີ່ປຸ່ນ, ອິນເດຍ. ຄຽງຄູ່ກັນນັ້ນ, ເຂົ້າຮ່ວມການຈັດຕັ້ງຮ້ານວາງສະແດງກ່ຽວກັບການທ່ອງທ່ຽວຫວຽດນາມ ແລະ ສົ່ງເສີມໃນງານຕະຫຼາດນັດການ ທ່ອງທ່ຽວ ແລະ ຈັດຕັ້ງໃຫ້ບໍລິສັດທ່ອງທ່ຽວ, ສື່ມວນຊົນຈາກເອີຣົບ, ສ ເກົາຫຼີ, ອາເມຣິກາ ມາສຳຫຼວດຄວາມສາມາດບົ່ມຊ້ອນການທ່ອງທ່ຽວຢູ່ ຫວຽດນາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version