Home ຂ່າວໜ້າໜຶ່ງ ກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ສື່ມວນຊົນລາວ ກ່ຽວກັບ ສະພາບຄວາມແອອັດຂອງປະຊາຊົນ ທີ່ມາຂໍເຮັດຫນັງສືຜ່ານແດນ

ກະຊວງການຕ່າງປະເທດ ໃຫ້ສຳພາດຕໍ່ສື່ມວນຊົນລາວ ກ່ຽວກັບ ສະພາບຄວາມແອອັດຂອງປະຊາຊົນ ທີ່ມາຂໍເຮັດຫນັງສືຜ່ານແດນ

0

ພາຍຫລັງລັດຖະບານມີແຈ້ງການເປີດປະເທດແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ, ພວກເຮົາສັງເກດໄດ້ວ່າ ຈຳນວນປະຊາຊົນທີ່ມາຂໍເຮັດຫນັງສືຜ່ານແດນແມ່ນມີຈຳນວນສູງຂຶ້ນ ແລະ ບວກກັບ ຫລາຍປະເທດກໍໄດ້ລຸດຜ່ອນມາດຕະການຕ່າງໆໃນການເຂົ້າ-ອອກເມືອງຂອງປະເທດຕົນ ແລະ ຫລາຍປະເທດກໍເລີ່ມເປີດປະເທດຢ່າງເປັນປົກກະຕິ ຈຶ່ງເຮັດໃຫ້ຈຳນວນປະຊາຊົນລັ່ງໄຫລມາຂໍຫນັງສືຜ່ານແດນມີຈຳນວນເພີ່ມຂຶ້ນຫລາຍ ແລະ ມີລັກສະນະຮີບດ່ວນ ຊຶ່ງທາງກົມກົງສຸນກໍໄດ້ລົງເກັບກຳຂໍ້ມູນ ເພື່ອຊອກຮູ້ສາເຫດທີ່ເຮັດໃຫ້ມີສະພາບປະຊາຊົນມາອັ່ງອໍກັນຢູ່ກົມກົງສຸນ ຢູ່ນະຄອນຫລວງວຽງຈັນ ດັ່ງນີ້:

❖ ປະຊາຊົນຈຳນວນຫລວງຫລາຍ ມີຄວາມຕ້ອງການນຳໃຊ້ຫນັງສືຜ່ານແດນ ເພື່ອກັບຄືນໄປອອກແຮງງານຢູ່ປະເທດໃກ້ຄຽງ. ໃນສອງສາມປີມານີ້ ນັກສຶກສາທີ່ຈົບຊັ້ນມັດທະຍົມປາຍ ມີຈໍານວນຫລາຍ ບໍ່ສາມາດເດີນທາງໄປຮຽນຕໍ່ຢູ່ຕ່າງປະເທດໄດ້ ແລະ ມາເຖິງປະຈຸບັນ ເຂົາເຈົ້າກໍຂຸ້ນຂ້ຽວຕ້ອງການຫນັງສືຜ່ານແດນ ເພື່ອປະກອບເອກະສານສະຫມັກເອົາທຶນສຶສາຕໍ່ຢູ່ຕ່າງປະເທດ.

❖ ປະຊາຊົນຈຳນວນຫລາຍມີຄວາມເຂົ້າໃຈວ່າ ຖ້າມາຍື່ນຄໍາຮ້ອງ ຢູ່ນະຄອນຫລວງວຽງຈັນ ຈະໄດ້ຮັບຫນັງສືຜ່ານ ແດນໄວ ຊຶ່ງຄວາມຈິງ ໂດຍປະຕິບັດຕາມ ກົດຫມາຍວ່າດ້ວຍການເຂົ້າ-ອອກເມືອງ ການອອກຫນັງສື ຜ່ານແດນຢູ່ນະຄອນຫລວງວຽງຈັນ ມີກຳຫນົດເວລາ 7 ວັນລັດຖະການ ແລະ ຢູ່ຕ່າງແຂວງ ແມ່ນ 10 ວັນລັດຖະການ.

