Home ສາລະໜ້າຮູ້ ວັດຖຸທີ່ບໍ່ຄວນປະໄວ້ໃນລົດ

ວັດຖຸທີ່ບໍ່ຄວນປະໄວ້ໃນລົດ

0

ປະເທດເຮົາເປັນປະເທດທີ່ຮ້ອນອົບເອົ້າ ຖ້າທ່ານຈອດລົດໄວ້ບ່ອນຮົ່ມເພື່ອບໍ່ໃຫ້ລົດແດດກໍ່ບໍ່ງ່າຍສຳລັບຫຼາຍໆ ຄົນ ບາງເທື່ອເຄື່ອງຂອງທີ່ຢູ່ໃນລົດ ຫຼື ບາງຢ່າງຫາກພົບຄວາມຮ້ອນດົນໆຈະເຮັດປະຕິກິລິຍາ ຫຼື ອາດຈະເຮັດໃຫ້ເກີດຄວາມເສຍຫາຍຕໍ່ລົດໄດ້ ບາງເທື່ອເຮົາບໍ່ໄດ້ຈອດລົດໄວ້ບ່ອນແດດ ຫຼື ຈອດຖີ້ມໄວ້ບໍ່ດົນ ຫຼື ບາງເທື່ອລະດູໜາວທີ່ອາກາດບໍ່ຮ້ອນ ແຕ່ທ່ານກໍ່ບໍ່ຄວນປະໝາດ ປ້ອງກັນໄວ້ກ່ອນດີທີ່ສຸດ ຖ້າເກີດເຫດອັນຕະລາຍ ແລະ ສ້າງຄວາມເສຍຫາຍແລ້ວນຳມາແກ້ຕາມຫຼັງ.

ຕຸກນໍ້າດື່ມ ຖ້າຫາກວາງຕຸກນໍ້າດື່ມໄວ້ຄອນໂຊລໜ້າລົດ ຫຼື ບ່ອນທີ່ຖືກແສງແດດສ່ອງ ຄວາມຮ້ອນຈາກແສງແດດຈະມີຜົນໃຫ້ຕຸກນໍ້າດື່ມລະລາຍໄດ້ ແລະ ຈະມີສານເຄມີຈາກຕຸກນໍ້າດື່ມທີ່ເຮັດໃຫ້ທາງໃນນໍ້າດື່ມຜະລິດຕຸກເປື້ອນອອກມາ ຊື່ງເປັນອັນຕະລາຍຕໍ່ສຸຂະພາບໄດ້ ຍີ່ງໄປກ່ວານັ້ນຍັງມີຄວາມສ່ຽງທີ່ອາດຈະເກີດໄຟລຸກໃໝ້ນຳອີກ.

ວັດຖຸອຸປະກອນທີ່ມີແບັດເຕີລີ້ ເປັນຕົ້ນແມ່ນໂທລະສັບມືຖື ແທັບເລັດ ໂນ໊ດບຸກ ພາວເວີ້ແບັງ ແລະ ອື່ນໆ ສີ່ງທີ່ມີແບັດເຕີລີ້ຢູ່ທາງໃນ ຍ້ອນວ່າສານລິທຽມທີ່ຢູ່ໃນແບັດເຕີລີ້ ເປັນໂລຫະທີ່ມີຄວາມໄວໃນການກໍ່ໃຫ້ເກີດປະຕິກິລິຍາທາງເຄມີ ເມື່ອໄດ້ຮັບຄວາມຮ້ອນຈາກແສງແດດຈະເຮັດໃຫ້ເກີດຄວາມຮ້ອນສູງ ຈົນເຮັດໃຫ້ແບັດເຕີລີ້ເຊື່ອມ ຫຼື ອຸປະກອນເກີດຄວາມເສຍຫາຍ ແລະ ບາງເທື່ອອາດມີການລັດວົງຈອນຊື່ງຈະເຮັດໃຫ້ລະເບີດໄດ້.

ກະປ່ອງສະເປຕ່າງໆ ທາງໃນກະປ່ອງສະເປມັກມີສານເຄມີ ແລະ ແກັສ ເມື່ອຖືກຄວາມຮ້ອນແລ້ວຈະມີການຂະຫຍາຍໂຕ ຊື່ງອາດຈະກໍ່ໃຫ້ເກີດເປັນປະກາຍໄຟ ຫຼື ອາດຈະລະເບີດໄດ້ ຈະເປັນສະເປກະປ່ອງຂະໜາດນ້ອຍ ຫຼື ໃຫຍ່ກໍ່ຕາມ ຄວນຕ້ອງຫຼີກລ່ຽງການເກັບເອົາໄວ້ພາຍໃນລົດ.

ກັບໄຟແຊັກ ເພາະກັບໄຟແຊັກມີສານເຄມີທີ່ເປັນເຊື້ອໄຟຢູ່ທາງໃນ ເມື່ອເວລາເອົາໄວ້ໃນລົດທີ່ມີອຸ່ນຫະພູມສູງດົນໆ ກໍ່ຈະເຮັດໃຫ້ສານເຄມີເກີດການຂະຫຍາຍໂຕຈະເຮັດໃຫ້ລະເບີດ ແລະ ອາດຈະເປັນອັນຕະລາຍໄດ້.

ຢາງລຶບ ເນື່ອງຈາກວ່າຢາງລຶບມີສານໃນກຸ່ມ Plasticizers ຊື່ງເປັນໂຕທຳລາຍພລາສຕິກ ເມື່ອເວລາພົບຄວາມຮ້ອນມັນຈະຄາຍສານອອກມາ ເຮັດໃຫ້ອ້ອມໆ ຄອນໂຊລ ຫຼື ສ່ວນອື່ນໆ ຂອງລົດທີ່ເປັນພລາສຕິກລະລາຍ ແລະ ເສຍຫາຍໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version