Home ຂ່າວໜ້າໜຶ່ງ ກົດໝາຍ 4 ສະບັບຂົງເຂດເສດຖະກິດ ເປັນເຄື່ອງມືສຳຄັນແກ່ການຄຸ້ມຄອງຂອງຂະແໜງກ່ຽວຂ້ອງ

ກົດໝາຍ 4 ສະບັບຂົງເຂດເສດຖະກິດ ເປັນເຄື່ອງມືສຳຄັນແກ່ການຄຸ້ມຄອງຂອງຂະແໜງກ່ຽວຂ້ອງ

0

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບການປະເມີນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບຄື: ກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຂຸດທີ IX ໃນວັນທີ 23 ມິຖຸນາ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ: ການຈັດຕັ້ງປະຕິບັດບັນດາກົດໝາຍດັ່ງກ່າວໃນໄລຍະຜ່ານມາ ຂະແໜງການທີ່ກ່ຽວຂ້ອງໄດ້ມີການໂຄສະນາ ເຜີຍແຜ່ 4 ກົດໝາຍ ຢ່າງກວ້າງຂວາງໃຫ້ອົງການປົກຄອງທ້ອງຖິ່ນ, ກຸ່ມເປົ້າໝາຍນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ຮັບຮູ້ ແລະ ເຂົ້າໃຈຜ່ານຫຼາຍຊ່ອງທາງ ເຊັ່ນ: ການໂຄສະນາເຜີຍແຜ່ໃນກອງປະຊຸມຕ່າງໆ ໂຄສະນາຜ່ານໜັງສືພິມ, ວິທະຍຸ ແລະ ສື່ສິ່ງພິມອື່ນໆ, ຜ່ານເວັບໄຊເປັນພາສາລາວ ແລະ ພາສາຕ່າງປະເທດ ໃນນັ້ນກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍແຮ່ທາດໄດ້ມີການໂຄສະນາເຜີຍແຜ່ຢູ່ຕ່າງປະເທດ, ພ້ອມກັນນັ້ນຂະ ແໜງການທີ່ກ່ຽວຂ້ອງໄດ້ປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດກົດໝາຍ ທັງ 4 ສະບັບ ໄດ້ເປັນເຄື່ອງມືທີ່ສຳຄັນ ແລະ ເປັນບ່ອນອີງໃຫ້ແກ່ຂະ ແໜງການທີ່ກ່ຽວຂ້ອງໃນການຄຸ້ມຄອງ, ຕິດຕາມ, ກວດກາວຽກງານຂອງຂະແໜງການຂອງຕົນ.

ຕໍ່ກັບທິດທາງໃນຕໍ່ໜ້າ ທ່ານຮອງນາຍົກລັດຖະມົນຕີໄດ້ກ່າວວ່າ: ຕ້ອງເພີ່ມທະວີການໂຄສະນາເຜີຍແຜ່ 4 ກົດໝາຍໃຫ້ກວ້າງຂວາງທົ່ວເຖິງ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນເປັນເຈົ້າການຈັດຕັ້ງປະຕິບັດກົດໝາຍ, ລະບຽບການທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ຂະ ແໜງການທີ່ເປັນເຈົ້າການໃນການປະຕິບັດກົດໝາຍຕ້ອງປະສານສົມທົບກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງເພື່ອຮັບປະກັນໃຫ້ການເຄື່ອນໄຫວມີຄວາມຄ່ອງຕົວ ແລະ ແກ້ໄຂບັນຫາທີ່ບໍ່ມີຄວາມເປັນເອກກະພາບກັນ.