❖ ຈາກສະພາບການທີ່ມີຄວາມຕ້ອງສູງໃນການນຳໃຊ້ຫນັງສືຜ່ານແດນ ເຮັດໃຫ້ເກີດມີກຸ່ມຄົນສວຍໂອກາດຈຳນວນຫນຶ່ງ ຫມູນໃຊ້ສະພາບການດັ່ງກ່າວນີ້ ຫາຜົນປະໂຫຍດໃຫ້ແກ່ຕົນ ໂດຍໄປໂຄສະນາໃຫ້ປະຊາຊົນຢູ່ແຂວງຕ່າງໆ ວ່າສາມາດພາໄປເຮັດຫນັງສືຜ່ານແດນຢູ່ວຽງຈັນໄດ້ໄວ ໂດຍຮຽກເກັບຄ່າລົດ ຄ່າພັກເຊົາ ແລະ ຄ່າບໍລິການພາໄປເຮັດ ແລະ ອື່ນໆອີກ.

❖ ເກີດມີກຸ່ມຄົນຈຳນວນຫນຶ່ງ ທີ່ອ້າງຕົນເອງວ່າເປັນນາຍຫນ້າ ອາສາພາແລ່ນເອກະສານຕ່າງໆ ແລະ ຮັບຈ້າງມາຢືນລໍຖ້າຄິວ ເພື່ອເຂົ້າຍື່ນເອກະສານໃຫ້ແທນກັນ ແລະ ຮຽກເກັບເງິນນຳປະຊາຊົນ.

ຈາກສາເຫດທີ່ກ່າວມາຂ້າງເທິງນັ້ນ ແລະ ເຖິງວ່າພວກເຮົາຈະມີຄວາມພ້ອມດ້ານລະບົບອອກຫນັງສືຜ່ານແດນ ທີ່ທັນສະໄຫມກໍ່ຕາມ ແຕ່ບັນຫາທີ່ປະຊາຊົນ ຈາກທຸກແຂວງ ເປັນຈຳນວນຫລວງຫລາຍ ພ້ອມພາກັນມາຍື່ນຄໍາຮ້ອງຂໍຫນັງສືຜ່ານແດນຢູ່ກົມກົງສຸນຈຸດດຽວ ຊຶ່ງມີຈຳນວນທີ່ເກີນຄວາມອາດສາມາດຕົວຈິງ ທີ່ພວກເຮົາຈະສາມາດຮັບບໍລິການໄດ້ໃນແຕ່ລະວັນ ຈຶ່ງເກີດມີສະພາບແອອັດ ແລະ ຄວາມບໍ່ພໍໃຈຂອງຜູ້ມາຍື່ນຄຳຮ້ອງ ດັ່ງທີ່ປະກົດຕາມສື່ສັງຄົມອອນລາຍນັ້ນ.

ຕໍ່ກັບສະພາບການດັ່ງກ່າວ, ກົມກົງສຸນ, ກະຊວງການຕ່າງປະເທດ ກໍຮັບຮູ້ໄດ້ບັນຫາ ແລະ ບໍ່ໄດ້ເສີຍເມີຍ ພ້ອມທັງໄດ້ຄົ້ນຄ້ວາເພື່ອຊອກຫາວິທີ ແລະ ມາດຕະການຕ່າງໆ ເພື່ອຮອງຮັບແລະແກ້ໄຂບັນຫາທີ່ເກີດຂຶ້ນ ດັ່ງນີ້:

❖ ມາດຕະການແກ້ໄຂບັນຫາສະເພາະຫນ້າ ຫລື ໄລຍະສັ້ນ:

