Home ຂ່າວການເມືອງ ກວດເຫັນລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ

ກວດເຫັນລາຍຮັບບໍ່ມອບເຂົ້າງົບປະມານ 141 ຕື້ກວ່າກີບ

0

ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈຳປີ 2021 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 22 ທັນວານີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານ ວຽງທະວີສອນ ເທບພະຈັນ ກ່າວວ່າ: ຜ່ານການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ລາຍຮັບຕາມແຜນການ ຈຳນວນ 27.629,01 ຕື້ກີບ, ປະຕິບັດໄດ້ ຈຳນວນ 28.905,03 ຕື້ກີບ ເທົ່າກັບ 104,62% ຂອງແຜນການ, ລາຍຈ່າຍຕາມແຜນ ຈຳນວນ 31.583,63 ຕື້ກີບ, ປະຕິບັດໄດ້ຈຳນວນ 29.507,44 ຕື້ກີບ ເທົ່າກັບ 93,43% ຂອງແຜນການ, ການດຸ່ນດ່ຽງຊຳລະໜີ້ສິນສາທາລະນະຕາມແຜນການຈຳນວນ 16.395,13 ຕື້ກີບ, ປະຕິບັດໄດ້ຈຳນວນ 12.592,30 ຕື້ກີບ ເທົ່າກັບ 76,81% ຂອງແຜນການ, ການດຸ່ນດ່ຽງງົບປະມານແຫ່ງລັດຕາມແຜນການຈຳນວນ 20.349,75ຕື້ກີບ ປະຕິບັດໄດ້ຈຳນວນ 14.492,93 ຕື້ກີບ ເທົ່າກັບ 71,22% ຂອງແຜນການ, ສາມາດສະຫຼຸບໄດ້ດັ່ງນີ້:

1. ກວດສອບເຫັນເພີ່ມລາຍຮັບທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 141,30 ຕື້ກີບ, ໃນນັ້ນໄດ້ເອົາໄປຈ່າຍນອກແຜນງົບປະມານແຫ່ງລັດ ຈຳນວນ 35,18 ຕື້ກີບ ແລະ ຍັງເກັບຮັກສາໄວ້ຢູ່ຄັງເງິນສົດ,ຝາກໄວ້ຢູ່ທະນາຄານ ແລະ ຝາກໄວ້ໃນລະບົບບັນຊີຝາກຄັງເງິນ ຈຳນວນ 106,12 ຕື້ກີບ.

2. ກວດສອບເຫັນເງິນຈ່າຍລ່ວງໜ້າຄ້າງໃນລະບົບຄັງເງິນປະຈຳແຂວງທີ່ບໍ່ສາມາດສະສາງ ໄດ້ຍົກມາຈາກປີກ່ອນຈຳນວນ 1.294,10 ຕື້ກີບ, ເກີດໃໝ່ໃນປີ 2021 ຈຳນວນ 85,73 ຕື້ກີບ ລວມເຂົ້າກັນຈຳນວນ 1.379,83 ຕື້ກີບ.

3. ກວດສອບເຫັນໜີ້ຕ້ອງຮັບສ່ວຍສາອາກອນ, ຊັບສິນແຫ່ງລັດ ແລະ ຈາກບັນດາຫົວໜ່ວຍງົບປະມານທີ່ບໍ່ມອບເຂົ້າງົບປະມານແຫ່ງລັດທັນຕາມກຳນົດເວລາ ຊຶ່ງມີຍອດຍົກມາຈາກປີກ່ອນ ຈຳນວນ 1.879,35 ຕື້ກີບ ເກີດໜີ້ໃໝ່ໃນປີ 2021 ຈຳນວນ 551,43 ຕື້ກີບ ລວມເຂົ້າກັນຈຳນວນ2.430,78 ຕື້ກີບ.

4. ກວດສອບເຫັນຍອດເຫຼືອເງິນລາຍຮັບໃນບັນຊີລໍຖ້າຈັດສັນ (ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດຈຳນວນ 9,48 ຕື້ກີບ.

