Home ຂ່າວໜ້າໜຶ່ງ ບໍລິສັດພົງຊັບທະວີ ແລະ ທະນາຄານສົ່ງເສີມກະສິກຳ ໄດ້ອັດສີດເງິນ ຈໍານວນ 600.000.000 ກີບ

ບໍລິສັດພົງຊັບທະວີ ແລະ ທະນາຄານສົ່ງເສີມກະສິກຳ ໄດ້ອັດສີດເງິນ ຈໍານວນ 600.000.000 ກີບ

0

ຖ້າໄດ້ຊະນະເລີດ ຫຼື 300.000.000ກີບ ຖ້າໄດ້ຮອງຊະນະເລີດໃຫ້ແກ່ນັກກິລາ ທີມຊາດລາວ ທີ່ຜ່ານເຂົ້າຮອບຊິງຊະນະເລີດ ບານເຕະ AFF-U19 2022.

ເພື່ອເປັນກໍາລັງໃຈ ໃຫ້ແກ່ນັກກິລາ ບານເຕະທີມຊາດລາວ ໃນການເຂົ້າຮ່ວມແຂ່ງຂັນກິລາບານເຕະ ຊິງແຊັມອາຊຽນ ລຸ້ນອາຍຸບໍ່ເກີນ 19 ປີ (U19) ທີ່ສາມາດຜ່ານເຂົ້າສູ່ຮອບຊິງຊະນະເລີດ ບານເຕະ AFF-U19 2022 ທີ່ ປະເທດອິນໂດເນເຊຍ ທີ່ຈະເຕະກັນໃນວັນທີ 15/07/2022 ນີ້.

ບລສ ພົງຊັບທະວີ ພ້ອມທີ່ຈະເປັນສ່ວນໜຶ່ງ ໃນການຊຸກຍູ້ ສົ່ງເສີມກິລາບານເຕະ ແລະ ນັກກິລາ ທີມຊາດລາວ ເພື່ອເປັນຕົວແທນຂອງ ສປປ ລາວ ໃນການສ້າງຊື່ສຽງອັນດີ ຢູ່ໃນເວທີສາກົນ, ເປັນນັກກິລາລຸ້ນສືບທອດຂອງປະເທດຊາດໃນຕໍ່ໜ້າ ແລະ ເປັນແບບຢ່າງ ໃນການສ້າງແຮງບັນດານໃຈ ໃຫ້ແກ່ນັກກິລາລຸ້ນໃໝ່ ໃຫ້ມີຄວາມມຸ່ງໝັ້ນ ພັດທະນາຕົນເອງ ເພື່ອໃຫ້ໄດ້ເປັນຕົວແທນ ຂອງກິລາບານເຕະ ທີມຊາດລາວ ໃນລຸ້ນຕໍ່ໆໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version