Home ຂ່າວການເມືອງ ທົບທວນແຜນການພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ

ທົບທວນແຜນການພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ

0

ກອງປະຊຸມຄະນະຮັບຜິດຊອບແຜນພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ ຈັດຂຶ້ນໃນວັນທີ 10 ມິຖຸນາ 2022 ໂດຍການເປັນປະທານຮ່ວມຂອງທ່ານ ນາງ ພອນສະຫວັນ ແກ້ວນະຄອນ ຮັກສາການຫົວໜ້າສູນໂພຊະນາການແຫ່ງຊາດ, ທ່ານ ຟູມີຊູກູ ໂຕຊູ (Fumitsugu Tosu), ຫົວໜ້າແຜນງານ ຂອງອົງການອາຫານໂລກ, ມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມເພື່ອເຜີຍແຜ່ ແລະ ທົບທວນ ພາລະບົດບາດຂອງຄະນະຮັບຜິດຊອບພັດທະນາ ແລະ ສົ່ງເສີມການເພີ່ມຈຸລະສານອາຫານໃສ່ອາຫານ, ລາຍງານການຈັດຕັ້ງປະຕິບັດ ການເພີ່ມຈຸລະສານອາຫານໃສ່ເຂົ້າ ໂດຍອົງການອາຫານໂລກ ແລະ ພາກລັດຖະບານ. ພ້ອມທັງປຶກສາຫາລືກ່ຽວກັບ ພາລະບົດບາດຂອງຕົນ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອຈັດຕັ້ງປະຕິບັດ ຍຸດທະສາດການຈັດຕັ້ງປະຕິບັດການເພີ່ມວິຕະມິນແຮ່ທາດ ເຊັ່ນ: ການພັດທະນາມາດຕະຖານແຫ່ງຊາດ ໃນການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ແລະ ການສຶກສາຄົ້ນຄວ້າ ວິທີການທີ່ຈະຊ່ວຍໃຫ້ເຂົ້າເພີ່ມວິຕະມິນແຮ່ທາດ ໄດ້ຮັບການຍອມຮັບໃນລະດັບດີ ເຊິ່ງຈະສຶກສາໃນຂອບເຂດໂຮງຮຽນ ແລະ ຊຸມຊົນເປົ້າໝາຍ ທີ່ເດັກນ້ອຍນັກຮຽນໄດ້ຮັບເຂົ້າເພີ່ມວິຕະມິນແຮ່ທາດ.

ທ່ານ ຟູມີຊູກູ ໂຕຊູ ໄດ້ກ່າວວ່າ: ການມີມາດຕະຖານແຫ່ງຊາດ ສໍາລັບການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ຈະເປັນສິ່ງສໍາຄັນ ໃນການລິເລີ່ມການຜະລິດເຂົ້າເພີ່ມວິຕະມິນແຮ່ທາດ ພາຍໃນປະເທດ, ເຊິ່ງຂ້າພະເຈົ້າຫວັງວ່າ ການລິເລີ່ມນີ້ຈະນໍາໄປສູ່ ການສະໜອງເຂົ້າເພີ່ມວິຕະມິນແຮ່ທາດ ຕໍ່ປະຊາຊົນບັນດາເຜົ່າ ໃນທົ່ວ ສປປ ລາວ ແລະ ເພື່ອເປັນການປະກອບສ່ວນ ໂຕ້ຕອບສະພາວະການຂາດຈຸລະສານອາຫານ. ນັບແຕ່ປີ 2013 ເປັນຕົ້ນມາ ທີ່ອົງການອາຫານໂລກ (WFP) ໄດ້ເປັນຄູ່ຮ່ວມງານຫລັກກັບພາກລັດ ໃນຂົງເຂດວຽກງານການເພີ່ມວິຕະມິນແຮ່ທາດໃສ່ເຂົ້າ ແລະ ເມື່ອບໍ່ດົນມານີ້ ອົງການ WFP ໄດ້ນໍາເຂົ້າສານເຕີມວິຕະມິນແຮ່ທາດ ຈາກຕ່າງປະເທດ ເພື່ອມາປຸງແຕ່ງໃນໂຄງການອາຫານທ່ຽງໃນໂຮງຮຽນ ທີ່ມີນັກຮຽນກຸ່ມເປົ້າໝາຍຫລາຍ ໂດຍມີ ນັກຮຽນ 64.000 ຄົນ ຈາກໂຮງຮຽນ 707 ແຫ່ງ ໃນທົ່ວປະເທດ. ສໍາລັບແຜນການໃນຕໍ່ໜ້າ, ອົງການ WFP ຈະຮ່ວມກັບ ຄະນະຮັບຜິດຊອບການພັດທະນາ ແລະ ສົ່ງເສີມການເພີ່ມວິຕະມິນແຮ່ທາດໃສ່ອາຫານ ພາຍໃຕ້ການຊີ້ນໍາ ຂອງກະຊວງສາທາລະນະສຸກ ເພື່ອດໍາເນີນການຜະລິດເຂົ້າເພີ່ມວິຕະມິນແຮ່ທາດ ໃນ ສປປ ລາວ ເພື່ອເປັນການສະໜອງໃຫ້ ໂຮງຮຽນເປົ້າໝາຍ, ຊຸກຍູ້ຜູ້ປະກອບການໂຮງສີເຂົ້າໃນທ້ອງຖິ່ນ ແລະ ເປັນການຊອກຫາໂອກາດ ໃນໄລຍະຍາວ ເພື່ອເພີ່ມການສະໜອງໃຫ້ເປັນສິນຄ້າ ເຂົ້າສູ່ຕະຫລາດ.

ທ່ານ ນາງ ພອນສະຫວັນ ແກ້ວນະຄອນ ໄດ້ກ່າວວ່າ: ການຂາດຈຸລະສານອາຫານ ຫລື ການຂາດໂພຊະການແບບ ແມ່ນພົບເຫັນຢູ່ທົ່ວໄປ ໃນ ສປປ ລາວ ແມ່ນການຂາດ ວິຕະມິນ ແລະ ແຮ່ທາດ ທີ່ມີຄວາມຈໍາເປັນ ໃນປະລິມານໃດໜຶ່ງ ທີ່ມີຜົນຕໍ່ການເຕີບໂຕ ແລະ ພັດທະນາຢ່າງສົມບູນ ໂດຍສະເລ່ຍ 40% ຂອງແມ່ຍິງໄວຈະເລີນພັນ ແລະ 44% ຂອງເດັກ ອາຍຸລຸ່ມ 5 ປີ ມີອາການພະຍາດເລືອດຈາງ ທີ່ເກີດຈາກການຂາດທາດເຫລັກ, ແຕ່ໃນບາງພື້ນທີ່ໃນທົ່ວປະເທດ ອັດຕາດັ່ງກ່າວ ແມ່ນມີຄວາມແຕກໂຕນກັນຫລາຍ ເຊິ່ງ ບັນຫາດັ່ງກ່າວ ສາມາດສົ່ງຜົນກະທົບທີ່ແກ່ຍາວ ແລະ ຮຸນແຮງ ຕໍ່ສຸຂະພາບ ແລະ ການພັດທະນາຂອງເຂົາເຈົ້າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version