Home ຂ່າວໜ້າໜຶ່ງ ທະນາຄານແຫ່ງ ສປປ ລາວ ໄດ້ດຳເນີນການປະຕິຮູບລັດວິສາຫະກິດຢ່າງຮອບດ້ານ

ທະນາຄານແຫ່ງ ສປປ ລາວ ໄດ້ດຳເນີນການປະຕິຮູບລັດວິສາຫະກິດຢ່າງຮອບດ້ານ

0

ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງກ່ຽວກັບການປະຕິຮູບລັດວິສາຫະກິດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 22 ມິຖຸນາ ຜ່ານມາ, ໂດຍການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.

ທ່ານນາງ ວັດທະນາ ດາລາລອຍ ກ່າວວ່າ: ການປະຕິຮູບລັດວິສາຫະກິດແຕ່ລະປະເພດ “ລັດວິສາຫະກິດໃດເຄື່ອນໄຫວບໍ່ມີປະສິດທິຜົນ ແລະ ລັດບໍ່ຈໍາເປັນເຂົ້າຖືຮຸ້ນໃຫ້ຫັນໄປສູ່ຮູບການອື່ນໂດຍໃຫ້ດຳເນີນການກວດກາປະເມີນມູນຄ່າຊັບສິນ ແລະ ໜີ້ສິນຄືນໃໝ່, ຖ້າຈຳເປັນຫັນ ຫຼືຮ່ວມທຶນ ກໍໃຫ້ດໍາເນີນການປັບປຸງໂຄງສ້າງວິສາຫະກິດທາງດ້ານການເງິນຕາມຂັ້ນຕອນ ທັງກຳນົດຮູບການ ແລະ ດຳເນີນການເຈລະຈາກັບພາກເອກະຊົນທີ່ມີເຈດຈໍານົງຢາກຮ່ວມທຶນ ກັບວິສາຫະກິດດັ່ງກ່າວ.

ສະນັ້ນ, ຈຶ່ງເວົ້າໄດ້ວ່າການປັບປຸງໂຄງສ້າງຂອງທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ ໃນໄລຍະຜ່ານມາແມ່ນສອດຄ່ອງຕາມເນື້ອໃນຈິດໃຈມະຕິຂອງກົມການ ເມືອງສູນກາງພັກ ແລະ ມະຕິຂອງລັດຖະບານທີ່ກ່ຽວຂ້ອງ, ໂດຍທະນາຄານແຫ່ງ ສປປ ລາວ ໄດ້ມີການປະສານສົມທົບກັບກະຊວງການເງິນ ແລະ ກະຊວງກ່ຽວຂ້ອງ ພ້ອມທັງໄດ້ຮັບການເຫັນດີຈາກລັດຖະບານ ແລະ ໄດ້ດຳ ເນີນການຖືກຕ້ອງຕາມຫຼັກການ ແລະ ລະບຽບການໃນທຸກຂັ້ນຕອນ.

ກ່ອນເຂົ້າສູ່ຂະບວນການປັບປຸງໂຄງສ້າງ, ການດຳເນີນທຸລະກິດຂອງທັງສອງທະນາຄານທຸລະກິດລັດທີ່ມີການຂາດທຶນສະສົມໃນລະດັບສູງຕໍ່ເນື່ອງ, ມີສະພາບຖານະການເງິນອ່ອນແອ ຊຶ່ງທະນາຄານແຫ່ງ ສປປ ລາວ ໃນນາມຜູ້ຄຸ້ມຄອງກໍໄດ້ປະຕິບັດພາລະບົດບາດຂອງຕົນ ດ້ວຍການພະຍາຍາມປະຕິບັດຫຼາຍມາດຕະການແກ້ໄຂມາຢ່າງຕໍ່ເນື່ອງເປັນຕົ້ນ: ໄດ້ເຂົ້າຕິດຕາມຄວບຄຸມສະເພາະຢ່າງໃກ້ຊິດໃນໄລຍະປີ 2015-2018, ດຳເນີນການປັບປຸງຢ່າງຮອບດ້ານ, ໄປຄຽງຄູ່ກັນກັບການຊອກຫາຄູ່ຮ່ວມທຶນຍຸດທະສາດ ເພື່ອມາຮ່ວມທຶນໃນການປັບປຸງສອງທະນາຄານດັ່ງກ່າວ. ແຕ່ກໍບໍ່ໄດ້ຮັບການຕອບຮັບ.