ໃນນັ້ນກົດໝາຍທີ່ດິນ ຕ້ອງເອົາໃຈໃສ່ຄົ້ນຄວ້າສ້າງແຜນຍຸດທະສາດການນຳໃຊ້ທີ່ດິນຂອງຂະ ແໜງການຄຸ້ມຄອງທີ່ດິນແຕ່ລະປະເພດ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ແຜນຈັດສັນທີ່ດິນຂອງທ້ອງຖິ່ນ ເພື່ອຮັບປະກັນບັນລຸໂຕເລກຄາດໝາຍໃນເຂດສະຫງວນ ແລະ ອະນຸລັກດິນໄວ້ເພື່ອເປັນເນື້ອທີ່ປົກຫຸ້ມປ່າໄມ້ 70% ຂອງເນື້ອທີ່ທົ່ວປະເທດ, ດິນກະສິກຳ 4,5 ລ້ານເຮັກຕາ ຕາມມະຕິຂອງສະພາແຫ່ງຊາດ, ເອົາໃຈໃສ່ຄຸ້ມຄອງບໍລິຫານວຽກງານທີ່ດິນໃຫ້ເຂັ້ມງວດຂຶ້ນຕື່ມ ແລະ ໃຫ້ຖືກຕ້ອງຕາມກົດໝາຍ ໂດຍສະເພາະແມ່ນການຂຶ້ນທະບຽນອອກໃບຕາດິນ, ການເຊົ່າສຳປະທານທີ່ດິນ, ການເຄື່ອນໄຫວປ່ຽນສິດນຳໃຊ້ທີ່ດິນ, ການມອບສິດນຳໃຊ້ທີ່ດິນຂອງລັດ ແລະ ການຫັນປ່ຽນປະເພດທີ່ດິນ ແລະ ອື່ນໆ.

ສຳລັບ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ເພີ່ມທະວີເອົາໃຈໃສ່ຕິດຕາມຄຸ້ມຄອງການລົງທຶນທີ່ອະນຸຍາດແລ້ວໃຫ້ເປັນລະບົບຕໍ່ເນື່ອງສອດຄ່ອງກັບນິຕິກຳ, ມີການແບ່ງຄວາມຮັັບຜິດຊອບຈະແຈ້ງລະຫວ່າງສູນກາງກັບທ້ອງຖິ່ນ ແລະ ລະຫວ່າງ ແຂວງກັບເມືອງ ແລະ ລະຫວ່າງເມືອງກັບບ້ານ, ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.

ສ່ວນກົດໝາຍວ່າດ້ວຍຊັບສິນຂອງລັດ ບັນດາຂະແໜງການອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນຕ້ອງໄດ້ເປັນເຈົ້າການຄຸ້ມຄອງ ແລະ ພັດທະນານຳໃຊ້ຊັບສິນຂອງລັດໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ຂະແໜງຄຸ້ມຄອງສັບສິນແຫ່ງລັດຕ້ອງມີການປະສານສົມທົບຢ່າງເປັນປົກກະຕິກັບຂະແໜງການທີ່ກ່ຽວຂ້ອງເພື່ອເປັນເອກະພາບການຄຸ້ມຄອງແກ້ໄຂບັນຫາກ່ຽວກັບຊັບສິນຂອງລັດ, ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍຊັບສິນຂອງລັດ ຊຶ່ງເປັນກົດໝາຍໜຶ່ງທີ່ຕິດພັນກັບວາລະແຫ່ງຊາດກ່ຽວກັບການເກັບລາຍຮັບ.

ໃນຂະນະທີ່ກົດໝາຍວ່າດ້ວຍແຮ່ທາດ ຂະແໜງການພະລັງງານ ແລະ ບໍ່ແຮ່ ຕ້ອງໄດ້ປະສານສົມທົບແໜ້ນກັບຂະແໜງການໂຍທາທິການ ແລະ ຂົນສົ່ງ ເພື່ອເປັນເອກະພາບກັນໃນການຄຸ້ມຄອງແຮ່ຫີນ, ຊາຍ ແລະ ແຮ່ອື່ນໆ ແນໃສ່ອັດຊ່ອງວ່າງໃນການສວຍໂອກາດຂຸດຄົ້ນແຮ່ປະເພດອື່ນໆ, ຄົ້ນຄວ້າປັບປຸງກົດໝາຍວ່າດ້ວວຍແຮ່ທາດ ແລະ ອື່ນໆ.

ຂ່າວ-ພາບ: ສຳນານ

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version