Home ຂ່າວຕ່າງປະເທດ ສະຫາຍ ເອກອັກຄະລັດຖະທູດ ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫົວໜ້າ ຄຕພ ຈີນ

ສະຫາຍ ເອກອັກຄະລັດຖະທູດ ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫົວໜ້າ ຄຕພ ຈີນ

0

ໃນວັນທີ 24 ມິຖຸຸນາ 2022 ທີ່ຄະນະພົວພັນຕ່າງປະເທດສູນກາງພັກກອມ ມູນິດຈີນ ທີ່ປັກກິ່ງ, ສປ ຈີນ, ສະຫາຍ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ອວຍພອນ ສະ ຫາຍ ລິວຈຽນຊາວ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກກອມມູນິດຈີນ ຜູ້ໃໝ່. ສອງຝ່າຍຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ ແລະ ຈີນ ໃນໄລຍະຜ່ານມາ ກໍ່ຄືໃນປັດຈຸບັນ, ການຮ່ວມມືທີ່ພົ້ນເດັ່ນ ລະຫວ່າງ ສອງປະເທດລາວ ແລະ ຈີນ ທີ່ໄດ້ນໍາເອົາຜົນປະໂຫຍດມາສູ່ສອງປະເທດ ກໍ່ຄືປະຊາ ຊົນສອງຊາດລາວ ແລະ ຈີນ, ເປັນຕົ້ນ: ໂຄງການລົດ ໄຟລາວ-ຈີນ, ໂຄງການແລວເສດຖະກິດລາວ-ຈີນ ແລະ ອື່ນໆ ໂດຍສະເພາະແມ່ນໂຄງການລົດໄຟລາວ-ຈີນ, ຊຶ່ງໄດ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 3 ທັນວາ 2021 ໂດຍເປັນກຽດກົດປຸ່ມຂະບວນລົດໄຟທໍາອິດຂອງສອງ ສະຫາຍ ເລຂາທິການໃຫຍ່ຂອງພັກລາວ-ຈີນ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ສີຈິ້ນຜິງ. ໂຄງການດັ່ງກ່າວນີ້ ເປັນໂຄງການແຫ່ງສັນຍາລັກມິດຕະພາບລາວ-ຈີນ, ເປັນການເຊື່ອມໂຍງແຜນຍຸດທະສາດການຫັນຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມຈອດໃນພາກພື້ນ ແລະ ອະນຸພາກພື້ນ ຂອງ ສປປ ລາວ ແລະ ເປັນການສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວ-ໜຶ່ງເສັ້ນທາງ ຂອງ ສປ ຈີນ. ສອງຝ່າຍ ຈະສືບຕໍ່ສົ່ງເສີມສາຍພົວພັນລະຫວ່າງສອງປະເທດລາວ-ຈີນ ໃຫ້ໄດ້ຮັບການພັດທະນາ ແລະ ມີໝາກຜົນອັນໃຫຍ່ຫຼວງໃນທຸກລະດັບ ແລະ ທຸກວຽກງານ, ໂດຍສະເພາະແມ່ນສາຍພັກ, ຊຶ່ງທັງສອງພັກລາວ ແລະ ຈີນ ໄດ້ໃຫ້ ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງສາພັດທະນາປະເທດຊາດໃນປັດຈຸບັນຢ່າງສະເໝີຕົ້ນສະເໝີປາຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version