ຄຽງຄູ່ກັນນີ້,ອົງການກວດກາແຫ່ງລັດກໍໄດ້ເລີ່ມກວດກາທະນາຄານສົ່ງເສີມກະສິກຳ ນັບແຕ່ປີ 2015 ເປັນຕົ້ນມາ ແລະ ທະ ນາຄານພັດທະນາລາວ ນັບແຕ່ປີ 2018 ເປັນຕົ້ນມາ. ມາຮອດຕົ້ນປີ 2021, ເພື່ອແກ້ໄຂສະພາບຖານະການເງິນທີ່ອ່ອນແອຊຳເຮື້ອຂອງທັງສອງທະນາຄານ ບໍ່ໃຫ້ສືບຕໍ່ແກ່ຍາວກະທົບຕໍ່ຖານະການເງິນຂອງລັດຖະບານ ແລະ ຮັບ ປະກັນຄວາມຮັບຜິດຊອບຕໍ່ເງິນຝາກຂອງລູກຄ້າທີ່ຢູ່ສອງທະນາຄານທຸລະກິດລັດດັ່ງກ່າວ, ຕາມການຄົ້ນຄວ້ານຳສະເໜີຂອງຄະນະຮັບຜິດຊອບກ່ຽວຂ້ອງ ທີ່ໄດ້ຮັບການແຕ່ງຕັ້ງມອບໝາຍຈາກລັດຖະບານ.

ລັດຖະບານໄດ້ຄັດເລືອກ 2 ບໍລິສັດເອກະຊົນຄື: (ບໍລິສັດຈະເລີນເຊກອງພະລັງງານຈຳກັດ ແລະ ບໍລິສັດພົງຊັບທະວີກໍ່ສ້າງ) ເຂົ້າຮ່ວມທຶນຖືຮຸ້ນໃນ 2 ທະນາຄານດັ່ງກ່າວ 70% ແລະ ລັດຖືຮຸ້ນ 30%. ໃນຂະບວນການປັບປຸງ, ທັງສອງທະນາ ຄານແມ່ນໄດ້ຜ່ານການປະເມີນຊັບສິນຈາກບໍລິສັດກວດສອບພາຍນອກທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບໃນລະດັບສາກົນ. ເພື່ອປະເມີນມູນຄ່າຮຸ້ນ, ປະເມີນມູນຄ່າຊັບສິນທີ່ເປັນອາຄານ ແລະ ທີ່ດິນ; ພ້ອມກັນນີ້, ສຳລັບຊັບສິນຄົງທີ່ ທີ່ໝົດອາຍຸການນໍາໃຊ້ແລ້ວ ກໍໄດ້ຖືກປະເມີນກວດກາໂດຍຄະນະຮັບຜິດຊອບເບື້ອງລັດຖະບານ.

ຄຽງຄູ່ກັນນີ້, ລັດຖະບານກໍໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມກວດກາການປັບປຸງໂຄງສ້າງດັ່ງກ່າວຢ່າງເປັນລະບົບ.ກ່ອນການປັບປຸງໂຄງສ້າງ, ຊັບສິນສ່ວນໃຫຍ່ຂອງທັງສອງທະນາຄານແມ່ນສິນເຊື່ອຂອງລູກຄ້າສ່ວນໃຫຍ່ລ້ວນແຕ່ແມ່ນສິນເຊື່ອທີ່ພາໃຫ້ເກີດໜີ້ສິນທີ່ບໍ່ເກີດດອກອອກຜົນໃນອັດຕາສ່ວນທີ່ສູງ ກະທົບຢ່າງໜັກໜ່ວງຕໍ່ຖານະການເງິນຂອງທັງສອງທະນາຄານ ແລະ ເຮັດໃຫ້ລະບົບທະນາຄານລັດເຮົາໂດຍລວມບໍ່ສາມາດເຂັ້ມແຂງໄດ້ ຈຶ່ງຈໍາເປັນຕ້ອງໄດ້ມີການປະຕິຮູບ; ນອກຈາກນີ້ກໍມີຊັບສິນຄົງທີ່ຈໍານວນໜຶ່ງ ທີ່ມາຈາກການບໍລິຫານລາຍຈ່າຍທີ່ບໍ່ມີປະສິດທິຜົນເທົ່າທີ່ຄວນ ບໍ່ສົມຄູ່ກັບປະສິດທິຜົນໃນການດໍາເນີນທຸລະກິດ.

ສຳລັບເບື້ອງໜີ້ສິນຂອງທັງສອງທະນາຄານ ເກືອບ 100% ແມ່ນເງິນຝາກຂອງລູກຄ້າ ແລະ ສະຖາບັນການເງິນອື່ນ ທີ່ພົວພັນກັບໜີ້ສິນຈາກການດຳເນີນທຸລະກິດທີ່ບໍ່ມີປະສິດທິຜົນ ທີ່ເຮັດໃຫ້ເກີດມີຍອດຂາດທຶນສະສົມມະຫາສານສະສົມເພີ່ມຂຶ້ນຕໍ່ເນື່ອງ. ໃນໄລຍະໄຕມາດສຸດທ້າຍຂອງປີ 2021, ພາຍຫຼັງສຳເລັດການເຊັນສັນຍາຮ່ວມທຶນກັບບັນດາຜູ້ຮ່ວມທຶນ ຫຼັງຈາກທີ່ໄດ້ມີການປະເມີນຊັບສິນຕາມມາດຕະຖານສາກົນຄືດັ່ງທີ່ໄດ້ກ່າວມານັ້ນ ແລະ ອີງຕາມການເຫັນດີຈາກລັດຖະບານ, ກະຊວງການເງິນໄດ້ປະກອບທຶນຕາມລະບຽບການ ດ້ວຍຮູບແບບການອອກພັນທະບັດ.