– ອັນທີ່ຫນຶ່ງ ໄດ້ປຸກລະດົມຈິດໃຈພະນັກງານພາຍໃນກົມກົງສຸນ ໃຫ້ມີຄວາມເສຍສະຫລະເວລາຂອງຕົນ ເພື່ອມາບໍລິການຮັບໃຊ້ແກ່ປະຊາຊົນ ໂດຍໄດ້ຈັດຕັ້ງພະນັກງານຈຳນວນຫນຶ່ງ ມາຈັດຄວາມເປັນລະບຽບ ແລະ ກວດກາເອກະສານໃຫ້ປະຊາຊົນຢູ່ພາຍໃນກົມກົງສຸນ ກ່ອນໂມງລັດຖະການ. ຫລາຍຄົນກໍຄົງເຫັນວ່າ ຫົກໂມງເຄິ່ງຫາເຈັດໂມງເຊົ້າ ມີພະນັກງານພວກເຮົາ ໄດ້ເລີ່ມວຽກງານຂອງຕົນແລ້ວ. ຫລາຍຄົນອາດຈະມີຂໍ້ສົງໄສວ່າ ເປັນຫຍັງການແຈກບັດຄິວຢູ່ສະຖານທີ່ເຮັດຫນັງສືຜ່ານແດນ ຈຶ່ງແຕກຕ່າງຈາກສະຖານທີ່ອື່ນ ຊຶ່ງໃຫ້ຜູ້ມາໃຊ້ບໍລິການກົດເອົາບັດຄິວເອງ ແຕ່ ຢູ່ກົມພວກເຮົາແມ່ນພະນັກງານເປັນຜູ້ແຈກໃຫ້. ຄຳຕອບກໍຄື ພວກເຮົາບໍ່ຢາກໃຫ້ປະຊາຊົນທີ່ມາລໍນັ່ງຖ້າຄິວເປັນການເສຍເວລາ ໃນກໍລະນີເອກະສານຂອງເຂົາເຈົ້າບໍ່ຄົບຖ້ວນ, ພະນັກງານພວກເຮົາຈະຊ່ວຍກວດກາເອກະສານໃຫ້ກ່ອນ ແລະ ເຫັນວ່າຄົບຖ້ວນ ຈຶ່ງເອົາຄິວໃຫ້ເຂົ້າໄປສຳພາດ. ອີກບັນຫາຂອງການກວດຄິວ ກໍເພື່ອຄົ້ນຫາບັນດານາຍຫນ້າທີ່ຮັບຈ້າງມາຢືນເອົາຄິວໃຫ້ກັນ ຖ້າພົບເຫັນກໍລະນີ ບໍ່ແມ່ນເຈົ້າຂອງເອກະສານ ແລະ ບໍ່ມີສ່ວນກ່ຽວຂ້ອງກັບຜູ້ມາຍື່ນຄຳຮ້ອງແທ້ ພວກເຮົາກໍຈະບໍ່ພິຈາລະນາໃຫ້ຄິວສຳພາດ.

– ອັນທີ່ສອງ ໄດ້ເພີ່ມຈຳນວນການຮັບເອກະສານຄຳຮ້ອງ ຂອງແຕ່ລະວັນຫລາຍຂຶ້ນກ່ວາເກົ່າ ເຊັ່ນຈາກສະພາບປົກກະຕິທີ່ມີຄວາມສາມາດຮັບພິຈາລະນາໄດ້ ປະມານສູງສຸດ 300 ຄົນ ກໍເພີ່ມມາເປັນ 500 ກ່ວາຄົນ ຫລື ຫລາຍກ່ວານັ້ນ ໂດຍໃຫ້ພະນັກງານພວກເຮົາດຳເນີນການສຳພາດໃຫ້ຫມົດທຸກຄົນ ເຖິງວ່າຈະກາຍໂມງເລີກວຽກລັດຖະການແລ້ວກໍຕາມ ຊຶ່ງຕົວຈິງບາງມື້ພວກເຮົາກໍ ດໍາເນີນການສໍາພາດຈົນເຖິງເວລາ 6 ໂມງແລງ ແລະ ບາງສູນຮັບຄຳຮ້ອງຂໍຫນັງສືຜ່ານແດນທີ່ຕ່າງແຂວງ ກໍອາດເລີກຄຳ່ກ່ວານັ້ນ ແລະ ຫນ່ວຍງານການຜະລິດຫນັງສື ຜ່ານແດນກໍເຊັ່ນດຽວກັນ ພ້ອມກັນເສຍສະຫລະເວລາມາປະຕິບັດຫນ້າທີ່ທັງວັນເສົາ ແລະ ອາທິດ ໂດຍປາສະຈາກເງິນລວງເວລາ ຫລື ເງິນອຸດຫນູນນອກໂມງການໃດໆ.

– ມີແຜນການນຳສົ່ງພະນັກງານສຳພາດເພີ່ມຕື່ມ ລົງໄປປະຈໍາຢູ່ແຕ່ລະສູນຮັບຄຳຮ້ອງຂໍຫນັງສືຜ່ານແດນທີ່ຕ່າງແຂວງ ເພື່ອເພີ່ມຂີດຄວາມສາມາດຮັບຄຳຮ້ອງໃນແຕ່ລະວັນໃຫ້ໄດ້ຫລາຍຂຶ້ນຕື່ມອີກ.

– ເພີ່ມທະວີ ການເຜີຍແຜ່ຂໍ້ມູນກ່ຽວກັບການປະກອບເອກະສານ ແລະ ຂັ້ນຕອນການຍື່ນຄໍາຮ້ອງດ້ວຍຕົນເອງ ໃຫ້ປະຊາຊົນຮັບຮູ້ ແລະ ບໍ່ຫລົງເຊື່ອບັນດາກຸ່ມນາຍຫນ້າ ທີ່ອ້າງວ່າສາມາດຊ່ວຍແລ່ນເອກະສານໃຫ້ໄດ້.

