Home ຂ່າວການເມືອງ ກອງປະຊຸມປຶກສາຫາລື ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022

ກອງປະຊຸມປຶກສາຫາລື ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022

0

ວັນທີ 10 ມິຖຸນາ 2022 ນີ້, ຢູ່ຫ້ອງວ່າການສູນກາງພັກ ໄດ້ຈັດກອງປະຊຸມປຶກສາຫາລືການກະກຽມສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ຄືວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະ​ນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ຫົວໜ້າຄະນະຊີ້ນຳລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ມີບັນດາສະຫາຍພາຍໃນຄະນະກະກຽມ ເຂົ້າຮ່ວມຢ່າງພ້ອມພຽງ.

ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ເປັນຂະບວນການຟົດຟື້ນ, ເຫັນໄດ້ຄວາມໝາຍຄວາມສຳຄັນມູນເຊື້ອຄວາມສາມັກຄີພິເສດ ຂອງສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄື ການສ້າງສາພັດທະນາ ຂອງສອງຊາດໃນປັດຈຸບັນ, ເພື່ອຮັບປະກັນການກະກຽມວຽກງານໄປຕາມແຜນການ ແລະ ທິດທາງກໍານົດໄວ້. ກອງປະຊຸມ ໄດ້ກວດກາຄືນການກະກຽມວຽກງານແຕ່ລະດ້ານ ໃນໄລຍະຜ່ານມາ ແລະ ວາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ; ໂດຍສະເພາະ ໄດ້ໃຫ້ທິດຊີ້ນໍາຕໍ່ແຜນການກະກຽມຈັດພິທີໂຮມຊຸມນຸມໃຫຍ່ ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 18 ກໍລະກົດ 2022 ທີ່ຈະມາເຖິງນີ້.

ກອງປະຊຸມ ໄດ້ເປັນເອກະພາບການກະກຽມໃນຕໍ່ໜ້າ ໂດຍປະທານກອງປະຊຸມ ໄດ້ຊີ້ນໍາໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ບາງບັນຫາສໍາຄັນຕົ້ນຕໍ ດັ່ງນີ້:​

ໃຫ້ຄະນະຮັບຜິດຊອບຊີ້ນຳລະດັບຊາດ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບມອບໝາຍ ດ້ວຍຄວາມເປັນເຈົ້າການ ຮັບປະກັນໃຫ້ຂະບວນການສະເຫຼີມສະຫຼອງເທື່ອນີ້ ໄປຕາມຈຸດປະສົງ ຄາດໝາຍ ທີ່ວາງໄວ້ ແລະ ມີຜົນສຳເລັດ ຢ່າງຈົບງາມ.

ໃຫ້ທຸກພາກສ່ວນກ່ຽວຂ້ອງ ຮີບຮ້ອນປັບປຸງແຜນການສະເຫຼີມສະຫຼອງ ທີ່ປິ່ນອ້ອມຂະ ແໜງການຕົນ ໃຫ້ລະອຽດ ທັງທາງດ້ານເນື້ອໃນ, ງົບປະມານ ແລະ ການຍ້ອງຍໍ (ບົນຈິດໃຈປະຢັດ ແລະ ປະຕິບັດ ຕາມຄຳສັ່ງແນະນຳ ຂອງຄະນະຊີ້ນຳລະດັບຊາດ ຢ່າງເຄັ່ງຄັດ). ພ້ອມນັ້ນ ກໍໃຫ້ສົ່ງບົດລາຍງານການເຄື່ອນໄຫວແຕ່ລະດ້ານ ໃຫ້ກອງເລຂາ ເປັນປົກກະຕິ ເພື່ອຮັບປະກັນ ໃຫ້ການຈັດຕັ້ງປະຕິບັດແຜນການຕ່າງໆ ໄປລວງດຽວກັນ; ພ້ອມທັງເປັນການລາຍງານ ໃຫ້ຂັ້ນເທິງຮັບຊາບ ແລະ ມີທິດຊີ້ນຳຢ່າງເປັນປົກກະຕິ, ທັນການ.

ສຳລັບການກະກຽມງານໂຮມຊຸມນຸມໃຫຍ່ ທີ່ຈະຈັດໃນວັນທີ 18 ກໍລະກົດ 2022, ມອບໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ກະກຽມວຽກທີ່ຍັງບໍ່ທັນສໍາເລັດ ໂດຍໃຫ້ສືບຕໍ່ປະສານງານສອງຝ່າຍໃຫ້ມີຄວາມເປັນເອກະພາບກັນ ແລະ ພ້ອມກັນຈັດຕັ້ງປະຕິບັດການສະເຫຼີມສະຫຼອງໃນຄັ້ງນີ້ ໃຫ້ມີຜົນ ສຳເລັດເປັນຢ່າງດີ.

(ຂ່າວ: ຫສພ, ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version