Home ຂ່າວການເມືອງ ກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກຄັ້ງທີ 12 ໄຂຂຶ້ນຢູ່ເຊີແນວ

ກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກຄັ້ງທີ 12 ໄຂຂຶ້ນຢູ່ເຊີແນວ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 12 ມິຖຸນາທີ່ຜ່ານມານີ້, ກອງປະຊຸມລະດັບລັດຖະມົນຕີຂອງອົງການການຄ້າໂລກຄັ້ງທີ 12 ໄດ້ໄຂຂຶ້ນຢູ່ນະຄອນເຊີແນວ ປະເທດສະວິສ ໂດຍຈະດຳເນີນໄປຈົນຮອດວັນທີ 15 ມິຖຸນານີ້. ກອງປະຊຸມຄັ້ງນີ້ຕົ້ນຕໍຈະສຸມໃສ່ປຶກສາຫາລືໃນ 4 ຫົວຂໍ້ຄື: ການເກື້ອກູນດ້ານຂະແໜງການປະມົງ, ກະສິກຳ, ການຮັບມືກັບສະພາບພະຍາດໂຄວິດ-19 ຊຶ່ງລວມທັງການຍົກເວັ້ນຊັບສິນທາງປັນຍາ ຕາມສັນຍາວ່າດ້ວຍຊັບສິນທາງປັນຍາທີ່ກ່ຽວກັບການຄ້າ ແລະ ການປະຕິຮູບອົງການການຄ້າໂລກ ເພື່ອພະຍາຍາມສູ້ຊົນໃຫ້ສາມາດບັນລຸສັນຍາຫຼາຍຝ່າຍໃນຂົງເຂດເຫຼົ່ານີ້.

ປັດຈຸບັນ, ອົງການການຄ້າໂລກໄດ້ແຈກຢາຍຮ່າງສັນຍາຫຼາຍສະບັບໄປໃຫ້ບັນດາຄະນະຜູ້ແທນເພື່ອນຳໄປຄົ້ນຄວ້າພິຈາລະນາ. ທ່ານນາງ ອັນໂກຊີ ໂອຄອນໂຈ ອີເວລາ ຜູ້ອຳນວຍການໃຫຍ່ອົງການການຄ້າໂລກໄດ້ກ່າວຢືນຢັນກ່ອນໄຂກອງປະຊຸມວ່າ: ບັນດາຝ່າຍຍັງມີຄວາມເຫັນທີ່ບໍ່ກົງກັນຫຼາຍສົມຄວນ. ທ່ານໄດ້ເລັ່ງໃຫ້ບັນດາຝ່າຍພະຍາຍາມຈົນສຸດຄວາມສາມາດ ເພື່ີອບັນລຸຄວາມເຫັນທີ່ເປັນເອກະພາບກັນໃນຫົວຂໍ້ຕົ້ນຕໍ ເພື່ອເຮັດໃຫ້ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 12 ໄດ້ຮັບໝາກຜົນຕົວຈິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version