5. ກວດສອບເຫັນການນຳໃຊ້ເງິນຄັງພັດທະນາທ້ອງຖິ່ນ, ເງິນຄັງພັດທະນາຊຸມຊົນ ແລະ ເງິນລະດົມ, ເງິນເກີນແຜນ ປີ 2021, ເງິນແຮທ້ອງຖິ່ນ, ເງິນກອງທຶນຄົ້ນຄວ້າວິທະຍາສາດ ແລະ ເງິນງົບປະມານແຫ່ງລັດ ລວມເຂົ້າກັນເປັນເງິນ ຈຳນວນ 78,46 ຕື້ກີບ ໄປຈ່າຍບໍ່ຖືກຕາມເປົ້າໝາຍ.

6. ກວດສອບເຫັນການຈັດຕັ້ງປະຕິບັດໂຄງການນອກແຜນງົບປະມານແຫ່ງລັດ ຈຳນວນ 21,72 ຕື້ກີບ.

7. ກວດສອບເຫັນການຈັດຕັ້ງປະຕິບັດໂຄງການທີ່ສະພາແຫ່ງຊາດຮັບຮອງ ຈຳນວນ 23 ໂຄງການ, ມູນຄ່າຕາມສັນຍາ 1.066,82 ຕື້ກີບ ບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ, ບາງໂຄງການບໍ່ໄດ້ດຳເນີນຂັ້ນຕອນການປະເມີນ, ປະມູນກ່ອນສະເໜີເຂົ້າແຜນການລົງທຶນຂອງລັດ, ປະກອບເອກະສານບໍ່ຄົບຖ້ວນ, ປະຕິບັດວຽກຫຼຸດສັນຍາ ແລະ ບໍ່ຖືກມາດຕະຖານເຕັກນິກ, ບໍ່ໄດ້ວາງເງິນຄ້ຳປະກັນສັນຍາແລະ ຄ້ຳປະກັນໂຄງການ, ຄິດໄລ່ລາຄາຫົວໜ່ວຍການກໍ່ສ້າງສູງກວ່າລາຄາກາງທີ່ກະຊວງໂຍທາທິການແລະ ຂົນສົ່ງກຳນົດ, ດັດແກ້ບໍລິມາດໜ້າວຽກເອງໂດຍບໍ່ໄດ້ສະເໜີຜ່ານພາກສ່ວນມີສິດອຳນາດໃນແຕ່ລະຂັ້ນ, ການກວດກາ ແລະ ຢັ້ງຢືນໜ້າວຽກຫຼາຍກວ່າການປະຕິບັດຕົວຈິງ, ອວ່າຍມູນຄ່າໜ້າວຽກໜຶ່ງໄປໃສ່ໜ້າວຽກອື່ນໂດຍບໍ່ໄດ້ສະເໜີຜ່ານພະແນກແຜນ ແລະ ການລົງທຶນຕາມລະບຽບການກຳນົດ, ນຳໃຊ້ເງິນຄຸ້ມຄອງ ແລະ ບໍລິຫານບໍ່ຖືກເປົ້າໝາຍ, ນຳໃຊ້ເຂົ້າໃນວຽກງານບໍລິຫານທົ່ວໄປຂອງຕົນ, ຄິດໄລ່ເງິນຄຸ້ມຄອງໂຄງການເກີນລະບຽບການກຳນົດ, ຄິດໄລ່ຄ່າສຳຫຼວດອອກແບບຊ້ຳຊ້ອນກັນ, ບໍ່ດຳເນີນການປະເມີນຜົນຫຼັງໂຄງການສຳເລັດ 100%, ເກັບຄ່າຊັບພະຍາກອນບໍ່ດິນບໍ່ຄົບຖ້ວນ ແລະ ຂຽນບົດສະເໜີໂຄງການບໍ່ສອດຄ່ອງກັບຂໍ້ມູນຕົວຈິງ.

ສຳລັບຜົນການກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອ 1. ກວດສອບເຫັນ 3 ໂຄງການຄິດໄລ່ ແລະ ເບີກຈ່າຍນ້ຳມັນລົດບໍລິຫານໂຄງການ, ເງິນອັດຕາກິນ ແລະ ຄ່າກະກຽມເອກະສານຮັບໃຊ້ກອງປະຊຸມ ລວມເປັນເງິນຈຳນວນ 0,10 ຕື້ກີບ ເກີນ ແລະ ບໍ່ມີໃນກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດໄດ້ກຳນົດໄວ້, 2. ກວດສອບເຫັນ 1 ໂຄງການເບີກຈ່າຍເງິນເດືອນຈຳນວນ 1,45 ຕື້ກີບ ໃຫ້ບຸກຄົນທີ່ບໍ່ແມ່ນພະນັກງານໂຄງການ, 3. ກວດສອບເຫັນ 3 ໂຄງການຈັດຊື້-ຈັດຈ້າງໃນມູນຄ່າ 0,48 ຕື້ກີບ ບໍ່ໄດ້ສົມທຽບລາຄາຈາກ 3 ຮ້ານຜູ້ສະໜອງຕາມກົດໝາຍກຳນົດໄວ້, 4. ກວດສອບເຫັນ 4 ໂຄງການບໍ່ໄດ້ບັນທຶກມູນຄ່າພາຫະນະ, ອຸປະກອນການກະເສດ, ເຄື່ອງໃຊ້ໄຟຟ້າເອເລັກໂຕຣນິກ ລວມເປັນເງິນຈຳນວນ 1,12 ຕື້ກີບເຂົ້າໃນບັນຊີຕິດຕາມຊັບສົມບັດຄົງທີ່ຂອໂຄງການ.

ສຳລັບຜົນການກວດສອບເອກະສານລາຍງານການເງິນຂອງທະນາຄານ: 1. ກວດສອບເຫັນ ການອະນຸມັດ ແລະ ການສືບຕໍ່ປ່ອຍກູ້ເງິນໃຫ້ກູ້ຢືມບໍ່ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມລະບຽບກນົດໄວ້ເຊັ່ນ: ສືບຕໍ່ປ່ອຍກູ້ຈຳນວນ 1.466,17 ຕື້ກີບ ບົນພື້ນຖານສັນຍາທີ່ໄດ້ເຊັນຮັບຮອງກ່ອນປີ 2021 ໃຫ້ 2 ບໍລິສັດ, ລວມມູນຄ່າເງິນກູ້ຢືມສະສົມຈຳນວນ 7.964,32 ຕື້ກີບ, ໄດ້ຊຳລະໜີ້ສິນເງິນກູ້ຈຳນວນ 556,84 ຕື້ກີບ ແທນ 1 ບໍລິສັດໃນນາມຕົນເປັນຜູ້ຄ້ຳປະກັນ, ລວມມູນຄ່າເງິນກູ້ຢືມສະສົມຈຳນວນ 15.788,90 ຕື້ກີບ, 2. ກວດສອບເຫັນການອອກໜັງສືອະນຸມັດໃຫ້ທະນາຄານທຸລະກິດສະໜອງສິນເຊື່ອບໍ່ຖືກຕ້ອງຕາມຂອບເຂດການສະໜອງສິນເຊື່ອຂອງຕົນ ແລະ ກົດໝາຍວ່າດ້ວຍທະນາຄານທຸລະກິດຈຳນວນ 7.986,86 ຕື້ກີບ ໃນນັ້ນອະນຸມັດເກີນຂອບເຂດການສະໜອງສິນເຊື່ອຈຳນວນ 5.935,82 ຕື້ກີບ, ອະນຸມັດປ່ອຍສິນເຊື່ຶອໃຫ້ບໍລິສັດໃນເຄືອທີ່ຕົນຖືຮຸ້ນລາຍໃຫຍ່ຈຳນວນ1.800 ຕື້ກີບ, 3. ກວດສອບເຫັນ 1 ເປົ້າໝາຍປ່ອຍສິນເຊື່ອຈຳນວນ 150 ຕື້ກີບໃຫ້ລູກຄ້າ 2 ລາຍທີ່ບໍ່ຊຳລະໜີ້ສິນທີ່ກູ້ຢືມໃນໄລຍະຜ່ານມາ ຊຶ່ງກາຍເປັນໜີ້ບໍ່ເກີດດອກອອກຜົນຈຳນວນ 47,94 ຕື້ກີບ ແລະ ປ່ອຍສິນເຊື່ອໃຫ້ລູກຄ້າ 1 ລາຍຈຳນວນ 65 ລ້ານບາດ ບໍ່ສົມຄູ່ກັບແຜນລາຍຮັບທຸລະກິດ 3 ປີຈຳນວນ 29 ລ້ານບາດ, 4. ກວດສອບເຫັນ 1 ເປົ້າໝາຍອະນຸມັດສິນເຊື່ອເກີນຂອບເຂດການສະໜອງສິນເຊື່ອຂອງຕົນຈຳນວນ 13.313,84 ຕື້ກີບ.

