Home ຂ່າວໜ້າໜຶ່ງ 6 ເດືອນຕົ້ນປີ ພະແນກພາຍໃນແຂວງອັດຕະປື ຍາດໄດ້ຜົນງານຫຼາຍດ້ານ

6 ເດືອນຕົ້ນປີ ພະແນກພາຍໃນແຂວງອັດຕະປື ຍາດໄດ້ຜົນງານຫຼາຍດ້ານ

0

ທ່ານ ບຸນທະມາລີ ໝັ້ນອານົງ ຫົວໜ້າພະແນກພາຍໃນແຂວງອັດຕະປື ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງເມື່ອທ້າຍເດືອນມິຖຸນາ 2022 ນີ້ວ່າ: ພະແນກພາຍໃນແຂວງອັດຕະປື ເປັນພະແນກໜຶ່ງທີ່ມີບົດບາດ, ສິດ ແລະ ໜ້າທີ່ ເປັນເສນາທິການໃຫ້ອົງການປົກຄອງແຂວງ ແລະ ກະຊວງພາຍໃນ ຊຶ່ງໄດ້ສະແດງອອກຫຼາຍໜ້າວຽກທີ່ມີຜົນສໍາເລັດຕະຫຼອດໄລຍະ 6 ເດືອນຜ່ານມາ.

ເປັນຕົ້ນວຽກງານການປົກຄອງ: ໄດ້ສໍາເລັດການປັບປຸງກົງຈັກການຈັດຕັ້ງຂັ້ນບ້ານໄດ້ທັງໝົດ 130 ບ້ານ ເທົ່າກັບ 92,19% ໃນຈໍານວນບ້ານທັງໝົດ 141 ບ້ານ, ປັບປຸງ ແລະ ສ້າງລະບຽບບ້ານໄດ້ 56 ບ້ານ ເທົ່າກັບ 39,71%. ໃນນັ້ນ, ໄດ້ຫັນເອົາພະນັກງານຂອງລັດຈໍານວນ 11 ທ່ານ ໄປເປັນເລຂາພັກບ້ານ-ນາຍບ້ານ.

ວຽກງານແຜນທີ່ ແລະ ເຂດແດນເຊື່ອມຕໍ່: ໄດ້ເອົາໃຈໃສ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ແລະ ເມືອງຕໍ່ເມືອງ, ບ້ານຕໍ່ບ້ານ ຢ່າງຕັ້ງໜ້າ ເພື່ອປະຕິບັດຕາມວາລະຂອງສູນກາງວາງອອກ ກ່ຽວກັບການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງ ໃຫ້ສຳເລັດພາຍໃນປີ 2022.

ວຽກງານສາມສ້າງ: ໄດ້ມອບແບ່ງຂັ້ນຄຸ້ມໃຫ້ເມືອງ ທີ່ມີເອກະສານຢັ້ງຢືນຄົບຖ້ວນເຊັ່ນ: ເມືອງສາ ມັກຄີໄຊ ມີ 12 ຫ້ອງການ, ເມືອງໄຊເສດຖາ ມີ 16 ຫ້ອງການ, ເມືອງສະໜາມໄຊ 13 ຫ້ອງການ,ເມືອງຊານໄຊ ມີ 8 ຫ້ອງການ, ເມືອງພູວົງ ມີ 9 ຫ້ອງການ, ວຽກງານພັດທະນາການບໍລິຫານລັດ: ໄດ້ເອົາໃຈໃສປັບປຸງກົງຈັກການບໍລິຫານລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງໄປຕາມທິດກະທັດຮັດ, ສົມເຫດສົມຜົນ, ການຈັດຕັ້ງບໍ່ໃຫ້ໃຫຍ່ໂຕ ເພື່ອໃຫ້ສອດຄ່ອງກັບນິຕິກໍາຂອງຂັ້ນເທິງວາງອອກ ຊຶ່ງສາມາດຄົ້ນຄວ້າ ແລະ ປັບປຸງກົງຈັກການຈັດຕັ້ງລັດຂັ້ນຂະແໜງ ຂອງບັນດາພະແນກການ, ອົງການລັດທຽບເທົ່າອ້ອມຂ້າງແຂວງ ຈຳນວນ 9 ພາກສ່ວນ.

ວຽກງານຄຸ້ມຄອງພົນລະເມືອງ: ແຂວງອັດຕະປື ມີພົນລະເມືອງທັງໝົດໃນທົ່ວແຂວງ 161.993 ຄົນ ຍິງ 8.017ຄົນ, ໄດ້ຄົ້ນຄວ້າການປະກອບເອກະສານແຕ່ງດອງລະຫວ່າງພົນລະເມືອງລາວ ກັບ ຄົນຕ່າງປະເທດ (ສສ ຫວຽດນາມ) ຈຳນວນ 1 ຄູ່ ແລະ ສໍາເລັດການເຜີຍແຜ່ນິຕິກຳ ກ່ຽວກັບວຽກງານຄຸ້ມຄອງພົນລະເມືອງຢູ່ 5 ເມືອງ.

