Home ຂ່າວພາຍໃນ ຄະນະຜູ້ແທນຂັ້ນສູງ ນະຄອນດານັງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ

ຄະນະຜູ້ແທນຂັ້ນສູງ ນະຄອນດານັງ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ

0

ແຂວງເຊກອງ ພວມຈັດຕັ້ງຂະບວນການ, ກິດຈະກຳ ເພື່ອຂ່ຳ​ນັບຊົມເຊີຍ ແລະ ສະເຫຼີມສະຫຼອງ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ຢ່າງເປັນຂະບວນຟົດຟື້ນ, ໃນວັນທີ 3 ກໍລະກົດ ນີ້ ຄະນະຜູ້ແທນຂັ້ນສູງ ນະຄອນດານັງ ສສ ຫວຽດນາມ ນໍາໂດຍສະຫາຍ ຫວຽນ ວັນ ກວາງ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາພັກນະຄອນດານັງ ສສ ຫວຽດນາມ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ, ໂດຍການຕ້ອນຮັບຂອງ ສະຫາຍ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ສປປ ລາວ ພ້ອມຄະນະການນໍາຂັ້ນສູງຂອງແຂວງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນໂອກາດທີ່ ສະຫາຍ ຫວຽນ ວັນ ກວາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ນະຄອນດານັງ ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ ໃນຄັ້ງນີ້ ກໍໄດ້ໄປຢ້ຽມຢາມໂຮງຮຽນການເມືອງ ແລະ ການປົກຄອງ (ຮມປຂ) ແຂວງເຊກອງ ຊຶ່ງໄດ້ຮັບການລາຍງານໂດຍຫຍໍ້ຈາກ ທ່ານ ບຸນທັນ ຈູມຈັນທະວົງ ຫົວໜ້າ ຮມປຂ ວ່າ: ໂຮງຮຽນແຫ່ງນີ້ມີເນື້ອທີ່ທັງໝົດ 22.433 ຕາແມັດ, ອາຄານບ່ອນເຮັດວຽກ ແລະ ຫ້ອງຮຽນຕ່າງໆມີທັງໝົດ 7 ຫຼັງ. ໃນນັ້ນມີຕຶກຫ້ອງການ 1 ຫຼັງ ມີ 13 ຫ້ອງເຮັດວຽກ, ມີອາຄານຮຽນ 1 ຫຼັງ ມີ 3 ຫ້ອງໃຊ້ສຳລັບການຮຽນ, ມີຫໍພັກສໍາລັບພະນັກງານຄູ-ອາຈານ 3 ຫຼັງ, ມີຫໍພັກນັກສຶກສາ 1 ຫຼັງ ແລະ ຫ້ອງອາຫານ 1 ຫຼັງ. ມີກົງຈັກຊ່ວຍວຽກ 4 ຂະແໜງການ; ມີຄະນະອຳນວຍການ 3 ທ່ານ, ມີພະນັກງານທັງໝົດ 31 ຄົນ ຍິງ 10 ຄົນ. ໃນນັ້ນ, ເປັນຄູອາຈານສອນທັງໝົດ 17 ຄົນ ຍິງ 5 ຄົນ, ໂດຍໂຮງຮຽນດັ່ງກ່າວ ແມ່ນໄດ້ຮັບທຶນສົມທົບຊ່ວຍເຫຼືອຈໍານວນໜຶ່ງຈາກນະຄອນດານັງ ສສ ຫວຽດນາມ ຄື: ໃນປີ 2009-2010 ໄດ້ຮັບທຶນສົມທົບ ຈາກນະຄອນດານັງ ຈໍານວນ 10 ຕື້ກວ່າດົງ ກໍ່ສ້າງອາຄານຮຽນ 1 ຫຼັງ, ໃນປີ 2016 ໄດ້ຮັບຄອມພີວເຕີ ຈຳນວນ 7 ເຄື່ອງ ມູນຄ່າ 120 ລ້ານດົງ ແລະ ເງິນສົດຈໍານວນ 100 ລ້ານດົງ ເພື່ອຈັດຊື້ອຸປະກອນການຮຽນ-ການສອນ; ການຊ່ວຍເຫຼືອຂອງນະຄອນດານັງ ພວກເຮົາໄດ້ພ້ອມກັນປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ. ພ້ອມນີ້ ຍັງໄດ້ມອບຄອມພີວເຕີໂນດບຸກ ຈໍານວນ 5 ເຄື່ອງ ໃຫ້ ຮມປຂ ແຂວງເຊກອງ ເພື່ອນໍາໃຊ້ເຂົ້າໃນການຮຽນ-ການສອນຕື່ມອີກ.

ພ້ອມດຽວກັນນີ້ ຄະນະຜູ້ແທນຂັ້ນສູງ ນະຄອນດານັງ ຍັງໄດ້ໄປຢ້ຽມຢາມຄອບຄົວຂອງ ທ່ານ ໂບເຍີນ ເລຫວຽດມ່ວງ ອະດີດກໍາມະການສູນກາງພັກປະຊາຊົນ ປະຕິວັດລາວ ອະດີດເລຂາພັກແຂວງ ອະດີດເຈົ້າແຂວງເຊກອງ; ພ້ອມນີ້ ຄະນະຜູ້ແທນຂັ້ນສູງ ຍັງໄດ້ທ່ຽວຊົມງານວາງສະແດງສິນຄ້າ ມິດຕະພາບລາວ-ຫວຽດນາມ ແລະ ການສະແດງສິລະປະວັນນະຄະດີ ທີ່ທາງແຂວງເຊກອງໄດ້ຈັດຂຶ້ນ ເພື່ອຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ ປີສາມັກຄີພິເສດຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ທັງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ແຂວງເຊກອງ ແລະ ນະຄອນດານັງ ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ, ພ້ອມທັງທົບທວນຄືນການປະຕິບັດບັນດາເນື້ອໃນບົດບັນທຶກການພົບປະສອງຝ່າຍ ໃຫ້ຂະຫຍາຍຕົວໃນທ່າທີ່ຕັ້ງໜ້າ.

ຂ່າວ-ພາບ: ພຸດທະສອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version