Home ຂ່າວການເມືອງ ທ່ານຮອງນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງຫຼວງພະບາງ

ທ່ານຮອງນາຍົກລັດຖະມົົນຕີ ພົບປະໂອ້ລົມການນຳຫຼັກແຫຼ່ງແຂວງຫຼວງພະບາງ

0

ພາຍຫຼັງສໍາເລັດການເຄື່ອນໄຫວເຮັດວຽກຢູ່ 3 ແຂວງ (ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ) ວັນທີ 02 ມິຖຸນາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ກັບການນຳແຂວງຫຼວງພະບາງ ໂດຍການຕ້ອນຮັບ ແລະ ນຳພາຄະນະຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ຂອງທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງໆຫຼວງພະບາງ.

ທ່ານ ຄໍາຂັນ ຈັນທະວີສຸກ ເຈົົ້າແຂວງໆຫຼວງພະບາງ ໄດ້ລາຍງານໃຫ້ຊາບກ່ຽວກັບ ສະພາບພົ້ນເດັ່ນໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ; ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຕໍ່ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ເຊິ່ງອັນພົ້ນເດັ່ນ ໄດ້ສືບຕໍ່ຫັນລົງຮາກຖານປະຈໍາຢູ່ຈຸດຕ່າງໆ ເພື່ອແກ້ໄຂບັນຫາການເຄື່ອນໄຫວຂອງພົນລະເມືອງຢູ່ຕາມຊາຍແດນ; ແກ້ໄຂບັນຫາການລັກລອບການປູກຝິ່ນ, ຈັດກຳລັງປະຈໍາປ້ອງກັນ ຕາມຈຸດຕ່າງໆ; ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໄດ້ຫັນເປັນແຜນລະອຽດ ແລະ ກໍານົດແຜນດໍາເນີນງານ, ກໍານົດເປົ້າໝາຍ ໃນການການແກ້ໄຂບັນຫາຢາເສບຕິດ ແລະ ໄດ້ດໍາເນີນຢ່າງແຂງແຮງ; ໄດ້ຫັນການຄຸ້ມຄອງການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍເປັນທັນສະໄໝເທື່ອລະກ້າວ, ໄດ້ເດີນສໍາຫຼວດສະຖິຕິຫົວໜ່ວຍທຸລະກິດຄືນໃໝ່ ເຮັດໃຫ້ມີຖານລາຍຮັບໃໝ່ເພີ່ມຂຶ້ນ 1.401 ຫົວໜ່ວຍ, ເທົ່າກັບ 19%; ການລົງທຶນຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ມີທ່າອ່ຽງເພີ່ມຂື້ນ ປະຕິບັດລື່ນແຜນທີ່ວາງໄວ້; ການຜະລິດກະສິກໍາ, ການຜະລິດສະບຽງອາຫານ, ຜົນຜະລິດດີລື່ນປີຜ່ານມາ; ການສະໜອງສະບຽງອາຫານ ສາມາດພຽງພໍກັບຄວາມຕ້ອງການຢູ່ພາຍໃນ ແຂວງ ແລະ ສົ່ງອອກໄປຕ່າງແຂວງຈໍານວນໜຶ່ງ ເປັນຕົ້ນ: ໄຂ່ໄກ່, ສ່ວນສັດລ້ຽງປະເພດ ງົວໄດ້ສົ່ງອອກໄປຈີນ (ງົວ 3.248 ໂຕ, ຄວາຍ 79 ໂຕ) ຕາມດ່ານປະເພນີ; ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນໄລຍະຜ່ານມາ ໄດ້ສຸມໃສ່ 4 ວຽກງານຈຸດສຸມຄື: u ສົ່ງເສີມຜະລິດສະບຽງອາຫານບໍລິໂພກຢູ່ພາຍໃນເພື່ອຫຼຸດຜ່ອນການນຳເຂົ້າມີ 10 ໂຄງການ, v ສົ່ງເສີມຜະລິດກະສິກໍາເປັນສິນຄ້າສົ່ງອອກທົດແທນການນຳເຂົ້າ,ມີ 5 ໂຄງການ w ປັບປຸງໂຄງລ່າງພື້ນຖານຮັບໃຊ້ການຜະລິດ, ມີ 1 ໂຄງການ x ສ້າງຕິນິກໍາລຸ່ມກົດໝາຍ; ວຽກງານພັດທະນາການທ່ອງທ່ຽວ ໄດ້ສ້າງແຜນຟື້ນຟູການທ່ອງທ່ຽວ ຕາມເຂດສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ, ໄດ້ນໍາໃຊ້ລະບົບທັນສະໄໝເຄື່ອງສະແກນບັດເຂົ້າຊົມບັນດາແຫຼ່ງທ່ອງທ່ຽວຕ່າງໆ ເພືື່ອຄວາມວ່ອງໄວ, ທັນການ ແລະ ໂປ່ງໃສ; ວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ; ໄດ້ລະດັບຊີວິດການເປັນຢູ່ຂອງປະຊາຊົນ ມີການປັບປຸງຍົກລະດັບດີຂື້ນເທື່ອລະກ້າວ; ສໍາລັບການການສະເຫຼີມສະຫຼອງ 2 ວັນປະຫວັດສາດ ສອງຊາດ ລາວ-ຫວຽດນາມ ໄດ້ກໍານົດບັນດາກິດຈະກໍາປິ່ນອ້ອມ ຈໍານວນ 10 ກິດຈະກໍາ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ການນໍາຫຼັກແຫຼ່ງຂອງ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ເຊິ່ງມີຜົນສໍາເລັດຫຼາຍດ້ານ ແລະ ພົ້ນເດັ່ນ ຕະຫຼອດໃນໄລຍະຜ່ານມາ. ອັນສຳຄັນ ທ່ານໄດ້ມີຄໍາເຫັນຊີ້ນໍາພະນັກງານຫຼັກແຫຼ່ງ ພາຍໃນອໍານາດການປົກຄອງແຂວງ ເອົາໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອເສີມຂະຫຍາຍມູນເຊື້ອປະຕິວັດຄວາມຮັກຊາດ, ມູນ ເຊື້ອດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີ ເປັນປຶກແຜ່ນ ແລະ ເດັດດ່ຽວເອກະພາບ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ; ຍົກສູງສະຕິລະວັງຕົວ ຕ້ານປະກົດການທີ່ບໍ່ຖືກຕ້ອງ; ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຢ່າງມີສະຕິ ໂດຍສະເພາະ ຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດຂອງແຂວງ ໂດຍສະເພາະ ບັນດາວຽກຈຸດສຸມ ເປັນຕົ້ນ ການປະຕິບັດດໍາລັດວ່າດ້ວຍລົດຂອງລັດ, ການແກ້ໄຂບັນຫານຳເຂົ້າ ແລະ ນຳໃຊ້ພາຫະນະ ບໍ່ຖືກຕ້ອງ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້້າ ແລະ ເປັນສິນຄ້າສົ່ງອອກ ຕາມທ່າແຮງທີ່ບົ່ມຊ້ອນ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ ແລະ ຍືນຍົງ; ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບງົບປະມານ, ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ, ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ; ສືບຕໍ່ໃຫ້ຖືເອົາວຽກງານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດຕົ້ນຕໍ; ສືບຕໍ່ປັບປຸງ ແລະ ພັດທະນາ ວຽກງານທີ່ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ ພື້ນຖານໂຄງລ່າງຕ່າງໆ, ການບໍລິການ ບົນພື້ນຖານ ສາມາດດຶງດູດນັກທ່ອງທ່ຽວໃຫ້ຫຼາຍ, ຮັບປະກັນຄວາມສະດວກ, ປອດໄພ ແລະ ສ້າງຄວາມປະທັບໃຈ; ສືບຕໍ່ເຝົ້າລະວັງການແຜ່ລະບາດ ຂອງພະຍາດຕາມລະດູການ ແລະ ການປ່ຽນແປງດິນຟ້າອາກາດ ທີ່ອາດເຮັດໃຫ້ເກີດໄພພິບັດຕ່າງໆ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດກິດຈະກຳ ສະເຫຼີມສະຫຼອງ ສອງວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ມີເນື້ອໃນເລິກເຊິ່ງຮອບດ້ານ, ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດ ຕາມຄາດໝາຍທີ່ກຳນົດໄວ້.

ການເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ ໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມຊຸກຍູ້ການຜະລິດ ແລະ ການດຳເນີນທຸລະກິດຕົວຈິງ ຢູ່ສະຖານທີ່ຕ່າງໆ ເປັນຕົ້ນ ຄອບຄົວຕົວແບບການລ້ຽງໝູ ຢູ່ບ້ານຊ່າງໄຫ, ເມືອງປາກອູ; ບໍລິສັດ ອຸດສາຫະກຳທັດໂທບັກໂກ ການຄ້າ ຂາອອກ-ຂາເຂົ້າຈຳກັດ; ແລະ ຫ້ອງ ການບໍລິສັດໄອເຣັສຊີ (IHC) ມາໂບຈຳກັດ ຕື່ມອີກ.

#ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version