Home ຂ່າວໜ້າໜຶ່ງ 5 ໜ່ວຍພັກ ພະແນກການເງິນ ຮັບນາມມະຍົດ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

5 ໜ່ວຍພັກ ພະແນກການເງິນ ຮັບນາມມະຍົດ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

0

ພິທີ ມອບ-ຮັບ ນາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ກັບ 5 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ປະຈຳປີ 2021 ໄດ້ຈັດຂຶ້ນໃນ ວັນທີ 10 ມິຖຸນາ 2022 ທີ່ພະແນກດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ສິລິພອນ ສຸພັນທອງ ກຳມະການພັກແຂວງ, ຮອງເຈົ້າແຂວງຫຼວງພະບາງ, ສະຫາຍ ຄິນຄໍາ ເລັ່ງສະຫວັດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນ ແຂວງຫຼວງພະບາງ, ມີເລຂາ, ຮອງເລຂາໜ່ວຍພັກ, ສະມາຊິກພັກ ຈາກ 5 ໜ່ວຍພັກ ພ້ອມດ້ວຍແຂກຖຶກເຊີນຈາກພະແນກການກຽວຂ້ອງເຂົ້າຮ່ວມ.

ສະຫາຍ ພູຄໍາ ແສງດາໄລ ຮອງຫົວໜ້າພະແນກການເງິນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາຊີ້ນຳຈັດຕັ້ງປະຕິບັດຂອງຄະນະພັກຮາກຖານ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ ປີ 2021 ແລະ ແຜນສູ້ຊົນປີ 2022 ເຊິ່ງຄະນະພັກຮາກຖານພະແນກການເງິນ ປະກອບມີ 5 ໜ່ວຍພັກທີ່ຂຶ້ນກັບ ຄື: ໜ່ວຍພັກ ພະແນກການເງິນ, ໜ່ວຍພັກສ່ວຍສາອາກອນປະຈໍາແຂວງ; ໜ່ວຍພັກຄັງເງິນປະຈໍາແຂວງ; ໜ່ວຍພັກວິທະຍາໄລການເງິນພາກເໜືອ ແລະ ໜ່ວຍພັກ ພາສີປະຈຳແຂວງ, ມີສະມາຊິກພັກທັງໝົດ 156 ສະຫາຍ, ຍິງ 62 ສະຫາຍ. ແຕ່ລະໜ່ວຍພັກມີໜ້າທີ່ ແລະ ພາລະບົດບາດການເຄື່ອນໄຫວຕາມຂໍ້ຕົກລົງ ຂອງກະຊວງການເງິນ ກຳນົດໃຫ້ເປັນຕົ້ນ ແມ່ນຄົ້ນຄວ້າ ສັງລວມ, ວິໄຈ, ສ້າງແຜນພັດທະນາເສດຖະກິດ-ສັງຄົມ, ແຜນລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ແນໃສ່ການພັດທະນາເສດຖະກິດ-ສັງຄົມ ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດວາງອອກໃນແຕ່ລະໄລຍະ ແລະ ຊີ້ນຳວຽກງານວິຊາສະເພາະຂອງຫ້ອງການການເງິນ ປະຈຳເມືອງ ແລະ ນະຄອນ.

ຜ່ານມາຄະນະພັກໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງອັນພົ້ນເດັ່ນ ແມ່ນໄດ້ສຸມໃສ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ທັງ 4 ດ້ານ 5 ເນື້ອໃນ ແລະ 3 ທິດນໍາ ເຊິ່ງໄດ້ຮັບຜົນສຳເລັດເປັນຢ່າງດີ ສາມາດຕີລາຄາປະເມີນໜ່ວຍພັກ ແລະສະມາຊິກພັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕັ້ງໜ້າຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ, ປັບປຸງປົວແປງພັກ ແນ່ໃສ່ເຮັດໃຫ້ສະມາຊິກພັກມີຄວາມໜັກແໜ້ນ, ເພີ່ມທະວີ ການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍຖືເອົາການສຶກສາອົບຮົມທາງດ້ານເມືອງ-ແນວຄິດໃຫ້ແກ້ສະມາຊິກພັກ, ພະນັກງານ ໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ມີຄວາມສາມັກຄີ ເປັນເອກະພາບສູງພາຍໃນພັກ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໄດ້ເປັນຢ່າງດີ.

ຈາກນັ້ນໃນພິທີ ຄະນະຈັດຕັ້ງແຂວງ ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ 5 ໜ່ວຍພັກດັ່ງກ່າວ, ໂດຍການໃຫ້ກຽດມອບຂອງ ສະຫາຍ ນາງ ສິລິພອນ ສຸພັນທອງ ກຳມະການພັກແຂວງ ຮອງເຈົ້າແຂວງຫຼວງພະບາງ ຢ່າງສົມກຽດ ພ້ອມທັງມີຄຳເຫັນໂອລົມ ເຊິ່ງສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ 5 ໜ່ວຍພັກຍາດມາໄດ້ໃນໜຶ່ງປີຜ່ານມາ ພ້ອມເນັ້ນໜັກໃຫ້ຄະນະພັກ ແລະ ສະມາຊິກພັກ ເອົາໃຈໃສ່ ສືບຕໍ່ຕັ້ງໜ້າສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ມີຄວາມໜັກແໜ້ນ ເຂັ້ມແຂງ, ເປັນເຈົ້າການປະຕິບັດຫຼັກການລວມສູນປະຊາທິປະໄຕ, ປະຕິບັດລະບຽບຂອງພັກ, ກົດໝາຍຂອງລັດຢ່າງເຂັ້ມງວດ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າ ໃນການເຮັດໜ້າທີວຽກງານວິຊາສະເພາະທີໄດ້ຮັບມອບໝາຍ, ປຸກລະດົມທຸກກຳລັງມະຫາຊົນເຂົ້າຮ່ວມຂະບວນການສ້າງໜ່ວຍພັກໃຫ້ມີຄວາມປອດໃສ່, ເຂັ້ມແຂງ ແລະ ໜັກແໜ້ນ ແລະພ້ອມກັນຮັກສາມູນເຊື້ອ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄວ້ຕະຫຼອດໄປ.

ຂ່າວ-ພາບ: ສີສຸວັນ ນັກຂ່າວແຂວງຫຼວງພະບາງ

#Medialaos MMD #Luangpabang Province

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version