Home ຂ່າວໜ້າໜຶ່ງ ສະພາສະເໜີໃຫ້ລັດຖະບານ ກໍານົດມາດຕະການເດັດຂາດ ແກ້ໄຂບັນຫາຢາເສບຕິດ

ສະພາສະເໜີໃຫ້ລັດຖະບານ ກໍານົດມາດຕະການເດັດຂາດ ແກ້ໄຂບັນຫາຢາເສບຕິດ

0

ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ມະຖຸນາ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ພົນໂທ ສຸວອນ ເລືອງບຸນມີ ກ່າວວ່າ: ໃນການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງກົມການເມືອງສູນກາງພັກ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ເຂົ້າສູ່ພຶດຕິກຳຕົວຈິງ ໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ມີຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ແຕ່ດ້ວຍຄວາມຕັດສິນໃຈ ແລະ ຄວາມຮັບຜິດຊອບສູງຂອງລັດຖະບານ ກໍຄືຄະນະພັກ, ຄະນະນຳແຕ່ລະຂັ້ນນັບແຕ່ສູນກາງ ແລະ ທ້ອງຖິ່ນ ສາມາດເຮັດໃຫ້ຈັດຕັ້ງປະຕິບັດແຜນການ, ຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ກຳນົດໄວ້ໄດ້ຢ່າງເປັນຮູບປະທຳ ແລະ ມີຜົນຄືບໜ້າຢ່າງຕໍ່ເນື່ອງ ຊຶ່ງຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາເຫັນວ່າສາມາດແກ້ໄຂ ແລະ ມ້າງຄະດີ ຢາເສບຕິດ ໃນຂອບເຂດທົ່ວປະເທດ ໄດ້ເຖິງ 4.094 ເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ, ໄດ້ຢຶດວັດຖຸເຄື່ອງຂອງກາງຄະດີໄດ້ເປັນຈຳນວນຫຼາຍລາຍການ, ນອກຈາກນັ້ນສາມາດຂຶ້ນບັນຊີເປົ້າໝາຍຜູ້ຂົນສົ່ງຄ້າຂາຍຢາເສບຕິດທົ່ວປະເທດໃນຈຳນວນຫຼາຍພັນຄົນ, ກຳນົດພື້ນທີ່ຫຼໍ່ແຫຼມ, ຈຸດຂ້າມລອຍ, ເສັ້ນທາງຂົນສົ່ງ, ຈຸດຊຸກເຊື່ອງຊື້-ຂາຍຢາເສບຕິດ, ສຳຫຼວດ ແລະ ທຳລາຍເນື້ອທີ່ປູກຝິ່ນ, ກັນຊາໄດ້ຫຼາຍເຮັກຕາ ຊຶ່ງຜົນໄດ້ຮັບດັ່ງກ່າວເປັນມາດຖານໜຶ່ງທີ່ຢັ້ງຢືນເຖິງຄວາມຄືບໜ້າຂອງລັດຖະບານ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ແລະ ຈະເປັນພື້ນຖານອັນສຳຄັນໃນການແກ້ໄຂບັນຫາຢາເສບຕິດໃນໄລຍະຕໍ່ໄປ.

ທ່ານກ່າວຕື່ມວ່າ: ກ່ຽວກັບທິດທາງແຜນການວຽກງານໃນຕໍ່ໜ້າ ຄະນະປະຈຳສະພາແຫ່ຊາດ ສະເໜີໃຫ້ລັດຖະບານ ກໍຄືກະຊວງປ້ອງກັນຄວາມສະຫງົບ ເພີ່ມທະວີຍົກສູງຄວາມສາມາດໃນການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ກາຍເປັນຄວາມຮັບຜິດຊອບໂດຍກົງ, ເດັດຂາດ, ສືບຕໍ່ສ້າງຄວາມຮັບຮູ້ໃຫ້ສັງຄົມດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ສືບຕໍ່ປັບປຸງ, ສ້າງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍທີ່ກ່ຽວຂ້ອງກັບຢາເສບຕິດໃຫ້ຮັດກຸມ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງກໍຄືໜ່ວຍງານ ແລະ ບຸກຄະລາກອນທີ່ຮັບຜິດຊອບໂດຍກົງ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຄວາມສາມາດພຽງພໍໃນການເຄື່ອນ ໄຫວວຽກງານຂອງຕົນ, ເອົາໃຈໃສ່ເພີ່ມທະວີຄວາມສາມາດດ້ານພື້ນຖານໂຄງລ່າງ, ເຕັກນິກ-ວິຊາການ, ເຄື່ອງມືທີ່ທັນສະໄໝ, ງົບປະມານຮັບໃຊ້ຢ່າງເໝາະສົມ ແລະ ເປັນລະບົບຄົບຊຸດ ເພື່ອຮັບໃຊ້ວຽກງານສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ແລະ ຄວາມບໍ່ໂປ່ງໃສໃນການເຄື່ອນໄຫວປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຢ່າງເດັດຂາດ ແລະ ທັນການ.

ສືບຕໍ່ເພີ່ມທະວີຮ່ວມມືກັບສາກົນ ກ່ອນອື່ນແມ່ນດ້ານການຂ່າວ, ຂໍ້ມູນເບາະແສຕ່າງໆທີ່ກ່ຽວຂ້ອງໃນຂະບວນການຜະລິດ, ຂົນສົ່ງ, ຄ້າຂາຍຢາເສບຕິດ ກັບບັນດາປະເທດໃກ້ຄຽງໃນອະນຸພາກພື້ນ ແລະ ສາກົນໃຫ້ແໜ້ນແຟ້ນ, ເປັນລະບົບ, ຮັດກຸມເພື່ອສະກັດກັ້ນ, ປາບປາມຂະບວນການດັ່ງກ່າວໃຫ້ແຂງແຮງ,ມີຈຸດສຸມ ແລະ ມີປະສິດທິຜົນ.

ຂ່າວ-ພາບ: ສຳນານ

Medialaos MMD (ແຫຼ່ງຂໍ້ມູນຈາກ: ໜັງສືພິມປະຊາຊົນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version