Home Uncategorized ອົງການຢູນິເຊັບ ເເລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປີດຕົວຄູ່ມືເເນະນຳການໃຫ້ຄໍາປຶກສາໄວໜຸ່ມ ສໍາລັບອາສາສະໝັກບໍລິການສາຍດ່ວນ

ອົງການຢູນິເຊັບ ເເລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປີດຕົວຄູ່ມືເເນະນຳການໃຫ້ຄໍາປຶກສາໄວໜຸ່ມ ສໍາລັບອາສາສະໝັກບໍລິການສາຍດ່ວນ

0

ວັນທີ 7 ມິຖຸນາ 2022 ເພື່ອສະໜັບສະໜູນ ອາສາສະໝັກບໍລິການສາຍດ່ວນ ໃຫ້ສາມາດໃຫ້ຄຳປຶກສາທີ່ມີຄຸນນະພາບແກ່ ເດັກ ແລະ ໄວໜຸ່ມ, ອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ເປີດຕົວ ຄູ່ມືເເນະນຳການໃຫ້ຄໍາປຶກສາໄວຫນຸ່ມສໍາລັບອາສາສະຫມັກບໍລິການສາຍດ່ວນຂອງ ສຊປລ ຢ່າງເປັນທາງການ. ຄູ່ມືດັ່ງກ່າວເປັນຄູ່ມືເເນະນຳທຳອິດຂອງ ສຊປລ ທີ່ເນັ້ນໃສ່ການເເກ້ໄຂບັນຫາທີ່ກ່ຽວຂ້ອງກັບໄວໜຸ່ມເປັນພິເສດ ເເລະ ຈະຊ່ວຍສະໜອງເຄື່ອງມືດ້ານວິຊາການ ແລະ ຂໍ້ມູນສຳລັບຜູ້ໃຫ້ຄຳປຶກສາ ເຊັ່ນ: ຈັນຍາບັນຂອງຜູ້ໃຫ້ຄຳປຶກສາ ແລະ ຜູ້ຂໍຄຳປຶກສາ, ຄໍາແນະນໍາດ້ານການສື່ສານ ແລະ ແບບຟອມເກັບກໍາຂໍ້ມູນ ເພື່ອຊ່ວຍຜູ້ໃຫ້ຄຳປຶກສາສາມາດສະໜັບສະໜູນເດັກນ້ອຍ ແລະ ໄວໜຸ່ມໄດ້ຢ່າງມີປະສິດທິພາບ. ຄູ່ມືສະບັບນີ້ເເມ່ນເປັນການພັດທະນາຮ່ວມກັນໂດຍ ອົງການຢູນິເຊັບ ເເລະ ສຊປລ ເເລະ ເນື້ອໃນແມ່ນໄດ້ຖອດຖອນມາຈາກປະສົບການຂອງຜູ້ໃຫ້ຄຳປຶກສາຫຼາຍໆທ່ານ, ການປຶກສາຫາລືລະຫວ່າງຂະແໜງການຕ່າງໆ ແລະ ການແລກປ່ຽນບົດຮຽນລະຫວ່າງລັດຖະບານ, ອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງທາງສັງຄົມ.

ພະນະທ່ານ ມອນໄຊ ລາວມົວຊົ່ງ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ກ່າວວ່າ: “ສຊປລ ຂໍສະແດງຄວາມຂອບໃຈມາຍັງ ອົງການຢູນີເຊັບ ທີ່ໄດ້ໃຫ້ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ງົບປະມານ ໃນການພັດທະນາຄູ່ມືພາຍໃຕ້ໂຄງການ ‘ ‘ເບື້ອງຫລັງຂອງປະຕູທີ່ປິດ: ການເອື້ອມອອກໄປເຖິງເດັກນ້ອຍທີ່ມີຄວາມບອບບາງ ແລະ ມີຄວາມສ່ຽງດ້ວຍການປົກປ້ອງທີ່ມີຄຸນນະພາບ ແລະ ພ້ອມການໃຫ້ການບໍລິການທາງດ້ານສຸຂະພາບຈິດ ໃນອາຊີຕາເວັນອອກ ແລະ ປາຊີຟິກ’. ຄູ່ມືດັ່ງກ່າວຈະເປັນເຄື່ອງມືອັນສຳຄັນໃນການເສີມສ້າງຄວາມອາດສາມາດຂອງພະນັກງານ ແລະ ອາສາສະໝັກຜູ້ໃຫ້ບໍລິການສາຍດ່ວນຂອງ ສຊປລ ໃນຂັ້ນສູນກາງ ແລະ ເເຂວງ ເພື່ອສະໜອງການໃຫ້ຄຳປຶກສາແກ່ເດັກ ແລະ ໄວໜຸ່ມໃຫ້ມີປະສິດທິພາບຫຼາຍຂຶ້ນ.”

