Home ສາລະໜ້າຮູ້ ພະຍາດອັນຕະລາຍມາພ້ອມກັບ “ຍຸງ”

ພະຍາດອັນຕະລາຍມາພ້ອມກັບ “ຍຸງ”

0
  • ໄຂ້ເລືອດອອກ

ພາຫະນະ: ຍຸງລາຍມັກອອກຫາກິນໃນເວລາກາງເວັນ (ບາງເທື່ອກໍ່ພົບຍຸງໃນເວລາກາງຄືນ ແລະ ຕອນແລງ).

ອາການ: 5-8 ມື້ຫຼັງຈາກຖືກຍຸງກັດ ຄົນເຈັບຈະມີໄຂ້ສູງ ປວດເມື່ອຕາມຮ່າງກາຍ ເບື່ອອາຫານ ຫຼື ອາດຈະຮາກ, ມີຜືນແດງໆ ທົ່ວຮ່າງກາຍ, ເລືອດອອກ, ຖ່າຍໜັກເປັນສີດຳ ແລະ ມີຄວາມສ່ຽງຕໍ່ອາການແຊກຊ້ອນພະຍາດອື່ນໆ ເຊັ່ນ: ອາການຊ໊ອກ, ຊັກ, ບວມ, ເຈັບແອວ, ເຈັບທ້ອງ, ແໜ້ນໜ້າເອີກ ຫຼື ມີເລືອດອອກຕາມອະໄວຍະວະພາຍໃນ.

  • ພະຍາດໄຂ້ຍຸງ

ພາຫະນະ: ຍຸງກົ້ນປ່ອງພົບເຫັນຢູ່ໃນປ່າ, ເຂດທີ່ຮົກໆ, ອາກາດຮ້ອນ ແລະ ຊຸ່ມ ແຫຼ່ງນໍ້າຕ່າງໆ ຫຼື ພື້ນທີ່ທົ່ວໄປອື່ນໆ…

ອາການ: ໄຂ້, ເຈັບຫົວ, ປວດຕາມຮ່າງກາຍ, ອ່ອນເພຍ, ກຳມະຈອນເຕັ້ນໄວ, ໜາວສັ່ນ, ປວດຮາກ ແລະ ຮາກ ໃບໜ້າຈືດ ເປັນຍ້ອນເມັດເລືອດແດງຖືກທຳລາຍ ຫຼື ເລີ່ມເຂົ້າສູ່ພາວະໂລກເລືອດຈາງ ຕົນໂຕສີເຫຼືອງຄ້າຍຄືພະຍາດໝາກເຫຼືອງ ແລະ ອາດຈະມີນໍ້າຍ່ຽວຄ້າຍຄືສີນໍ້າປາ.

  • ແມ່ກາຝາກ

ພາຫະນະ: ພະຍາດທີ່ເກີດຈາກແມ່ທ້ອງກົມ ໂດຍມີຍຸງເປັນພາຫະນະ, ໄຂ້ຂື້ນສູງ ຫຼອດນໍ້າເຫຼືອງ (Lymphatic) ແລະ ຕ່ອມນໍ້າເຫຼືອງອັກເສບ (lymph node) ເຊິ່ງອາດຈະພົບເຫັນຢູ່ໃນອະໄວຍະວະຕ່າງໆ ເຊັ່ນ: ຂາ, ທ້ອງທາງຫຼັງ, ທໍ່ນໍ້າເຊື້ອອະສຸຈິ, ເຕົ້ານົມ, ຜິວໜັງອັກເສບບວມ ແລະ ແດງ ແຕ່ໃນບາງກໍລະນີອາດຈະບໍ່ສະແດງອາການບວມໃຫ້ເຫັນແຈ້ງ.

  • ໄຂ້ປວດຂໍ້

ຫາຫະນະ: ຍຸງລາຍ ອາການຄ້າຍຄືໄຂ້ເລືອດອອກຫຼາຍ ແຕ່ບໍ່ພົບການຮົ່ວໄຫຼຂອງ plasma ອອກຢູ່ນອກເສັ້ນເລືອດ ເພາະສະນັ້ນຈຶ່ງບໍ່ພົບຄົນເຈັບທີ່ມີອາການຊ໊ອກ.

  • ໂລກຂໍ້ອັກເສບ

ພາຫະນະ: ຍຸງທີ່ມັກພົບເຫັນໃນທົ່ງນາ ເພາະມັນເປັນແຫຼ່ງແຜ່ພັນ ແລະ ມີໝູເປັນຮັງຂອງພະຍາດ ແລະ ແຜ່ຂະຫຍາຍການຕິດເຊື້ອໃຫ້ຄົນ ແລະ ສັດອື່ນໆ.

ອາການ: ຫຼັງຈາກຕິດເຊື້ອ 5-15 ວັນ ຈະມີໄຂ້ສູງ, ຮາກ, ເຈັບຫົວ, ອ່ອນເພຍ, ຫຼັງຈາກນັ້ນຈະເລີ່ມມີອາການຜິດປົກກະຕິທາງສະໝອງ ເຊັ່ນ: ຄໍແຂງ, ສະຕິຫຼຸດລົງ, ຊັກ ຫຼື ຫຼົງໆ ລືມໆ, ລະເມີ, ຊັກ, ໝົດສະຕິ, ມືສັ່ນ, ເປັນອຳມະພາດ ຫຼັງຈາກພະຍາດຫາຍດີອາດຈະເກີດມີຄວາມຜິດປົກກະຕິທາງສະໝອງ ເຊັ່ນວ່າ: ການເວົ້າທີ່ບໍ່ແຈ້ງ, ຊັກ ຫຼື ສະຕິບໍ່ຄ່ອຍດີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version