ພາຍຫຼັງສຳເລັດການປັບປຸງໂຄງສ້າງ ແລະ ໄດ້ເຄື່ອນໄຫວດຳເນີນທຸລະກິດຕາມໂຄງສ້າງໃໝ່ທີ່ໄດ້ປັບປຸງ ໂດຍລວມທະນາຄານແຫ່ງ ສປປ ລາວ ກໍຄື: ລັດຖະບານເຫັນໄດ້ວ່າ: ການເຄື່ອນໄຫວທຸລະກິດຂອງທັງສອງທະນາຄານ ທັງທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ ໄດ້ມີທ່າອ່ຽງນັບມື້ນັບເຂັ້ມແຂງຂຶ້ນ ເມື່ອທຽບໃສ່ໄລຍະກ່ອນການປັບປຸງໂຄງສ້າງໃນເດືອນພຶດສະພາ 2022 ໃສ່ເດືອນກັນຍາ 2021 ເຫັນໄດ້ວ່າ: ທະນາຄານພັດທະນາລາວ ສາມາດລະດົມເງິນຝາກໄດ້ເພີ່ມຂຶ້ນ ໄດ້ມີຍອດເຫຼືອເງິນຝາກເພີ່ມຂຶ້ນ 27%; ຍອດຊັບສິນໄດ້ເພີ່ມຂຶ້ນ 110,37%, ໃນນີ້, ສິນເຊື່ອໄດ້ມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ແຂງແຮງ, ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນໄດ້ຫຼຸດລົງຈາກ 3,81% ມາຢູ່ໃນລະດັບ 0,12% ຈາກທີ່ເຄີຍຢູ່ໃນລະດັບສູງກາຍ 3% ພ້ອມກັນນີ້, ທະນາຄານດັ່ງກ່າວກໍສາມາດສ້າງກໍາໄລ ຈາກທີ່ໄດ້ມີການຂາດທຶນສະສົມມາຢ່າງຕໍ່ເນື່ອງ ກ່ອນການປັບປຸງໂຄງສ້າງ.

ສະເພາະໃນເດືອນພຶດສະພາ 2022 ໄດ້ມີກຳໄລ 78,51 ຕື້ກີບ. ອັດຕາສ່ວນຄວາມພຽງພໍຂອງທຶນຢູ່ໃນລະດັບເປັນບວກ ແລະ ນັບມື້ນັບເຂັ້ມແຂງຂຶ້ນ ຫຍັບໃກ້ເຂົ້າຫາລະດັບຕາມມາດຕະຖານວ່າດ້ວຍຄວາມໝັ້ນຄົງທີ່ທະນາຄານແຫ່ງ ສປປ ລາວ ໄດ້ກຳນົດໄວ້.

ທະນາຄານສົ່ງເສີມກະສິກຳ ໄດ້ສຳເລັດການປັບປຸງໂຄງສ້າງຊ້າກວ່າທະນາຄານພັດທະນາລາວໄລຍະໃດໜຶ່ງ ແຕ່ກໍສາມາດລະດົມເງິນຝາກໄດ້ເພີ່ມຂຶ້ນ ໄດ້ມີຍອດເຫຼືອເງິນຝາກເພີ່ມຂຶ້ນ 6%; ຍອດຊັບສິນກໍໄດ້ເພີ່ມຂຶ້ນ 86,98%.

ພ້ອມກັນນີ້, ທະນາຄານດັ່ງກ່າວກໍສາມາດເລີ່ມສ້າງກຳໄລໄດ້ ສະເພາະໃນເດືອນພຶດສະພາ 2022 ໄດ້ມີກຳໄລ 7,56 ຕື້ກີບ. ອັດຕາສ່ວນຄວາມພຽງພໍຂອງທຶນຢູ່ໃນລະດັບເປັນບວກ ແລະ ໄດ້ຕາມມາດຕະຖານວ່າດ້ວຍຄວາມໝັ້ນຄົງທີ່ທະນາຄານແຫ່ງ ສປປ ລາວ ໄດ້ກຳນົດໄວ້.

ຂ່າວ-ພາບ: ບຸນຕອມ

#Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມ ປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version