Home ຂ່າວພາຍໃນ ກະຊວງການເງິນ ດໍາເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ III

ກະຊວງການເງິນ ດໍາເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ III

0

ກອງປະຊຸມເປີດກວ້າງ ຄົບຄະນະບໍລິຫານງານພັກ ກະຊວງການເງິນ ຄັ້ງທີ 3 ສະໄໝທີ III ຈັດຂຶ້ນໃນວັນທີ 4 ກໍລະກົດ 2022 ໂດຍການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ມີຄະນະປະຈໍາພັກ, ກໍາມະການພັກກະຊວງ, ບັນດາເລຂາ, ຮອງເລຂາ, ກໍາມະການຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະ ນະກົມ, ຄະນະພະແນກ, ຜູ້ຮັບຜິດຊອບ ແລະ ພາກສວ່ນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ເພື່ອປະຕິບັດຕາມກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ແລະ ແຜນດຳເນີນງານຂອງ ຄະນະບໍລິຫານງານພັກກະຊວງການເງິນ ສະໄໝທີ III, ດໍາເນີນກອງປະຊຸມເປີດກວ້າງຄັ້ງທີ 3 ຂອງຄະນະບໍລິຫານງານພັກກະຊວງການເງິນສະໄໝທີ IIIເພື່ອພ້ອມກັນສະຫລຸບຕີລາຄາ ການຈັດຕັ້ງປະຕິບັດບັນດາມະຕິ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານພັກກະຊວງ ຄັ້ງທີ່ຜ່ານມາ.

ກອງປະຊຸມຄັ້ງນີ້, ໄດ້ເຜີຍແຜ່, ເຊື່ອມຊຶມຜົນສຳເລັດກອງປະຊຸມຄົບຄະນະບໍລິ ຫານງານສູນກາງພັກຄັ້ງທີ 4 ສະໄໝທີ XI, ສະຫລຸບຕີລາຄາການນໍາພາ-ຊີ້ນຳຂອງອົງຄະນະພັກກະຊວງການເງິນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022, ຕີລາຄາການປັບປຸງກົງຈັກການຈັດຕັ້ງ ຂອງຂະແໜງການເງິນ, ຕີລາຄາການພັດທະນາຊັບພະຍາກອນມະນຸດ. ພ້ອມນັ້ນ, ຍັງຈະໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນເພື່ອໃຫ້ການສະຫລຸບຕີລາຄາ ແລະ ທິດທາງແຜນການ ຂອງວຽກງານແຕ່ລະດ້ານໃຫ້ຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຢ່າງມີປະສິດທິຜົນ ແລະແລກ ປ່ຽນປະກອບຄໍາຄິດຄໍາເຫັນຕໍ່ເອກະສານຕ່າງໆ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງຂະແໜງການເງິນໃນໄລຍະໃໝ່ ເພື່ອຍົກສູງຄວາມຮັບຜິດຊອບຂອງ ບັນດາສະ ຫາຍຄະນະພັກ, ຄະນະນໍາແຕ່ລະຂັ້ນ, ເສີມຂະຫຍາຍຫົວຄິດປະດິດສ້າງ, ພ້ອມກັນນຳພາ-ຊີ້ນຳວຽກງານ ໃນຂະແໜງການເງິນພວກເຮົາໃຫ້ມີການຫັນປ່ຽນໃໝ່ດີຂຶ້ນກວ່າເກົ່າ.

ກະຊວງການເງິນ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ທີ່ດຳເນີນໃນສະພາບການທີ່ຍັງຢູ່ໃນໄລຍະສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ບັນຫາໜີ້ສິນສາທາລະນະທີ່ມີຄວາມກົດດັນສູງສົມຄວນ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວບວກກັບສະພາບການຂອງພາກພື້ນ ແລະ ສາກົນທີ່ຜັນແປໄປຢ່າງສະລັບສັບຊ້ອນ ໂດຍສະເພາະສະພາບລາຄາພະລັງງານມີການຜັນຜວນ ເໜັງຕີງແຮງ, ໄພເງິນເຟີ້ຂອງບັນດາປະເທດທີ່ມີເສດຖະກິດຂະຫຍາຍຕົວ, ລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນສູງໃນຮອບຫລາຍສິບປີ ເຊິ່ງມີຜົນກະທົບທາງກົງ ແລະ ທາງອ້ອມຕໍ່ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຫຍຸ້ງຍາກສົມຄວນ.

ແຕ່ເຖິງຢ່າງໃດກໍຕາມ ສປປ ລາວ ກໍຍັງມີທ່າແຮງບົ່ມຊ້ອນ ແລະ ກາລະໂອ ກາດຈຳນວນໜຶ່ງ ໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ຕິດພັນກັບການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນຕົ້ນ ແມ່ນມາດຕະການທີ່ກຳນົດໄວ້ໃນທ້າຍປີ 2021 ແລະ ການຈັດຕັ້ງປະຕິ ບັດແຜນງົບປະມານແຫ່ງລັດ ໄດ້ລື່ນແຜນການໃນປີ 2021 ເຮັດໃຫ້ການຮັບມື ກໍຄືການຈັດຕັ້ງປະຕິບັດມາດຕະການຕ່າງໆທີ່ວາງໄວ້ ໄດ້ຮັບການຈັດຕັ້ງປະຕິບັດປະກົດຜົນເປັນຈິງຫລາຍດ້ານ ເຊິ່ງຕ້ອງເອົາໃຈໃສ່ນຳພາ-ຊີ້ນຳຢ່າງໃກ້ຊິດ ແລະ ເຮັດເປັນປະຈຳຢ່າງຕໍ່ເນື່ອງ ໃນການຊຸກຍູ້ເກັບລາຍຮັບແຕ່ຫົວທີ,ຄ່ຽງຄູ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເພື່ອໃຫ້ໄດ້ຕາມແຜນທີ່ກໍານົດໄວ້.

ຂ່າວ-ພາບ: ກະຊວງການເງິນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version