ສຳລັບຜົນການກວດສອບເອກກະສານລາຍງານການເງິນຂອງວິສາຫະກິດລັດລົງທຶນມີດັ່ງນີ້:

1. ກວດສອບເຫັນການນຳໃຊ້ໃບເກັບເງິນທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນປະກອບເຂົ້າໃນສຳນວນເອກະສານຢັ້ງຢືນການເບີກຈ່າຍເງິນໃນການຈັດຊື້ສິນຄ້າ ແລະ ການບໍລິການຈາກຜູ້ສະໜອງຈຳນວນ 23,09 ຕື້ກີບ ແລະ ມີການນຳໃຊ້ເງິນເປັນນະໂຍບາຍໃຫ້ພະນັກງານແບບຊະຊາຍໂດຍໄດ້ສ້າງລະບຽບການໃຊ້ຈ່າຍພາຍໃນລັດວິສາຫະກິດບໍ່ເທດເໝາະກັບຕົວຈິງເຮັດໃຫ້ທຸລະກິດເຄື່ອນໄຫວບໍ່ມີປະສິດທິຜົນ, ມີໂຕເລກຂາດທຶນສະສົມສູງ.

2. ກວດສອບເຫັນ 8 ເປົ້າໝາຍຈັດຊື້-ຈັດຈ້າງການກໍ່ສ້າງ, ສ້ອມແປງ ແລະ ການບໍລິການອື່ນໆລວມມູນຄ່່າ 15,95 ຕື້ກີບ ໂດຍບໍ່ຜ່ານຂັ້ນຕອນການປະມູນ ຫຼື ສົມທຽມລາຄາຈາກ 3 ຮ້ານຜູ້ສະໜອງ.

3. ກວດສອບເຫັນວິສາຫະກິດບໍ່ໄດ້ສະຫຼຸບລາຍຮັບ ແລະ ໜີ້ຕ້ອງຮັບຈຳນວນ 868,02 ຕື້ກີບ ເຂົ້າໃນເອກະສານລາຍງານການເງິນຕາມລະບຽບການກຳນົດໄວ້ ແລະ ມີໜີ້ຕ້ອງຮັບທວງຍາກຈຳນວນ 21,66 ຕື້ກີບ.

4. ກວດສອບເຫັນ 1 ເປົ້າໝາຍບໍ່ໄດ້ຈົດເງິນທີ່ໄດ້ຮັບຈາກການຊ່ວຍໜູນກໍ່ສ້າງພື້ນຖານໂຄງລ່າງເຂົ້າເປັນລາຍຮັບຈຳນວນ 12,35 ຕື້ກີບ ເຮັດໃຫ້ໂຕເລກລາຍຮັບບໍ່ຄົບຖ້ວນ ແລະ ມີກຳໄລໜ້ອຍລົງ.

(ຂ່າວ: ພູວຽງຄຳ – ພາບ: ແສງຈັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version