ໃນປີ 2020 ເເລະ 2021, ເດັກນ້ອຍ ແລະ ຄອບຄົວຂອງເຂົາເຈົ້າໄດ້ປະເຊີນກັບຄວາມສ່ຽງໃນດ້ານການປົກປ້ອງເດັກຫຼາຍຂຶ້ນເນື່ອງຈາກການລະບາດຂອງພະຍາດ ໂຄວິດ-19, ເຊີ່ງຄວາມສ່ຽງເຫຼົ່ານີ້ລວມມີ: ການໃຊ້ຄວາມຮຸນແຮງໃນຄອບຄົວ, ຄວາມຮຸນແຮງບົນພື້ນຖານທາງເພດ, ບັນຫາສຸຂະພາບຈິດ ແລະ ການຂູດຮີດທາງອິນເຕີເນັດ. ການວິເຄາະວຽກງານບໍລິການສາຍດ່ວນຂອງ ສຊປລ ຍັງໄດ້ສະເເດງໃຫ້ເຫັນວ່າ ໄດ້ມີການເພີ່ມທະວີຂອງລະດັບຄວາມກົດດັນ, ອາການຊຶມເສົ້າ, ຢ້ານກົວ ແລະ ຄວາມວິຕົກກັງວົນ ໃນສັງຄົມຍ້ອນບັນຫາທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄວິິດ-19, ບໍ່ວ່າຈະເປັນການຂາດໂຮງຮຽນ, ຄວາມຫຍຸ້ງຍາກໃນການຊອກຫາວຽກເຮັດງານທໍາ, ຄວາມຂັດແຍ່ງພາຍໃນຄອບຄົວ, ການຂາດລາຍໄດ້ ເເລະ ອື່ນໆ. ອົງການຢູນີເຊັບ ປະຈຳ ສປປ ລາວ ໄດ້ໃຫ້ການສະໜັບສະ ໜູນ ສາຍດ່ວນໂທໂດຍບໍ່ເສຍຄ່າ ຂອງ ສຊປລ ນັບຕັ້ງເເຕ່ປີ 2021 ເປັນຕົ້ນມາເພື່ອຊ່ວຍເເກ້ໄຂອຸປະສັກດ້ານການເງິນຂອງການເຂົ້າເຖິງສາຍດ່ວນ ແລະ ຜັນຂະຫຍາຍການບໍລິການສາຍດ່ວນໄປຍັງ ແຂວງຫລວງພະບາງ, ຫລວງນ້ຳທາ ແລະ ອຸດົມໄຊ, ພ້ອມຍັງໄດ້ໃຫ້ການສະໜັບສະໜູນການບໍລິການສາຍດ່ວນໃນສາມພາສາຊົນເຜົ່າ. ຈາກການຊ່ວຍເຫຼືອຂອງ ອົງການຢູນີເຊັບ, ປະຊາຊົນ 3,711 ຄົນໄດ້ເຂົ້າເຖິງ ແລະ ຮັບການບໍລິການໃຫ້ຄໍາປຶກສາຜ່ານສາຍດ່ວນຊ່ວຍເຫຼືອ ສຊປລ ໃນປີ 2021, ເຊິ່ງໄດ້ ເພີ່ມຂຶ້ນ 92 ເປີເຊັນ ຂອງຈຳນວນຄົນ ເມື່ອທຽບໃສ່ປີ 2020.

ທ່ານ ເດວິດ ດັງເຄິນ, ວ່າການເເທນຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ກ່າວວ່າ: “ໃນຂະນະທີ່ພວກເຮົາກ້າວເຂົ້້າສູ່ໂລກພາຍຫຼັງການລະບາດຂອງພະຍາດ, ພວກເຮົາກໍຈະຕ້ອງໄດ້ຮັບມືກັບສິ່ງທ້າທາຍໃໝ່ໆທີ່ຈະປາກົດຂຶ້ນ. ມັນແມ່ນຊ່ວງເວລາແຫ່ງການປ່ຽນແປງ ທີ່ພວກເຮົາຕ້ອງເອົາໃຈໃສ່ເປັນພິເສດ ຕໍ່ສະຫວັດດີພາບທາງດ້ານຈິດໃຈຂອງເດັກນ້ອຍ ແລະ ຮັບປະກັນວ່າເຂົາເຈົ້າສາມາດໄດ້ຮັບການສະຫນັບສະຫນູນ. ອົງການຢູນິເຊັບ ຈະສືບຕໍ່ເຮັດວຽກຢ່າງໃກ້ຊິດກັບ ສຊປລ ແລະ ລັດຖະບານເເຫ່ງ ສປປ ລາວ ເພື່ອປັບປຸງການເຂົ້າເຖິງ ແລະ ຄຸນນະພາບຂອງການບໍລິການໃຫ້ຄໍາປຶກສາເພື່ອຕອບສະໜອງຄວາມຕ້ອງການທາງດ້ານຈິດໃຈສໍາລັບທຸກຄົນ.”

#ໃນປະຈຸບັນ, ປື້ມຄູ່ມືດັ່ງກ່າວ ໄດ້ຖືກນຳໃຊ້ເຂົ້າໃນການຝຶກອົບຮົມອາສາສະໝັກ ແລະ ພະນັກງານຂອງ ສຊປລ ໃນນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫຼວງນ້ຳທາ ແລະ ອຸດົມໄຊ. ອົງການຢູນິເຊັບ ແລະ ສຊປລ ກຳລັງເຮັດວຽກເພື່ອແຈກຢາຍ ແລະ ຈັດຕັ້ງປະຕິບັດນຳໃຊ້ຄູ່ມືນີ້ ໃນທົ່ວປະເທດ ເພື່ອຜັນຂະຫຍາຍການໃຫ້ບໍລິການໃຫ້ຄໍາປຶກສາຢ່າງທົ່ວເຖິງ.

ທ່ານສາມາດອ່ານປື້ມຄູ່ມືດັ່ງກ່າວ ໃນສະບັບພາສາອັງກິດ ແລະ ພາສາລາວ ໄດ້ທີ່ເວັບໄຊທ໌ຂອງອົງການ UNICEF ທີ່ນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version