Home ຂ່າວພາຍໃນ ທ່ານ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງຢ້ຽມຊົມ ໂຄງການກໍ່ສ້າງສໍານັກງານຫ້ອງວ່າການ ເມືອງຮົ່ມ

ທ່ານ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ລົງຢ້ຽມຊົມ ໂຄງການກໍ່ສ້າງສໍານັກງານຫ້ອງວ່າການ ເມືອງຮົ່ມ

0

ເນື່ອງໃນໂອກາດທີ່ເຂົ້າຮ່ວມພິທີມອບ-ຮັບ ໂຄງການຊ່ວຍເຫຼືອກໍ່ສ້າງ-ສ້ອມແປງເຮືອນຢູ່ອາໃສ 14 ຫຼັງ ໃຫ້ແກ່ຄອບຄົວທຸກຍາກ ຂອງລູກຫຼານວິລະຊົນ ບ້ານຜາລະແວກ ເມືອງຮົ່ມ ແຂວງໄຊສົມບູນ ໃນວັນທີ 20 ມິຖຸນາ ຜ່ານມານີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ຖືໂອກາດລົງໄປຢ້ຽມຊົມໂຄງການກໍ່ສ້າງສໍານັກງານຫ້ອງວ່າການເມືອງຮົ່ມ ນໍາອີກ.

ຊຶ່ງໂຄງການດັ່ງກ່າວນີ້ ແມ່ນຫາກໍເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ຕົ້ນເດືອນ ພຶດ ສະພາ 2022 ນີ້, ມີມູນຄ່າການກໍ່ສ້າງທັງໝົດ 16 ຕື້ກວ່າກີບ ໂດຍແມ່ນບໍລິສັດສະຫວັນໄຊການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ກໍານົດໄລຍະເວລາຂອງການກໍ່ສ້າງແມ່ນ 24 ເດືອນ. ຊຶ່ງໂອກາດທີ່ລົງມາຢ້ຽມຊົມໃນຄັ້ງນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ໃນການລົງຕິດຕາມ, ກວດກາ ການກໍ່ສ້າງຢູ່ພາກສະໜາມ ໃຫ້ເປັນປົກກະຕິ ທັງນີ້ ກໍເພື່ອຮັບປະກັນໃຫ້ໂຄງການໄດ້ດໍາເນີນໄປຕາມຫຼັກການ, ຖືກຕ້ອງຕາມເຕັກນິກວິຊາການ ແລະ ສາມາດສໍາເລັດຕາມແຜນການ ທີ່ໄດ້ກໍານົດໄວ້.

ຊຶ່ງຖ້າໂຄງການດັ່ງກ່າວກໍ່ສ້າງສໍາເລັດ ກໍຈະເຮັດໃຫ້ພະນັກງານມີບ່ອນປະຈໍາການທີ່ພຽງພໍ, ມີບ່ອນເກັບມ້ຽມເອກະສານ ແລະ ເຄື່ອງໃຊ້ໃນຫ້ອງການ ລວມທັງສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ວຽກງານ ຂອງເມືອງ ກໍຄືວຽກງານຂອງແຂວງ ໃຫ້ມີຄຸນນະພາບດີຂຶ້ນກ່ວາເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version