– ຕໍ່ກັບສະພາບຄວາມແອອັດ, ຄວາມບໍ່ເປັນລະບຽບຮຽບຮ້ອຍ ແລະ ກີດຂວາງການສັນຈອນຢູ່ບໍລິເວນດ້ານຫນ້າກົມກົງສຸນ ຊຶ່ງມີແມ່ຄ້າມາຂາຍເຄື່ອງຕາມແຄມທາງ ແລະ ບັນດານາຍຫນ້າທັງຫລາຍມາຕັ້ງໂຕະຮັບເອກະສານຕ່າງໆນັ້ນ ເຫັນວ່າບໍ່ຖືກຕ້ອງຕາມລະບຽບກົດຫມາຍ ຊຶ່ງພວກເຮົາກໍໄດ້ຂຶ້ນປ້າຍຫ້າມຂາຍເຄື່ອງຢູ່ບໍລິເວນນັ້ນ ແລະ ໄດ້ລົງຕັກເຕືອນພ້ອມທັງຂໍຄວາມຮ່ວມມືນຳ ແຕ່ກໍ່ບໍ່ມີໃຜໃຫ້ການຮ່ວມມືນໍາພວກເຮົາ. ຕໍ່ກັບບັນຫານີ້ ກົມກົງສຸນ ກໍໄດ້ສົ່ງຫນັງສືໄປຍັງ ອໍານາດການປົກຄອງຂອງເມືອງຈັນທະບູລີແລ້ວ ເພື່ອສະເຫນີໃຫ້ເພິ່ນລົງມາຊ່ວຍຈັດສັນຄວາມເປັນລະບຽບຮຽບຮ້ອຍຢູ່ບໍລິເວນດ້ານຫນ້າກົມກົງສຸນ, ກະຊວງການຕ່າງປະເທດ.

❖ ມາດຕະການແກ້ໄຂບັນຫາໃນອານາຄົດ ຫລື ໄລຍະຍາວ:

– ເພື່ອປັບປຸງການບໍລິການໃຫ້ໄດ້ດີຂຶ້ນກ່ວາເກົ່າໃນອານາຄົດ, ປະຈຸບັນກົມກົງສຸນ ກຳລັງຄົ້ນຄ້ວາ ແລະ ອອກແບບລະບົບແຈກບັດຄິວນັດສຳພາດໂດຍຜ່ານລະບົບອອນລາຍ.

– ປະຈຸບັນ ກະຊວງການຕ່າງປະເທດ ໄດ້ສຳເລັດການຮ່າງ ກົດຫມາຍວ່າດ້ວຍຫນັງສືຜ່ານແດນ ແລະ ຜ່ານຂັ້ນຕອນການລົງທາບທາມຄຳເຫັນ ຢູ່ຂັ້ນສູນກາງ, ຢູ່ບັນດາແຂວງພາກເຫນືອ ແລະ ແຂວງພາກກາງແລ້ວ ແລະ ພາຍໃນອາທິດນີ້ກໍຈະໄດ້ລົງທາບທາມຄຳເຫັນຢູ່ບັນດາແຂວງພາກໃຕ້ ແລະຄາດວ່າຈະສົ່ງໃຫ້ສະພາແຫ່ງຊາດພິຈາລະນາໃນທ້າຍປີ 2022 ນີ້. ກົດຫມາຍສະບັບນີ້ແມ່ນມີຄວາມສໍາຄັນຫລາຍ ເພື່ອກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ວຽກງານຫນັງສືຜ່ານແດນ ຂອງປະເທດເຮົາ ແລະ ເພື່ອເຮັດໃຫ້ການປະຕິບັດວຽກງານດັ່ງກ່າວມີຄວາມຖືກຕ້ອງ, ຊັດເຈນ, ວ່ອງໄວ, ທັນສະໄຫມ ແລະ ເປັນລະບົບ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງພົນລະເມືອງລາວ, ອໍານວຍຄວາມສະດວກໃຫ້ພົນລະເມືອງລາວໃນການເດີນທາງເຂົ້າ-ອອກປະເທດ, ພັກເຊົາ ຫລື ອາໄສຢູ່ຕ່າງປະເທດ.

