Home ຂ່າວຕ່າງປະເທດ ກຳປູເຈຍ ເປີດໂຄງການຜະລິດໄຟຟ້າຂະໜາດໃຫຍ່ທີ່ສຸດ ພາຍໃນປະເທດ

ກຳປູເຈຍ ເປີດໂຄງການຜະລິດໄຟຟ້າຂະໜາດໃຫຍ່ທີ່ສຸດ ພາຍໃນປະເທດ

0

ສຳນັກຂ່າວຊິນຮວາ ຂອງ ສປ ຈີນ, ເມື່ອບໍ່ດົນມານີ້, ໂຮງໄຟຟ້າຖ່ານຫີນຫົວຕ້ຽນ ພະສີຫານຸ ຂອງກຳປູເຈຍ ໄດ້ເລີ່ມເຂົ້າ ສູ່ການເຄື່ອນໄຫວຢ່າງເປັນທາງການ. ນີ້ຖືເປັນໂຄງການຜະລິດໄຟຟ້າຂະໜາດໃຫຍ່ທີ່ສຸດ ຂອງປະເທດ. ຫລັງຈາກໂຮງໄຟຟ້ານີ້ ໄດ້ທົດລອງ ການເຮັດວຽກທັງລະບົບຢ່າງປະສົບຜົນສຳເລັດ. ບໍລິສັດການລົງທຶນຕ່າງປະເທດຫົວຕ້ຽນ ຈຳກັດ (Huadian Overseas Investment) ຂອງຈີນ ລະບຸວ່າ: ໂຮງໄຟຟ້າແຫ່ງນີ້ໄດ້ປັບໃຊ້ມາດຕະຖານເຕັກໂນໂລຊີ ແລະ ອຸປະກອນ ຂອງຈີນ. ໂດຍມີກຳລັງການຜະລິດຕິດຕັ້ງ 2×350 ເມກາວັດ ແລະ ໂຄງການກໍ່ສ້າງໂຮງໄຟຟ້ານີ້ ໄດ້ໃຊ້ເວລາເຖິງ 27 ເດືອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version