Home ຂ່າວການເມືອງ ສະພາ ຮັບຮອງເອົາກົດໝາຍ ຈໍານວນ 9 ສະບັບ

ສະພາ ຮັບຮອງເອົາກົດໝາຍ ຈໍານວນ 9 ສະບັບ

0

ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ປະທານກຳມາທິການກົດໝາຍ ໄດ້ຖະແຫຼງຂ່າວ ກ່ຽວກັບຜົນການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ສະພາແຫ່ງຊາດ ຊຸດທີ IX ໃນ​ວັນ​ທີ 7 ກໍ​ລະ​ກົດ 2022 ຢູ່ທີ່ຫໍສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ສຸມໃສ່ພິຈາລະນາ ແລະ ລົງຄະແນນສຽງ ຮັບຮອງເອົາກົດໝາຍ ຈຳນວນ 9 ສະບັບ ດ້ວຍການເຫັນດີເປັນສຽງສ່ວນຫຼາຍ. ໃນນີ້ ມີກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ ຊຶ່ງມີລາຍລະອຽດຄື: ກົດໝາຍສ້າງໃໝ່ 3 ສະບັບ ມີ: ກົດໝາຍ​ວ່າ​ດ້ວຍ​ວິຈິດ​ສິນ ຊຶ່ງແມ່ນກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຜູ້ສະເໜີ; ກົ​ດໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ອາວຸດ ​ແລະ ວັດຖຸ​ລະ​ເບີດ ຊຶ່ງແມ່ນກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ສະເໜີ; ກົດໝາຍ​ວ່າ​ດ້ວຍ​ຄວາມ​ປອດ​ໄພ​ຂອງ​ເຂື່ອນ ຊຶ່ງແມ່ນກະຊວງພະລັງງານ ແລະ ບໍ່ແຮ່ ເປັນຜູ້ສະເໜີ. ກົດໝາຍປັບປຸງ 6 ສະບັບ ມີ: ກົດໝາຍ​ວ່າ​ດ້ວຍການ​ສົ່ງ​ເສີມ​ຈຸນ​ລະວິ​ສາ​ຫະກິດ, ວິ​ສາ​ຫະກິ​ດຂະໜາດ​ນ້ອຍ ​ແລະ ​ກາງ ຊຶ່ງແມ່ນກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ສະ ເໜີ; ກົດໝາຍ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງປະ​ເທດ ຊຶ່ງແມ່ນທະນາຄານແຫ່ງ ສປປ ລາວ ເປັນຜູ້ສະເໜີ; ກົດໝາຍ​ວ່າ​ດ້ວຍ​ຊັບ​ສິນ​ຂອງ​ລັດ ຊຶ່ງແມ່ນກະຊວງການເງິນ ເປັນຜູ້ສະເໜີ; ກົດໝາຍ​ວ່າ​ດ້ວຍ​ການ​ແກ້​ໄຂ​ຄຳ​ຮ້ອງທຸກ ຊຶ່ງແມ່ນກຳມາທິການຍຸຕິທຳ ສະພາແຫ່ງຊາດ ເປັນຜູ້ສະເໜີ; ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ຊຶ່ງແມ່ນສານປະຊາຊົນສູງສຸດ ເປັນຜູ້ສະ ເໜີ; ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ຊຶ່ງແມ່ນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນຜູ້ສະເໜີ.

ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈຳນວນ 9 ສະບັບດັ່ງກ່າວ ເຖິງວ່າເວລາສັ້ນ, ເນື້ອໃນຂອງກົດໝາຍແມ່ນກວ້າງຂວາງ, ເລິກເຊິ່ງ ແລະ ພົວພັນກັບຫຼາຍບັນຫາສຳຄັນ, ແຕ່ດ້ວຍຄວາມຮັບຜິດຊອບສູງຂອງບັນດາສະມາຊິກສະພາແຫ່ງຊາດ ໃນຖານະເປັນຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຈຶ່ງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນດາກົດໝາຍເຫຼົ່ານັ້ນ ສຳເລັດຜົນຢ່າງຈົບງາມຕາມແຜນການທີ່ໄດ້ກຳນົດໄວ້, ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ. ສິ່ງສຳຄັນແມ່ນບັນດາສະມາຊິກສະພາແຫ່ງຊາດ ໄດ້ມີຄວາມຫ້າວຫັນສະໝັກໃຈລົງທະບຽນປະກອບຄວາມເຫັນ, ມີຄວາມມານະອົດທົນສູງ, ຢຶດໝັ້ນຕໍ່ສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຕັ້ງໜ້າຄົ້ນຄວ້າ, ຄິດຫງໍາ, ວິເຄາະວິໄຈເນື້ອໃນແຕ່ລະກົດໝາຍ ຢ່າງມີເຫດຜົນ, ເລິກເຊິ່ງ, ຮອບດ້ານ, ແທດຕົວຈິງ ເຮັດໃຫ້ການລົງຄະແນນສຽງຮັບຮອງເອົາກົດໝາຍເຫຼົ່ານັ້ນ ບໍ່ສະເພາະແຕ່ໄດ້ບັນລຸຕາມຄາດໝາຍທີ່ວາງໄວ້ເທົ່ານັ້ນ ແຕ່ຫາກຍັງມີຄວາມໝາຍຢ່າງເລິກເຊິ່ງ ເຖິງການເສີມຂະຫຍາຍສິດປະຊາທິປະໄຕຂອງຜູ້ແທນປະຊາຊົນອີກດ້ວຍ.

ການພິຈາລະນາ ແລະ ລົງຄະແນນສຽງຮັບຮອງເອົາກົດໝາຍ 9 ສະບັບ ແມ່ນຜົນສໍາເລັດທີ່ສຳຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ທີ່ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງເອົາ, ທັງເປັນການປະກອບສ່ວນສຳຄັນໃນການປັບປຸງ ແລະ ເພີ່ມທະວີພາຫະນະ, ເຄື່ອງມືຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຂອງປະເທດເຮົາໃຫ້ເປັນລະບົບຄົບຊຸດ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່, ບຸກຄົນ, ນິຕິ ບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ສະກັດກັ້ນ ແລະ ຕ້ານບັນດາປະກົດການຫຍໍ້ທໍ້ ທີ່ເປັນການປະ ພຶດລະເມີດກົດໝາຍ ຢູ່ໃນສັງຄົມ ແລະ ແນວຄິດອິດສະລະເສລີຕາມໃຈຊອບ ທີ່ຢູ່ເໜືອກົດໝາຍ, ພ້ອມກັນນັ້ນ, ກໍເປັນປັດໄຈຮັບປະກັນໃຫ້ແກ່ການສ້າງລັດ ປະຊາທິປະໄຕ ປະຊາຊົນຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນເທື່ອລະກ້າວ, ທັງຮັບປະ ກັນໃຫ້ແກ່ການເຊື່ອມຈອດ, ເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນຂອງປະເທດເຮົາ.

ຂ່າວ: ນາງ​ແສງ​ຈັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version