Home ຂ່າວຕ່າງປະເທດ ໂຄວິດ-19 ຢູ່ນະຄອນຫລວງປັກກິ່ງ ແລະ ນະຄອນຊຽງໄຮ້ ແຫ່ງ ສປ ຈີນ ກາຍເປັນສູນແລ້ວ

ໂຄວິດ-19 ຢູ່ນະຄອນຫລວງປັກກິ່ງ ແລະ ນະຄອນຊຽງໄຮ້ ແຫ່ງ ສປ ຈີນ ກາຍເປັນສູນແລ້ວ

0

ໜັງສືພິມຊາວໜຸ່ມລາຍວັນຂອງຈີນ ລາຍງານວ່າ: ໃນວັນທີ 28 ມິຖຸນາ 2022, ເຈົ້າໜ້າທີ່ຂອງຈີນ ປະກາດວ່າ: ຫລັງຈາກນະຄອນຫລວງປັກກິ່ງ ແລະ ນະຄອນຊຽງໄຮ້ ໄດ້ຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ສາຍພັນ ໂອໄມຄຣອນ ຄັ້ງຫລ້າສຸດ ມາເປັນເວລາໜຶ່ງເດືອນ, ມາຮອດວັນທີ 27 ມິຖຸນາ ແມ່ນບໍ່ມີລາຍງານພົບຜູ້ຕິດເຊື້ອເພີ່ມໃໝ່ ຫລື ຜູ້ຕິດເຊື້ອໃໝ່ກາຍເປັນສູນແລ້ວ.

ນະຄອນຫລວງປັກກິ່ງຂອງຈີນ ໃຊ້ເວລາ 19 ວັນໃນການຄວບຄຸມການລະບາດຂອງພະຍາດໂຄວິິດ-19 ຄັ້ງໃໝ່ ເຊີ່ງສ່ວນໃຫຍ່ມີສູນກາງການລະບາດຢູ່ຕາມຮ້ານກິນດື່ມ, ຮ້ານບັນເທີງ ແລະ ຊຸບເປີມາເກັດ ທີ່ກວດພົບເປັນເທື່ອທໍາອິດໃນວັນທີ 9 ມິຖຸນານີ້. ຈາກນັ້ນໃນເວລາບໍ່ເຖິງ 72 ຊົ່ວ ໂມງໄດ້ກວດພົບຜູ້ຕິດເຊື້ອທີ່ກະຈາຍຢູ່ພາຍໃນ 14 ເມືອງ ແລະ ເຂດພັດທະນາເສດຖະກິດ-ເຕັກໂນໂລຊີຂອງປັກກິ່ງຊຶ່ງເປັນ “ສິ່ງທ້າທາຍ ແລະ ການທົດສອບທີ່ບໍ່ເຄີຍມີມາກ່ອນ” ໃນການຕອບໂຕ້ແລະຕ້ານການລະບາດຢູ່ນະຄອນ ຫລວງປັກກິ່ງ ເນື່ອງຈາກມີປະຊາກອນອາໃສຢູ່ຢ່າງຫນາແຫນ້ນ ແລະ ຄວາມໄວໃນການແຜ່ລະບາດຂອງເຊື້ອພະ ຍາດ. ຫລັງຈາກນັ້ນ 5 ມື້ຕໍ່ມາ,ຈໍານວນຜູ້ຕິດເຊື້ອແມ່ນເກີນ 50 ຄົນຕໍ່ວັນ ຈົນມາຮອດວັນທີ 14 ມິຖຸນາ ມີຜູ້ຕິດເຊື້ອທັງຫມົດ 398 ຄົນ.ການລະບາດຂອງເຊື້ອພະຍາດທີ່ກ່ຽວຂ້ອງກັບຮ້ານກິນດື່ມ, ຮ້ານບັນເທີງ ແມ່ນເກີດຂຶ້ນຄືກັບທີ່ເຄີຍເກີດຂຶ້ນມາແລ້ວຄັ້ງກ່ອນທີ່ເລີ່ມຕົ້ນແຕ່ວັນທີ 22 ເມສາ2022 ແລະ ຕິດຕໍ່ໄປຍັງ 2 ນັກຕົບແຕ່ງພາຍໃນຈາກເມືອງຊຸນຢີ (Shunyi) ເຊີ່ງຕໍ່ມາມີລາຍງານພົບຜູ້ຕິດເຊື້ອທັງຫມົດ 1.831 ຄົນ.

ເນື່ອງຈາກສະຖານະການໄດ້ຮັບການແກ້ໄຂດີຂຶ້ນ, ທາງການຈີນໄດ້ປະກາດໃຫ້ນັກຮຽນກັບມາຮຽນໜັງສືໃນໂຮງຮຽນ, ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນໃນຕົວເມືອງທີ່ຕ້ອງຮຽນໜັງສືຜ່ານລະບົບອອນລາຍມາ ເປັນເວລາເກືອບ 2 ເດືອນ ຍ້ອນມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ໄດ້ກັບມາຮຽນຢູ່ໂຮງຮຽນເປັນປົກກະຕິນັບແຕ່ວັນທີ 27 ມິຖຸ ນາ ພາຍໃຕ້ມາດຕະການປ້ອງກັນ ແລະ ຄວາມຄຸມການລະບາດຂອງພະຍາດຢ່າງເຂັ້ມງວດ.

