Home ຂ່າວການເມືອງ ທຫລ ຈະດໍາເນີນບາງນະໂຍບາຍຄຸມເງິນຕາບໍ່ໃຫ້ເໜັງຕີງແຮງ

ທຫລ ຈະດໍາເນີນບາງນະໂຍບາຍຄຸມເງິນຕາບໍ່ໃຫ້ເໜັງຕີງແຮງ

0

ໃນໄລຍະ 6 ເດືອນທ້າຍປີ 2022 ນີ້, ທະນາຄານແຫ່ງ ສປປ ລາວ (ທຫລ) ຈະດໍາເນີນນະໂຍບາຍ ແລະ ບັນດາວຽກຈຸດສຸມຈໍານວນໜຶ່ງ ເພື່ອຮັບປະກັນໃຫ້ສະຖຽນລະພາບທາງດ້ານເງິນຕາແຫ່ງຊາດໝັ້ນທ່ຽງ. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ໃນ 6 ເດືອນທ້າຍປີນີ້, ຕ້ອງເຮັດໃຫ້ອັດຕາແລກປ່ຽນເງິນກີບ ທຽບເງິນໂດລາແຂ່ງຄ່າຂຶ້ນ ໃນລະດັບສູງໃນທຸກໆ ເດືອນຢ່າງຕໍ່ເນື່ອງ. ຂະນະທີ່ອັດຕາເງິນເຟີ້ ຕ້ອງຄວບຄຸມໃຫ້ຢູ່ໃນລະດັບບໍ່ເກີນ 12% ໃນນີ້ຈະດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ເພື່ອຄຸມຄອງປະລິມານເງິນໃນລະບົບເສດຖະກິດ ໃຫ້ແທດເໝາະກັບຄວາມຕ້ອງການນໍາໃຊ້ ເພື່ອພັດທະນາເສດ ຖະກິດ-ສັງຄົມແຕ່ລະໄລຍະ, ບໍ່ສ້າງແຮງກົດດັນເຮັດໃຫ້ລະດັບຄວາມຕ້ອງການ ການບໍລິໂພກ-ຊົມໃຊ້ ແລະ ນໍາເຂົ້າສິນຄ້າສູງຂຶ້ນເກີນຄວາມຈໍາເປັນ ແລະ ຈະອອກພັນທະບັດທະນາຄານແຫ່ງ ສປປ ລາວ ໄລຍະສັ້ນ 6 ເດືອນໃຫ້ແກ່ມວນຊົນ ທີ່ບໍ່ແມ່ນສະຖາບັນການເງິນຈໍານວນ 10.000 ຕື້ກີບ. ພ້ອມທັງສືບຕໍ່ດໍາເນີນນະໂຍບາຍອັດຕາແລກ ປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ເພື່ອຄຸ້ມຄອງໃຫ້ອັດຕາແລກປ່ຽນຂອງທະນາຄານທຸລະກິດ ແລະ ຮ້ານແລກປ່ຽນຕົວແທນ ເໜັງຕິງໃນລະດັບທີ່ສອດຄ່ອງກັບລະດັບຄຸນນະພາບດ້ານເສດຖະກິດ-ເງິນຕາໃຫ້ຫລາຍຂຶ້ນ; ສືບຕໍ່ປັບປຸງເຄື່ອງມື ແລະ ກົນໄກການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາຕ່າງປະເທດຂອງຊາດ ແລະ ໃຫ້ຄັງສໍາຮອງເງິນຕາຕ່າງປະເທດ; ສືບຕໍ່ປະສານສົມທົບກັບພາກສ່ວນຮັບຜິດຊອບກ່ຽວຂ້ອງ ເພື່ອຮ່ວມກັນສົ່ງເສີມ, ສ້າງເງື່ອນໄຂໃຫ້ຈູນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ-ກາງສາມາດເຂົ້າແຫລງທຶນຂອງທະນາຄານໄດ້ຫລາຍຂຶ້ນ ແລະ ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍລະບົບການຊໍາລະ ແລະ ນິຕິກໍາລຸ່ມກົດໝາຍກ່ຽວຂ້ອງ, ສືບຕໍ່ສ້າງເຄື່ອງມື ແລະ ກົນໄກໃນການຄຸ້ມຄອງຕິດຕາມກວດກາສູນຊື້-ຂາຍເງິນຄຣີບໂຕ, ສືບຕໍ່ຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງສະກຸນເງິນດີຈິຕອນ ທີ່ອອກໂດຍທະນາຄານແຫ່ງ ສປປ ລາວ ແລະ ສືບຕໍ່ພັດທະນາການເຊື່ອມຕໍ່ລະບົບການຊໍາລະຂ້າມແດນຂອງ ສປປ ລາວ ກັບລະບົບການຊໍາລະ ລະຫວ່າງປະເທດ ຂອງປະເທດຄູ່ຄ້າສໍາຄັນ.

ທ່ານ ສອນໄຊ ສິດພະໄຊ ຍັງກ່າວຕື່ມວ່າ: ໃນໄລຍະ 6 ເດືອນຕໍ່ໜ້ານີ້ ການ ຈັດຕັ້ງປະຕິບັດແຜນເງິນຕາ ຈະຍັງສືບຕໍ່ຜະເຊີນກັບຫລາຍປັດໄຈສ່ຽງຈາກພາຍນອກ ເປັນຕົ້ນ ລາຄານໍ້າມັນໂລກ, ລາຄາສະບຽງອາຫານ, ອັດຕາເງິນເຟີ້, ອັດຕາດອກເບ້ຍຢູ່ສາກົນທີ່ຄາດວ່າຈະສູງຂຶ້ນ. ແຕ່ແນວໃດກໍຕາມ ທະນາຄານແຫ່ງ ສປປ ລາວ ຈະພະຍາຍາມສູ້ຊົນຈັດຕັ້ງປະຕິບັດທຸກນະໂຍບາຍ ແລະ ມາດຕະການຈົນສຸດຄວາມສາມາດ ເພື່ອຮັບປະກັນໃຫ້ສະຖຽນລະພາບທາງດ້ານເງິນຕາແຫ່ງຊາດ ມີຄວາມສະຫງົບ ແລະ ໝັ້ນທ່ຽງ.

ຂ່າວ: ສຸພາສະຫວັນ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version