Home ຂ່າວການເມືອງ ທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານບໍລິສັດ Ecoglobal Holdings Limited

ທ່ານ ຮອງນາຍົກລັດຖະມົນຕີ ຕ້ອນຮັບປະທານບໍລິສັດ Ecoglobal Holdings Limited

0

ໃນຕອນແລງ ວັນທີ 10 ມິຖຸນາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Jean Philippe Henry ປະທານບໍລິສັດ Ecoglobal Holdings Limited ພ້ອມດ້ວຍຄະນະ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ບໍລິສັດ ກໍ່ຄືມູນນິທິ Ecoglobal ທີ່ໄດ້ຈັດຕັ້ງປະຕິບັດໂຄງ ການບຳບັດນໍ້າເປື້ອນ ຢູ່ນະຄອນຫຼວງພະບາງ ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ແຂວງຫຼວງພະບາງ ແລະ ນະຄອນປາຣີ ໂດຍໄດ້ຮັບການສະໜອງທຶນ ຈາກອົງ ການສຸຂາພິບານ ນະຄອນປາຣີ (SIAAP), ມູນນິທິ Ecoglobal ເປັນຜູ້ຈັດຕັ້ງປະຕິບັດ ແລະ ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2020. ຈຸດປະສົງຂອງໂຄງການ ແມ່ນເພື່ອບໍາບັດນໍ້າເປື້ອນຈາກຂຸມອາຈົມໃນຊຸມຊົນ ໃຫ້ສະອາດ ກ່ອນນໍາມາໝູນໃຊ້ ຫຼື ປ່ອຍຄືນສູ່ທໍາມະຊາດ, ແນໃສ່ການປົກປັກຮັກສາສິ່ງແວດລ້ອມຂອງຊຸມຊົນ, ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ. ສຳລັບການບໍາບັດນໍ້າເປື້ອນ ແມ່ນນໍາໃຊ້ກົນໄກການບໍາບັດດ້ວຍພືດ (phytoremediation) ແລະ ກັ່ນຕອງດ້ວຍແຮ່ທໍາມະຊາດ, ບໍ່ນໍາໃຊ້ສານເຄມີ, ບໍ່ມີຜົນກະທົບຕໍ່ສິ່ງແວດ ລ້ອມ. ມາຮອດປະຈຸບັນ ການກໍ່ສ້າງໄດ້ສໍາເລັດແລ້ວຫຼາຍກວ່າ 90% ແລະ ຄາດວ່າ ຈະສາມາດເລີ່ມການທົດລອງນໍາໃຊ້ ໃນປີ 2022 ນີ້. ພາຍຫຼັງສຳເລັດ ການກໍ່ສ້າງໂຄງການ ຢູ່ນະຄອນຫຼວງພະບາງແລ້ວ ກໍ່ຍັງມີຄວາມສົນໃຈ ຈະປະຕິບັດໂຄງການບຳບັດນ້ຳເປື້ອນ ຢູ່ບັນດາຕົວເມືອງ ທີ່ມີພົນລະເມືອງຂ້ອນຂ້າງໜາແໜ້ນ ເປັນຕົ້ນ ນະຄອນປາກເຊ, ນະຄອນໄກສອນພົມວິຫານ ແລະ ອື່ນໆ.

ໃນໂອກາດດຽວກັນ, ທ່ານ Jean Philippe Henry ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ແລະ ຄະນະ ໃນຄັ້ງນີ້, ພ້ອມທັງ ລາຍງານໃຫ້ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຊາບ ກ່ຽວກັບຄວາມຄືບໜ້າຂອງການພັດທະນາໂຄງການບຳບັດນໍ້າເປື້ອນ ຢູ່ນະຄອນ ຫຼວງພະບາງ, ແຜນການພັດທະນາໂຄງການຕ່າງໆ ຢູ່ ສປປ ລາວ ໃນຕໍ່ໜ້າ, ລວມທັງຄວາມສາມາດ ແລະ ຄວາມສົນໃຈຂອງບໍລິສັດ Ecoglobal Holdings Limited ຕໍ່ການລົງທຶນພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເຂົ້າໃນພັດທະນາເສດຖະກິດ-ສັງຄົມ ຕື່ມອີກ.

ຂ່າວ-ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version