ສວນສາທາລະນະ ຢູນີເວີ ປັກກິ່ງ ຣີສອດ ໄດ້ກັບຄືນມາເປີດຮັບນັກທ່ອງທ່ຽວອີກຄັ້ງໜຶ່ງຫລັງຈາກຕ້ອງຢຸດໃຫ້ບໍລິການດົນເກືອບ 2 ເດືອນ ເຊີ່ງເຫັນວ່າມີຍອດການຈອງປີ້ເຂົ້າໄປທ່ຽວຊົມຫລາຍກວ່າສວນສາທາລະນະອື່ນໆ ໃນປະເທດຈີນ ເນື່ອງຈາກຄວາມນິຍົມຂອງນັກທ່ອງທ່ຽວຕໍ່ສະຖານທີ່ດັ່ງກ່າວ, ລວມເຖີງການຟື້ນຕົວຄືນຢ່າງວ່ອງໄວຂອງການທ່ອງທ່ຽວໃນນະຄອນຫລວງປັກກິ່ງຫລັງຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ສ່ວນຢູ່ ຊຽງໄຮ້ ດິສນີ ຣີສອດ ເຊີ່ງເປັນອີກສະຖານທີ່ທ່ອງທ່ຽວໜຶ່ງທີ່ໄດ້ຮັບຄວາມນິຍົມໃນປະເທດຈີນ, ໄດ້ປະ ກາດຈະເປີດບໍລິການຄືນໃໝ່ໃນວັນທີ 30 ມິຖຸນານີ້ ແລະ ເລີ່ມຂາຍປີ້ເຂົ້າໄປທ່ອງທ່ຽວນັບແຕ່ມື້ນີ້ ( 29 ມິຖຸນາ) ໂດຍມີມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ໃນວັນທີ 27 ມິຖຸນານີ້, ທ່ານ Cai Qi ເລຂາຄະນະ ພັກນະຄອນຫລວງປັກກິ່ງ ໄດ້ປະກາດໃນກອງປະຊຸມອົງ ຄະນະພັກນະຄອນຫລວງປັກກິ່ງ ຄັ້ງທີ 13 ວ່າ: ຈະເອົາໃຈໃສ່ປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດຢ່າງຕໍ່ເນື່ອງຕາມນະໂຍບາຍໂຄວິດ-19 ເປັນສູນດ້ວຍການນໍາໃຊ້ມາດຕະການ “ການກວດຫາເຊື້ອໃຫ້ໄວ, ການລາຍງານໄວ, ການກັກກັນ ແລະ ການປິ່ນປົວໄວ”.

ນະຄອນຊຽງໄຮ້ ໄດ້ຫລຸດພົ້ນອອກຈາກການລະບາດຂອງພະຍາດໂຄວິດ-19 ສາຍພັນ ໂອໄມຄຣອນ ພາຍຫລັງພະຍາດດັ່ງກ່າວລະບາດມາເປັນເວລາ 3 ເດືອນ ແລະ ໄດ້ປະກາດໃນວັນທີ 19 ມິຖຸນານີ້ ໃຫ້ປະຊາຊົນສາມາດອອກໄປກິນເຂົ້າຢູ່ຮ້ານອາຫານທີ່ບໍ່ນອນຢູ່ໃນເຂດທີ່ມີການລະ ບາດຂອງພະຍາດໂຄວິດ-19 ໃນລະດັບປານກາງ ແລະ ເຂດທີ່ບໍ່ມີລາຍງານພົບຜູ້ຕິດເຊື້ອເປັນເວລາ 1 ອາທິດ, ຈາກນັ້ນ ຕໍ່ມາຄໍາສັ່ງປິດເມືອງເປັນເວລາ 2 ເດືອນ ໄດ້ຖືກຍົກເລີກໃນວັນທີ 1 ມິຖຸນານີ້, ເຮັດໃຫ້ເຈົ້າໜ້າທີ່ນະຄອນຊຽງໄຮ້ປະກາດໄຊຊະນະຈາກການຕໍ່ສູ້ກັບການລະບາດຂອງພະຍາດໂຄວິດ-19 ໄດ້ສໍາເລັດ ຫລັງຈາກຢູ່ພາຍໃນຊຽງໄຮ້ບໍ່ມີລາຍງານພົບຜູ້ຕິດເຊື້ອໃໝ່ ຫລື ໂຄວິດ-19 ເປັນສູນມາເປັນເວລາສອງວັນຕິດຕໍ່ກັນ.

Source: Global Times Published: Jun 28, 2022

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version