Home ຂ່າວຕ່າງປະເທດ ສາກົນກັງວົນຕໍ່ການເໜັງຕິງຄ່າເງິນເອີໂຣ ອາດເຮັດໃຫ້ອັດຕາເງິນເຟີ້

ສາກົນກັງວົນຕໍ່ການເໜັງຕິງຄ່າເງິນເອີໂຣ ອາດເຮັດໃຫ້ອັດຕາເງິນເຟີ້

0

ຕາມສະພາບການເສດຖະກິດຂອງໂລກໃນປະຈຸບັນ ເຮັດໃຫ້ບັນດາປະເທດຕ່າງໆໃນທົ່ວໂລກມີຜົນກະທົບດ້ານເສດຖະກິດຫຼາຍສົມຄວນ ເປັນຕົ້ນເປັນແມ່ນ: ການເໜັງຕິງຂອງຄ່າເງິນ, ການເໜັງຕິງລາຄານ້ຳມັນ ແລະ ອື່ນໆອີກ.

ໄລຍະນີ້ ຫຼາຍໆປະເທດຢູ່ທະວິບເອີຣົບມີຄວາມກັງວົນຕໍ່ຄ່າເງິນເອີໂຣຢ່າງໜັກ ເນື່ອງຈາກສະຖິຕິຄ່າເງິນເອີໂຣແມ່ນອ່ອນຄ່າລົງຕ່ຳສຸດ 8 ລະດັບ ໃນຮອບ 20 ປີ ຖ້າທຽບໃສ່ສະຖິຕິຄ່າເງິນໂດລາສະຫະລັດແມ່ນທີ່ມີຄ່າແຂງຕົວກວ່າ. ໃນຂະນະທີ່ຂໍ້ມູນເສດຖະກິດດັດສະນີລ່າສຸດແມ່ນມີຄ່າລົງລຸດລົງໃນຮອບ 16 ເດືອນ; ສຳລັບ PMI ລວມຄ່າການຜະລິດ ແລະ ບໍລິການຂັ້ນສຸດທ້າຍຂອງທະວິບເອີຮົບກໍເຊັ່ນກັນ ໃນເດືອນມິຖຸນານີ້ລຸດລົງ 52.0 ຖ້າທຽບໃສ່ ດັດສະດີ 54.8 ໃນເດືອນພຶດສະພາ ຜ່ານມາ ຕ່ຳສຸດໃນຮອບ 16 ເດືອນ.

ຫົວໜ້າເສດຖະສາດ ດ້ານທຸລະກິດ ຂອງ SNP Cabal Market Intelligence ໃຫ້ຮູ້ວ່າ: ສຳລັບການຂະຫຍາຍຕົວກິດຈະກຳດ້ານທຸລະກິດຂອງທະວີບເອີຣົບ ແມ່ນມີການຖອຍໂຕລົງຢ່າງໜັກ ເຊິ່ງເປັນປັດໄຈສ່ຽງ ອາດເຮັດໃຫ້ເສດຖະກິດຂອງທະວີບເອີຣົບຫົດໂຕລົງໃນໄຕມາດທີ 3.

ຕອນນີ້ນັກລົງທຶນແມ່ນມີຄວາມກັງວົນຫຼາຍຕໍ່ເສດຖະກິດຂອງທະວີບເອີຣົບ ຢ້ານອາດເກີດພາວະເສດຖະກິດຖົດຖອຍ ເນື່ອງຈາກຄ່າພະລັງງານເພີ່ມຂຶ້ນ  ແລະ ມີຄວາມກັງວົນຕໍ່ກັບຄວາມສ່ຽງບັນຫາທີ່ທາງທະວີບເອີຣົບກຳລັງປະເສີນຢູ່ຂະນະນີ້ ກໍຄືອັດຕາເງິນເຟີ້ ແລະ ຫຼາຍປະເທດກໍໄດ້ມີການກະກຽມຮັບມື ແລະ ມີການປັບກ່ຽວກັບ ການເກັບພາສີ.

ດັ່ງນັ້ນ, ບັນຫາເສດຖະກິດຂອງທະວີເອີຣົບມັນບໍ່ໄດ້ກະທົບໃສ່ແຕ່ໃນທະວີບໃດໜຶ່ງ ແຕ່ມັນໄດ້ກະທົບໄປທຸກທະວີບໃນທົ່ວໂລກ; ເຊິ່ງທີມງານເຮົາຈະນຳມາສະເໜີອີກໃນຄັ້ງຕໍ່ໄປ

ຕາມແຫຼ່ງຂ່າວ: TNN Online

#Medialaos MMD

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version