Home ຂ່າວພາຍໃນ ເຜີຍແຜ່ສິດ ແລະ ໜ້າທີ່ຂອງຫົວໜ່ວຍວິສາຫະກິດທີ່ຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ

ເຜີຍແຜ່ສິດ ແລະ ໜ້າທີ່ຂອງຫົວໜ່ວຍວິສາຫະກິດທີ່ຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ

0

ເພື່ອເຮັດໃຫ້ບັນດາຫົວໜ່ວຍທຸລະກິດທີ່ຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມໄດ້ຮັບຮູ້ເຂົ້າໃຈກ່ຽວກັບບັນດານິຕິກຳຕ່າງໆ ໃນວັນທີ 30 ມິຖຸນາ ຜ່ານມາ ທີ່ຫ້ອງປະຊຸມສ່ວຍສາອາກອນແຂວງບໍລິຄຳໄຊ ໄດ້ຈັດພິທີເຜີຍແຜ່ ສິດ ແລະ ໜ້າທີ່ຂອງຫົວໜ່ວຍວິສາຫະກິດທີ່ຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມ (ອມພ) ຊຶ່ງມີທ່ານ ແສງຈັນ ຄຳປະເສີດ ຫົວໜ້າສ່ວຍສາອາກອນແຂວງ, ທ່ານ ສຸລິຈັນ ທ່ຽງຈັນໄຊ ຫົວໜ້າຫ້ອງການ-ການເງິນເມືອງ, ມີບັນດາຫົວໜ່ວຍທຸລະກິດພາຍໃນເມືອງປາກຊັນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສະເຫຼີມ ປັນຍານຸວົງ ຫົວໜ້າຂະແໜງຄຸ້ມຄອງລາຍຮັບໄດ້ຜ່ານສິດ ແລະ ໜ້າທີ່ຂອງຜູ້ທີ່ຈະຫັນເຂົ້າສູ່ລະບົບອາກອນມູນຄ່າເພີ່ມເພື່ອປະຕິບັດຕາມວາລະແຫ່ງຊາດ ໂດຍລົງເລິກ 2 ຂົງເຂດວຽກງານຄື: ບັນຫາຢາເສບຕິດ ແລະ ເສດຖະກິດ, ແຈ້ງການປ່ຽນແປງລະບົບການເສຍອາກອນ ຈາກການເສຍອາກອນແບບມອບ ເໝົາເຂົ້າໃນລະບົບອາກອນມູນຄ່າເພີ່ມ ຊຶ່ງເປົ້າໝາຍທີ່ຈະເຂົ້າໃນລະບົບອາກອນມູນຄ່າເພີ່ມແມ່ນຈຸນລະວິສາຫະກິດທີ່ສ້າງຕັ້ງໃນປີ 2021 ຄືນຫຼັງ ແລະ ສ້າງຕັ້ງໃນປີ 2022 ທີ່ສະໝັກເຂົ້າໃນລະບົບ (ອມພ) ພາຍໃຕ້ເງື່ອນໄຂຂະແໜງການຜະລິດມູນຄ່າຊັບສິນ 100 ລ້ານກີບ, ຂະແໜງການຄ້າ 150 ລ້ານກີບ ແລະ ຂະແໜງການບໍລິ ການ 200 ລ້ານກີບ, ວິສາຫະກິດຂະໜາດນ້ອຍທີ່ສ້າງໃໝ່ປີ 2022 ຕ້ອງເຂົ້າໃນລະບົບ (ອມພ) ແບບອັດຕະ ໂນມັດ ໂດຍມີເງື່ອນໄຂຂະແໜງການຜະລິດ ແລະ ຂະແໜງການຄ້າມູນຄ່າຊັບສິນທັງໝົດ 1 ຕື້ກີບ, ຂະ ແໜງການບໍລິການມູນຄ່າຊັບສິນ 1,5 ຕື້ກີບ, ສະເລ່ຍແຮງງານໃນປີ 6-50 ຄົນຂອງແຕ່ລະຂະແໜງ. ວິສາຫະກິດຂະໜາດກາງໃນປີ 2022 ຕ້ອງເຂົ້າໃນລະບົບ (ອມພ) ແບບອັດຕະໂນມັດພາຍໃຕ້ເງື່ອນໄຂຄື: ຂະ ແໜງການຜະລິດ ແລະ ຂະແໜງການຄ້າມູນຄ່າຊັບສິນທັງໝົດ 4 ຕື້ກີບ, ຂະແໜງການບໍລິການມູນຄ່າຊັບສິນ 6 ຕື້ກີບ, ສະເລ່ຍແຮງງານໃນປີແມ່ນ 51-99 ຄົນຂອງແຕ່ລະຂະແໜງ, ອາກອນມູນຄ່າເພີ່ມແມ່ນອາກອນທາງອ້ອມທີ່ຄິດໄລ່, ເກັບຈາກມູນຄ່າສິນຄ້າການນຳເຂົ້າ, ການສະໜອງສິນຄ້າ-ການບໍລິການ ແລະ ການຊົມໃຊ້ສິນຄ້າ-ການບໍລິການ ຈາກຜູ້ບໍ່ມີພູມລຳເນົາ ທີ່ເຂົ້າມາສະໜອງສິນຄ້າ-ການບໍລິການຢູ່ ສປປ ລາວ ຊຶ່ງຜູ້ຊົມໃຊ້ສິນຄ້າ-ການບໍລິການສຸດທ້າຍເປັນຜູ້ເສຍ, ອາກອນປະເພດຕ່າງໆທີ່ຕ້ອງຈ່າຍປະກອບມີ: ຄິດໄລ່ເກັບ ອມພ ທຸກຄັ້ງທີ່ມີການສະໜອງສິນຄ້າ-ການບໍລິການ, ຄິດໄລ່ຫັກອາກອນລາຍໄດ້ຈາກເງິນເດືອນທຸກຄັ້ງ ທີ່ມີການເບີກຈ່າຍເງິນເດືອນ, ຄິດໄລ່ຫັກອາກອນລາຍໄດ້ຕ່າງໆ ແລະ ໄລ່ມອບອາກອນເງິນປັນຜົນກຳໄລທຸກຄັ້ງທີ່ມີການປັນຜົນ.

ຂ່າວ: ວຽງສະຫວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version