Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ເຂົ້າຮ່ວມງານລ້ຽງອາຫານທ່ຽງພົບປະລະຫວ່າງຜູ້ນໍາອາຊຽນ ແລະ ພາກທຸລະກິດອາຊຽນ-ອີຢູ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ເຂົ້າຮ່ວມງານລ້ຽງອາຫານທ່ຽງພົບປະລະຫວ່າງຜູ້ນໍາອາຊຽນ ແລະ ພາກທຸລະກິດອາຊຽນ-ອີຢູ

0

ໃນວັນທີ 13 ທັນວາ 2022, ໂດຍການມອບໝາຍຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມງານລ້ຽງອາຫານທ່ຽງພົບປະລະຫວ່າງຜູ້ນໍາອາຊຽນ ແລະ ພາກທຸລະກິດອາຊຽນ-ອີຢູ ໂດຍການເປັນເຈົ້າພາບຂອງສະພາທຸລະກິດອາຊຽນ-ອີຢູທີ່ ບຣຸກແຊນ, ປະເທດແບນຊິກ.

ໃນໂອກາດນີ້, ຜູ້ນໍາອາຊຽນ ແລະຕົວແທນພາກທຸລະກິດ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບການສົ່ງເສີມພາກທຸລະກິດ ແລະ ການລົງທຶນລະຫວ່າງອາຊຽນ ແລະ ອີຢູ ໂດຍສະເພາະແມ່ນການຊອກຫາຊ່ອງທາງໃນການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດຮ່ວມກັນຢ່າງໂລ່ງລ່ຽນ ແນໃສ່ຟື້ນຟູເສດຖະກິດພາຍຫຼັງການແພ່ລະບາດຂອງພະຍາດໂຄວິດ-19.

ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງພາກທຸລະກິດ ໃນການຂັບເຄື່ອນເສດຖະກິດ ແລະ ການຈ້າງງານໃນແຕ່ລະປະເທດ ພ້ອມທັງຊຸກຍູ້ໃຫ້ຫົວໜ່ວຍທຸລະກິດຂອງອີຢູ ເຂົ້າມາລົງທຶນຢູ່ພາກພື້ນອາຊຽນໃຫ້ຫຼາຍຂຶ້ນ ໃນຂົງເຂດທີ່ພາກທຸລະກິດມີຄວາມສົນໃຈ ແລະ ອາຊຽນມີທ່າແຮງ. ບັນດາຜູ້ນໍາອາຊຽນ ແລະ ພາກທຸລະກິດຂອງອີຢູຍັງໄດ້ປຶກສາຫາລື ກ່ຽວກັບການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄ້າ-ການລົງທຶນ ແລະ ໄດ້ແລກປ່ຽນຂໍ້ມູນ,ປະສົບການ, ສິ່ງທ້າທາຍ ແລະ ບົດຮຽນທີ່ດີໃນການດໍາເນີນທຸລະກິດໂດຍສຸມໃສ່ການຫັນເປັນເສດຖະກິດດິຈິຕອນທີ່ທັນສະໄໝ ໄປຄຽງຄູ່ກັບການຄໍານຶງເຖິງຜົນກະທົບຕໍ່ສີ່ງແວດລ້ອມ. ໃນຕອນທ້າຍຂອງງານລ້ຽງອາຫານທ່ຽງ, ອີຢູ ໄດ້ແຈ້ງຂໍ້ລິເລີ່ມໃໝ່ໃນການເຊື່ອມໂຍງສາກົນ (Global Gateway), ຊຶ່ງເປັນຂໍ້ລິເລີ່ມໃນການຊຸກຍູ້ການຮ່ວມມືເພື່ອການຫັນປ່ຽນທາງດ້ານພະລັງງານ ແລະ ການເຊື່ອມຈອດດ້ານດິຈິຕອນ ທີ່ຈະຊ່ວຍໃຫ້ຄູ່ຮ່ວມມືສາມາດບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version