ວຽກງານຊົນເຜົ່າ: ແຂວງອັດຕະປື ປະກອບມີ 11 ຊົນເຜົ່າ, ໃນນັ້ນເມືອງສາມັກຄີໄຊ ມີ 7 ເຜົ່າ, ເມືອງໄຊເສດຖາ ມີ 11 ເຜົ່າ, ເມືອງສະໜາມໄຊມີ 11 ເຜົ່າ, ເມືອງຊານໄຊ ມີ 7 ເຜົ່າ, ເມືອງພູວົງ ມີ 11 ເຜົ່າ ແລະ ສໍາເລັດການເຜີຍແຜ່ດຳລັດ ຂອງລັດຖະບານ ວ່າດ້ວຍວຽກງານຊົນເຜົ່າ ສະບັບເລກທີ 207/ລບ, ລົງວັນທີ 20 ມິນາ 2020 ຕື່ມອີກ.

ວຽກງານຄຸ້ມຄອງລັດຖະກອນ: ໄດ້ເອົາໃຈໃສ່ກວດກາ, ຕິດຕາມການປະເມີນຜົນປົກກະຕິຂອງບັນດາພະແນກການ, ອົງການລັດທຽບເທົ່າອ້ອມຂ້າງແຂວງ ຈຳນວນ 33 ພາກສ່ວນ (ບໍ່ໄດ້ຮັບການປະເມີນ 8 ພາກສ່ວນ), ຂັ້ນເມືອງ 4 ເມືອງ (ບໍ່ໄດ້ຮັບການປະເມີນ 1 ເມືອງ ເມືອງສະໜາມໄຊ), ປະເມີນຜົນສະເພາະກ່ອນການແຕ່ງຕັ້ງ ຈຳນວນ 19 ທ່ານ ຍິງ 8 ທ່ານ, ສຳເລັດປະເມີນເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ ປີ 2022 ຢູ່ 3 ເມືອງ (ເມືອງຊານໄຊ, ພູວົງ ແລະ ສະໜາມໄຊ) ມີ 26 ບ້ານ,ສຳເລັດກວດຜ່ານຈຳນວນພົນ ເງິນເດືອນງວດ I-II ປີ 2022 ຂອງບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ; ສະເໜີດັດແກ້ພະນັກງານພົ້ນຊັ້ນ 4 ມີ 1 ຄົນ, ສະເໜີດັດແກ້ຊັ້ນ-ຂັ້ນເງິນເດືອນຕາມໃບປະກາດ ມີ 16 ຄົນ ຍິງ 10 ຄົນ; ສະເໜີເລື່ອນຂັ້ນເງິນເດືອນ (ສາຍຂວາງ) ມີ 394 ຄົນ ຍິງ 171 ຄົນ; ສະເໜີເລື່ອນຂັ້ນເງິນເດືອນ (ສາຍຕັ້ງ) 639 ຄົນ ຍິງ 327 ຄົນ; ສະເໜີດັດແກ້ພະນັກງານຄ້າງເລື່ອນ 1 ຄົນ, ສະເໜີພະນັກງານອອກຮັບອຸດໜູນບຳນານ ປີ 2022 ມີ 25 ຄົນ ຍິງ 7 ຄົນ; ກວດຜ່ານເງິນບຳນານ ມີ 12 ຄົນ ຍິງ 3 ຄົນ; ຢຸດຈ່າຍເງິນເດືອນ ມີ 14 ຄົນ ຍິງ 3 ຄົນ ແລະ ສະເໜີເລື່ອນພະນັກງານ 95% ຂຶ້ນສົມບູນ ມີ 12 ຄົນ ຍິງ 4 ຄົນ.

ວຽກງານແຂ່ງຂັນ ແລະ ຍ້ອງຍໍ: ໄລຍະ 6 ເດືອນຕົ້ນປີ 2022 ໄດ້ສະເໜີລັດຖະບານ ຍ້ອງຍໍ ບຸກຄົນ ແລະ ກົມກອງລວມໝູ່ ມີ 1 ກົມກອງ,ສະເໜີທ່ານ ເຈົ້າແຂວງ ຍ້ອງຍໍ ບຸກຄົນ ທີ່ມີຜົນງານດີເດັ່ນໃນຂະບວນການຕ່າງໆ ມີ 22 ທ່ານ; ສະເໜີທ່ານ ເຈົ້າແຂວງ ຍ້ອງຍໍ ກົມກອງລວມໝູ່ ມີ 3 ພາກສ່ວນ.

ຂ່າວ-ພາບ: ຄໍາສະຫມອນ ວອນອິນທີວົງ (ນັກຂ່າວແຂວງອັດຕະປື)

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version