Home ຂ່າວຕ່າງປະເທດ ຍອມຮັບຜົນກະທົບຊົ່ວຄາວຕໍ່ເສດຖະກິດເພື່ອບໍ່ໃຫ້ຄວາມປອດໄພ ດ້ານຊີວິດ ແລະສຸຂະພາບຂອງປະຊາຊົນໄດ້ຮັບຜົນກະທົບ

ຍອມຮັບຜົນກະທົບຊົ່ວຄາວຕໍ່ເສດຖະກິດເພື່ອບໍ່ໃຫ້ຄວາມປອດໄພ ດ້ານຊີວິດ ແລະສຸຂະພາບຂອງປະຊາຊົນໄດ້ຮັບຜົນກະທົບ

0

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຕອນບ່າຍ ວັນທີ 28 ມິຖຸນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ໄປສຳຫລວດ ກວດກາວຽກງານຢູ່ເຂດຊຸມຊົນຈື້ຢວນ ເຂດໄຮເທັກຕົ່ງຫູ ນະຄອນອູຮັ້ນ ແຂວງຫູເປີຍ. ຫລັງຈາກເກີດການແພ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ເຂດຊຸມຊົນແຫ່ງນີ້ໄດ້ຈັດຕັ້ງປະຕິບັດລະບຽບການຮັບຜິດຊອບ 5 ຂັ້ນຢ່າງເຂັ້ມງວດ, ໄດ້ສ້າງລະບົບຮັບປະກັນຄວາມໝັ້ນທ່ຽງຂອງເຂດ ຊຸມຊົນ ໂດຍປະສານສົມທົບກັນ ລະຫວ່າງການຟື້ນຟູການເຮັດວຽກ ແລະການປ້ອງກັບຄວບຄຸມພະຍາດ, ເຊິ່ງໄດ້ຊຸກຍູ້ການດຳລົງຊີວິດ ແລະ ການເຮັດວຽກຂອງປະຊາຊົນໃຫ້ຟື້ນຟູເປັນປົກກະຕິຢ່າງເປັນລະບຽບຮຽບຮ້ອຍ.

ທ່ານ ສີຈິ້ນຜິງ ໄດ້ເຂົ້າໄປຫ້ອງການບໍລິການອາສາສະໝັກ, ຮັບຟັງ ສະພາບການເຄື່ອນໄຫວຂອງກົນໄກປ້ອງກັນຄວບຄຸມພະຍາດຮ່ວມກັນ ຂອງຮາກຖານຈາກພະນັກງານເຂດຊຸມຊົນ, ພະນັກງານສະມາຊິກພັກ ປະຈຳເຂດຊຸມຊົນ ແລະອາສາສະໝັກ, ພ້ອມທັງໃຫ້ກຳລັງໃຈແກ່ ພວກເຂົາເຈົ້າສ້າງຮົ້ວປ້ອງກັນພະຍາດຢູ່ແນວໜ້າໃຫ້ໜັກແໜ້ນ, ສ້າງສະພາບແວດລ້ອມທີ່ປອດໄພ ແລະສະຫງົບໃຫ້ແກ່ປະຊາຊົນ.

ຢູ່ສະໜາມນ້ອຍຂອງເຂດຊຸມຊົນ, ທ່ານ ສີຈິ້ນຜິງ ໄດ້ເວົ້ານຳຄົນທັງ ຫລາຍຢ່າງສະໜິດສະໜົມວ່າ ຂ້າພະເຈົ້າໄດ້ເອົາໃຈໃສ່ປະຊາຊົນອູຮັ້ນ ມາໂດຍຕະຫລອດ 2 ປີຜ່ານໄປ, ຂ້າພະເຈົ້າໄດ້ມາຢ້ຽມຢາມບັນດາ ສະຫາຍຢູ່ນະຄອນອູຮັ້ນ ທີ່ເປັນຕົວເມືອງວິລະຊົນ. ນັບແຕ່ເກີດການແພ່ ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ພະນັກງານເຂດຊຸມຊົນ ຈຳນວນມະຫາສານໄດ້ຍຶດໝັ້ນເຮັດວຽກຢູ່ແນວໜ້າປ້ອງກັນຄວບຄຸມພະຍາດມາເປັນເວລາດົນນານ, ມີຄວາມລຳບາກຫລາຍ, ແຕ່ໄດ້ສ້າງຜົນງານ ທີ່ພົ້ນເດັ່ນ. ນະທີ່ນີ້, ຂ້າພະເຈົ້າຂໍສະແດງຄວາມຢື້ຢາມຖາມຂ່າວຕໍ່ບັນດາ ສະຫາຍກໍຄືພະນັກງານເຂດຊຸມຊົນຈຳນວນມະຫາສານຂອງທົ່ວປະເທດ.

ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ສະພາບການລະບາດຂອງພະຍາດ ໂຄວິດ-19 ເປັນການທົດສອບທີ່ຫຍຸ້ງຍາກຄັ້ງໜຶ່ງ. ພວກເຮົາຍຶດໝັ້ນ ການຖືປະຊາຊົນ ແລະຊີວິດຢູ່ເໜືອກວ່າທຸກສິ່ງຢ່າງ, ຍຶດໝັ້ນການປ້ອງກັນ ບໍ່ໃຫ້ພະຍາດຢູ່ຕ່າງປະເທດລະບາດເຂົ້າສູ່ພາຍໃນປະເທດ ແລະຢູ່ພາຍໃນ ປະເທດປ້ອງກັນບໍ່ໃຫ້ພະຍາດລະບາດຢ່າງຂະໜາດໃຫຍ່ອີກຄັ້ງໃໝ່, ຍຶດໝັ້ນການຈຳກັດພະຍາດໃຫ້ເປັນສູນຢູ່ທຸກເວລາ, ປັບປຸງມາດຕະການ ປ້ອງກັນ ແລະຄວບຄຸມພະຍາດຢ່າງບໍ່ຢຸດຢັ້ງຕາມສະພາບການປ່ຽນແປງ ເຊິ່ງໄດ້ປົກປ້ອງຄວາມປອດໄພດ້ານຊີວິດ ແລະສຸຂະພາບຂອງປະຊາຊົນ ຢ່າງຂະໜາດໃຫຍ່ທີ່ສຸດ. ປະເທດຈີນມີປະຊາກອນຢ່າງຫລວງຫລາຍ ຖ້າວ່າ ໃຊ້ນະໂຍບາຍປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ແບບອາໄສພູມ ຕ້ານທານແບບລວມໝູ່ ແລະບໍ່ຕໍ່ຕ້ານຢ່າງຕັ້ງໜ້າກໍຈະເກີດຜົນຮ້າຍຕາມ ມາພາຍຫລັງແບບບໍ່ກ້າຄາດຄິດ. ພວກເຮົາປະຕິບັດນະໂຍບາຍຈຳກັດ ພະຍາດໃຫ້ເປັນສູນຢູ່ທຸກເວລາ ແມ່ນສູນກາງພັກພິຈາລະນາຈາກ ຈຸດປະສົງ ແລະລັກສະນະຂອງພັກ ແລະກຳນົດຕາມສະພາບການຕົວຈິງ ຂອງປະເທດຈີນ, ເຖິງວ່າຈະມີຜົນກະທົບຊົ່ວຄາວຕໍ່ການພັດທະນາຂອງ ເສດຖະກິດ, ແຕ່ຈະບໍ່ໃຫ້ຄວາມປອດໄພດ້ານຊີວິດ ແລະສຸຂະພາບ ຂອງປະຊາຊົນໄດ້ຮັບຜົນຮ້າຍ ໂດຍສະເພາະຕ້ອງປົກປັກຮັກສາຜູ້ເຖົ້າ ແລະເດັກນ້ອຍໃຫ້ດີ. ອີງຕາມການສະຫລຸບໂດຍລວມແລ້ວ ມາດຕະການ ປ້ອງກັນ ແລະຄວບຄຸມພະຍາດຂອງພວກເຮົາແມ່ນມີຜົນເສຍຫາຍ ໜ້ອຍທີ່ສຸດ ແລະມີປະສິດທິຜົນດີທີ່ສຸດ. ພວກເຮົາມີການນຳພາຂອງ ພັກກອມມູນິດຈີນ, ມີເຂດຊຸມຊົນທີ່ເປັນອົງການພື້ນຖານສຳຄັນທີ່ສຸດ ແລະມີຄວາມສາມາດໃນການປະຕິບັດນະໂຍບາຍຈຳກັນພະຍາດໂຄວິດ-19 ໃຫ້ເປັນສູນຢູ່ທຸກເວລາຈົນຮອດໄລຍະທີ່ໄດ້ຮັບໄຊຊະນະຂັ້ນສຸດທ້າຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version