– ຕາມແຜນການຂອງໂຄງການອອກຫນັງສືຜ່ານແດນໃນອານາຄົດ ໃນເມື່ອພວກເຮົາມີຄວາມພ້ອມທາງດ້ານງົບປະມານ ແລະ ດ້ານອື່ນໆ ກໍຈະໄດ້ຂະຫຍາຍສູນຮັບຄຳຮ້ອງຂໍຫນັງສືຜ່ານແດນຢູ່ຕ່າງແຂວງ ໄປຍັງບັນດາແຂວງອື່ນໆຕື່ມອີກ.

ຕໍ່ກັບສະພາບການທີ່ເກີດຂຶ້ນ ທາງກົມກົງສຸນ ຂໍສະແດງຄວາມຂໍໂທດ ແລະ ຂໍອະໄພ ມາຍັງປະຊາຊົນ ທີ່ມາໃຊ້ບໍລິການ ທີ່ພວກເຮົາບໍ່ສາມາດຕອບສະຫນອງໄດ້ຕາມຄວາມຕ້ອງການຂອງທຸກຄົນ ອັນເນື່ອງມາຈາກ ກະແສການລັ່ງໄຫລຂອງປະຊາຊົນເປັນຈຳນວນຫລວງຫລາຍມາຍື່ນຄຳຮ້ອງຢູ່ນະຄອນຫລວງວຽງຈັນ ຊຶ່ງມີປະລິມານທີ່ເກີນຂີດຄວາມສາມາດຮັບຮອງຕົວຈິງ ທາງດ້ານເຕັກນິກ ແລະ ບຸກຄະລາກອນຂອງພວກເຮົາທີ່ມີຈຳກັດ ແລະຂໍຮຽກຮ້ອງ ແລະ ຂໍຄວາມຮ່ວມມືມາຍັງທ່ານໃນບັນຫາຕ່າງໆດັ່ງນີ້:

– ຂໍແຈ້ງໃຫ້ຊາບວ່າ ນອກຈາກຢູ່ກົມກົງສຸນ ທີ່ນະຄອນຫລວງວຽງຈັນ, ພວກເຮົາຍັງມີສູນຮັບຄໍາຮ້ອງຂໍຫນັງສືຜ່ານແດນຢູ່ ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ. ໃນໄລຍະນີ້ ຂໍຄວາມຮ່ວມມືມາຍັງປະຊາຊົນທີ່ຢູ່ແຂວງເຫລົ່ານີ້ ຫລືຢູ່ບັນດາແຂວງໃກ້ຄຽງ ໃຫ້ເຂົ້າໄປໃຊ້ບໍລິການຢູ່ບັນດາສູນຮັບຄຳຮ້ອງດັ່ງກ່າວ ເພື່ອເປັນການລຸດຜ່ອນຄວາມແອອັດຂອງປະຊາຊົນ ຢູ່ນະຄອນຫລວງວຽງຈັນ. ຂໍໃຫ້ມີສະຕິ ຢ່າຫລົງເຊື່ອບັນດານາຍຫນ້າ ທີ່ອ້າງຕົນວ່າຈະສາມາດພາໄປເຮັດ ຫລື ຊ່ວຍແລ່ນເອກະສານ ພ້ອມທັງເລັ່ງລັດຂັ້ນຕອນການອອກຫນັງສືຜ່ານແດນໃຫ້ຕົນໄດ້ໄວຢູ່ນະຄອນຫລວງວຽງຈັນ (ເຈົ້າຫນ້າທີ່ຈະພິຈາລະນາອຳນວຍຄວາມສະດວກອອກດ່ວນໃຫ້ສະເພາະກໍລະນີສຸກເສີນ ເຊັ່ນຄົນເຈັບ ທີ່ມີຄວາມຈໍາເປັນຕ້ອງເດີນທາງດ່ວນໄປຮັກສາປິ່ນປົວຢູ່ຕ່າງປະເທດ ໂດຍມີເອກະສານຢັ້ງຢືນຈາກໂຮງຫມໍເທົ່ານັ້ນ).

