Home ຂ່າວໜ້າໜຶ່ງ ເທວບິສ ຊະນະເລີດໃນການແຂ່ງຂັນສະຕາດອັບ ເຟສຕິໂວລາວ 2022

ເທວບິສ ຊະນະເລີດໃນການແຂ່ງຂັນສະຕາດອັບ ເຟສຕິໂວລາວ 2022

0

ການແຂ່ງຂັນ ສະຕາດອັບ ເຟສຕິໂວລາວ 2022 (Lao Startup Festival 2022) ຈັດຂຶ້ນໃນວັນທີ 18 ທັນວາ ຜ່ານມາ, ເຊິ່ງລາງວັນຊະນະເລີດໄດ້ແກ່ ບໍລິສັດ ເທວບິສ ຈຳກັດ (Telbiz) ໄດ້ຮັບເງິນລາງວັນ 70 ລ້ານກີບ ພ້ອມດ້ວຍໂລ້ລາງວັນ, ເຊິ່ງເປັນ ແພລດຟອມດ້ານການສື່ສານສ່ວນບຸກຄົນ, ການສື່ສານພາຍໃນ ແລະ ພາຍນອກອົງກອນ ທີ່ເຊື່ອຖືໄດ້ ເພື່ອເຊື່ອມຕໍ່ກັບລູກຄ້າ.

ສຳລັບ 2 ລາງວັນພິເສດ ຄື ລາງວັນການສ້າງສັນ (the best creative) ແມ່ນບໍລິສັດ ກູບີ້ ຈຳກັດ(Gubi), ເຊິ່ງເປັນແພລດຟອມດ້ານອາຫານ ແລະ ໄລຟ໌ສະໄຕລ໌ ແລະ ລາງວັນ ນະວັດຕະກຳ (The best innovation) ແມ່ນບໍລິສັດ ເອອາຢູເຄຊັນ (ARucation) ເປັນແພລດຟອມເພື່ອການສຶກສາທີ່ຢູ່ເທິງ Lailaoverse ໂດຍໄດ້ຮັບລາງວັນລະ 15 ລ້ານກີບ ຕາງໜ້າມອບລາງວັນໂດຍ ທ່ານ ບຸນເພັງ ສີບຸນເຮືອງ ຫົວໜ້າກົມສົ່ງເສີມ ທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ກະຊວງອຸດສາຫະກຳ ແລະ ການຄ້າ.

ທ່ານ ບຸນເພັງ ສີບຸນເຮືອງ ໄດ້ກ່າວວ່າ: ໃນເວທີການແຂ່ງຂັນສະຕາດອັບລາວ (Lao Startup Award) ເປັນສ່ວນໜຶ່ງໃນການສ້າງລະບົບນິເວດໃຫ້ແກ່ສະຕາດອັບລາວໃຫ້ດີຂຶ້ນໄດ້ ເນື່ອງຈາກເປັນການສ້າງກິດຈະກຳສົ່ງເສີມໃຫ້ຜູ້ທີ່ສົນໃຈໃນວຽກງານສະຕາດອັບ ໄດ້ນຳສະເໜີຜົນງານ ເພື່ອຫາເຄືອຂ່າຍທຸລະກິດ ແລະ ນັກລົງທຶນ. ສຳລັບການຈັດເທສະການສະຕາດອັບ 2020 ແລະ 2021 ທີ່ຜ່ານມາ ມີຜູ້ເຂົ້າຮ່ວມຈາກບັນດາກະຊວງກ່ຽວຂ້ອງ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະມາຄົມທຸລະກິດ, ທະນາຄານທຸລະກິດ, ຜູ້ປະກອບກິດຈະການສະຕາດອັບ ແລະ ຜູ້ເຂົ້າຮ່ວມແຂ່ງຂັນ ສະຕາດອັບລາວ ຫລາຍກວ່າ 500 ທ່ານ. ສຳລັບການແຂ່ງຂັນສະຕາດອັບລາວ ມີຜູ້ສະໝັກເຂົ້າຮ່ວມການແຂ່ງຂັນຫລາຍກວ່າ 140 ທີມ, ໃນປີນີ້ໄດ້ມີຜູ້ເຂົ້າຮ່ວມສະໝັກ 70 ກວ່າຫົວໜ່ວຍ ທັງພາກທຸລະກິດ ແລະ ນັກສຶກສາ.

ໂອກາດດຽວກັນ, ທ່ານ ກົມມະລີ ສາຍຄໍາໃບ ອຳນວຍການບໍລິສັດ ເທວບິສ ຈຳກັດ ໄດ້ໃຫ້ສຳພາດວ່າ: ພວກເຮົາໄດ້ເຫັນຈຸດເດັ່ນ ໂດຍສະເພາະບັນດາສະຕາດອັບ ຫລື ທຸລະກິດ ທີ່ຕ້ອງໄດ້ໃຊ້ການບໍລິການທາງດ້ານໂທລະຄົມ ເຊິ່ງຈະມີຂໍ້ຈຳກັດຫລາຍຢ່າງ ເລີຍເອົາບັນຫານີ້ ມາເປັນແພລດຟອມເພື່ອຊ່ວຍໃຫ້ເຂົາເຈົ້າເຊື່ອມຕໍ່ບັນດາໂທລະຄົມໃນລາວໄດ້ດີ ແລະ ດວກຍິ່ງຂຶ້ນ ໂດຍບໍ່ຈຳເປັນຕ້ອງລົງ ທຶນຫລາຍ, ມີເງິນໜ້ອຍກໍສາມາດທົດລອງລະບົບໂທລະຄົມໄດ້. ບໍລິສັດ ເທວບິສ ຈຳກັດ ແມ່ນເປີດປະສົບການໃໝ່ກັບ Telbiz ໃນການລວມເອົາບໍລິການຂອງເຄືອຂ່າຍໂທລະຄົມມາຢູ່ເທິງ ແພລດຟອມ ແລະ ແອັບພລິເຄຊັນມືຖື ສາມາດລົງ ທະບຽນນຳໃຊ້ໄດ້ແລ້ວທີ່ www.telbiz.laDownload app, ເຊິ່ງໄດ້ເລີ່ມທົດລອງມາແຕ່ເດືອນມິຖຸນາຜ່ານມານີ້, ປັດຈຸບັນ ໄດ້ເປີດບໍລິການໃຫ້ລູກຄ້າເຂົ້າມາຊົມໃຊ້ຢ່າງເຕັມຮູບແບບແລ້ວ ເປັນຕົ້ນ ລູກຄ້າທີ່ຂາຍຫວຍ ແລະ ການຈັດງານມາລາທອນ ທີ່ໄດ້ໃຊ້ການສົ່ງຂໍ້ຄວາມ ແຈ້ງຫາຜູ້ຮ່ວມແຂ່ງຂັນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version