– ຂໍໃຫ້ປະຊາຊົນ ມາຍື່ນຄຳຮ້ອງດ້ວຍຕົນເອງ ມີບັນຫາທາງດ້ານເອກກະສານ ກໍໃຫ້ເຂົ້າປຶກສານໍາພະນັກງານຂອງສູນບໍລິການຂອງພວກເຮົາໄດ້ ຊຶ່ງຈະເປັນຜູ້ໃຫ້ຂໍ້ມູນທີ່ຖືກຕ້ອງແກ່ບັນດາທ່ານ. ຜ່ານມາພວກເຮົາກໍສັງເຫດເຫັນວ່າ ມີຫລາຍຄົນ ໄປປຶກສານໍານາຍຫນ້າຢູ່ແຄມທາງພຸ້ນໃນການປະກອບເອກະສານຕ່າງໆ ສຸດທ້າຍກໍບໍ່ມີຄວາມຖືກຕ້ອງ ແລະ ຕ້ອງໄດ້ເຮັດຄືນອີກຫລາຍຄັ້ງຈຶ່ງຖືກຕ້ອງ, ຊຶ່ງເຫັນວ່າເປັນຊ່ອງວ່າງໃຫ້ນາຍຫນ້າຮຽກເອົາເງິນຄ່າແລ່ນເອກະສານຂອງພວກທ່ານໄປໂດຍໄຮ້ເຫດຜົນ.

– ຂໍຖືໂອກາດນີ້, ຂໍຄວາມເຫັນໃຈ ຈາກປະຊາຊົນ ແລະ ທຸກພາກສ່ວນຂອງສັງຄົມ ໃຫ້ມີຄວາມເຂົ້າໃຈວ່າ ລະບົບການອອກຫນັງສືຜ່ານແດນແມ່ນມີຄວາມລະອຽດອ່ອນ ແລະ ຕິດພັນກັບບັນຫາຄວາມຫມັ້ນຄົງທັງພາຍໃນ ແລະ ຕ່າງປະເທດ. ທຸກຂັ້ນຕອນຕ້ອງໃຫ້ມີຄວາມຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂຂອງສາກົນ ເພື່ອນາໆປະເທດຈະໄດ້ໃຫ້ການຍອມຮັບ, ໃຫ້ຄວາມເຊື່ອຖືຕໍ່ຫນັງສືຜ່ານແດນຂອງປະເທດເຮົາ ແລະ ເວລານໍາໃຊ້ເດີນທາງໄປຕ່າງປະເທດ ກໍຈະໄດ້ຮັບຄວາມສະດວກດີ. ສະນັ້ນ ຕໍ່ກັບຫລາຍຄໍາເຫັນຂອງສັງຄົມທີ່ວ່າ ເປັນຫຍັງບໍ່ໃຫ້ແຂວງອື່ນອອກໃຫ້ໆທົ່ວເຖິງທຸກແຂວງ ກໍ່ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ພວກເຮົາກໍມີແຜນທີ່ຈະຂະຫຍາຍ ສູນບໍລິການຮັບຄໍາຮ້ອງຂໍຫນັງສືຜ່ານແດນ ໄປຍັງແຂວງອື່ນໆຕື່ມອີກໃນອານາຄົດ.

ບັນຫາສຸດທ້າຍ, ຂໍໃຫ້ປະຊາຊົນຮັບຮູ້ວ່າ ຫນັງສືຜ່ານແດນ ແມ່ນຊັບສົມບັດຂອງຊາດ ທີ່ອະນຸຍາດໃຫ້ພົນລະເມືອງລາວ ນຳໃຊ້ໃນການເດີນທາງເຂົ້າ-ອອກປະເທດ ແລະ ເດີນທາງໄປຕ່າງປະເທດ, ຈຶ່ງສະເຫນີໃຫ້ທຸກຄົນ ຕ້ອງປົກປັກຮັກສາໃຫ້ດີ ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ອີກເທື່ອຫນຶ່ງ ຂໍຄວາມຮ່ວມມືມາຍັງຜູ້ທີ່ໄດ້ຮັບຫນັງສືຜ່ານແດນທຸກໆຄົນ ນໍາໃຊ້ຫນັງສືຜ່ານແດນໃຫ້ຖືກກັບຈຸດປະສົງ ຖືກຕ້ອງຕາມລະບຽບກົດຫມາຍ ແລະ ປະຕິບັດລະບຽບການເຂົ້າ-ອອກເມືອງໃຫ້ຖືກຕ້ອງ, ນໍາໃຊ້ຫນັງສືຜ່ານແດນຂອງພວກທ່ານ ຢ່າງມີຄວາມຮັບຜິດ ຊອບສູງ ຕາມສິດນຳໃຊ້ຂອງຕົນເອງ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ກະຊວງການຕ່າງປະເທດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version