Home ຂ່າວໜ້າໜຶ່ງ ລັດຖະບານ ຈະປັບປຸງການປະຕິບັດແຜນພັດທະນາຕິດພັນກັບສອງວາລະແຫ່ງຊາດ

ລັດຖະບານ ຈະປັບປຸງການປະຕິບັດແຜນພັດທະນາຕິດພັນກັບສອງວາລະແຫ່ງຊາດ

0

ການຕີລາຄາ ກ່ຽວກັບໝາກຜົນຕົວຈິງ ຂອງລັດຖະບານ ໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ຕິດພັນກັບສອງວາລະແຫ່ງຊາດໃນປີ 2022 ຜ່ານມາ ເຫັນວ່າ ຍັງມີວຽກງານບາງດ້ານທີ່ຈະຕ້ອງໄດ້ຮັບການປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນ: ການຊີ້ນໍາ-ບັນຊາ ຂອງບາງຂະແຫນງການສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນເດັດຂາດ ແລະ ເຂັ້ມງວດ, ຄວາມສະດຸ້ງໄວຕໍ່ຜົນກະທົບຈາກພາຍນອກ ແລະ ການວາງມາດຕະການແກ້ໄຂ ຍັງບໍ່ສອດຄ່ອງ ແລະ ທັນການ; ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຍັງບໍ່ທັນເຂົ້າສູ່ລວງເລິກ, ຫລາຍຂະແໜງການທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນຊຸກຍູ້ຂອດການຈັດຕັ້ງຜັນຂະຫຍາຍ ໄປສູ່ຕົວຈິງຢ່າງເປັນຮູບປະທໍາ ໂດຍສະເພາະ ການເລັ່ງປັບປຸງຂອດຂັ້ນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນ, ກົນໄກການຄຸ້ມຄອງ, ການເກັບລາຍຮັບເປັນທັນສະໄໝ ຍັງຊັກຊ້າ, ຄວາມເປັນເຈົ້າການໃນການປະສານງານລະຫວ່າງຂະແໜງການດ້ວຍກັນ ແລະ ລະຫວ່າງຂະແໜງການຢູ່ ສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນດີ ຍັງມີລັກສະນະເອື່ອຍອີງໃສ່ຂັ້ນເທິງ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໃນຕອນເຊົ້າວັນທີ 5 ທັນວາ 2022, ພ້ອມທັງຊີ້ໃຫ້ເຫັນເຖິງບັນຫາການແກ້ໄຂໜີ້ສິນສາທາລະນະ ຍັງສືບຕໍ່ເປັນສິ່ງທ້າທາຍໃນຕໍ່ໜ້າ ໂດຍສະເພາະການຊໍາລະຫລັງໄລຍະການ ຜ່ອນຜັນ. ຂະນະທີ່ການປະຕິຮູບ ແລະ ແກ້ໄຂໜີ້ສິນຂອງບັນດາລັດວິສາຫະກິດ ຍັງມີຄວາມຄືບໜ້າຊັກຊ້າ ແລະ ກວມເອົາ ພຽງແຕ່ຈໍານວນໜ້ອຍ; ສ່ວນລາຄານໍ້ມັນເຊື້ອໄຟກໍຖີບຕົວສູງຂຶ້ນ ແລະ ອັດຕາແລກປ່ຽນມີການເໜັງຕີງແຮງ ເຮັດໃຫ້ການເພີ່ມຂຶ້ນຂອງອັດຕາເງິນເຟີ້ ໃນໄລຍະ 11 ເດືອນຕົ້ນປີ 2022 ມີຈັງຫວະກ້າວກະໂດດ ຈາກລະດັບ 6,3% ໃນເດືອນ ມັງກອນ 2022 ເປັນ 38,46% ໃນເດືອນພະຈິກ 2022 ສະເລ່ຍ ໃນລະດັບ 20%.

ສຳລັບການສົ່ງອອກສິນຄ້າ ເຖິງວ່າເກີນດູນ, ແຕ່ເມັດເງິນຕາຕ່າງປະເທດຕົວຈິງ ທີ່ເຂົ້າມາປະເທດ ຍັງບໍ່ທັນເຂົ້າສູ່ລະບົບທະນາຄານ ເຮັດໃຫ້ເງິນຕາຕ່າງປະເທດຢູ່ນອກລະບົບມີຈໍານວນບໍ່ໜ້ອຍ; ການແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງດ້ານສັງຄົມ ຍັງສືບຕໍ່ເປັນສິ່ງທ້າທາຍ ເປັນຕົ້ນ: ບັນຫາອຸປະຕິເຫດຕາມທ້ອງຖະໜົນ, ການປຸ້ນຈີ້, ການຄາດຕະກໍາ, ຂີ້ລັກງັດແງະ ຍັງບໍ່ຫລຸດລົງ. ພ້ອມກັນນັ້ນ ສະພາບການ ສ້າງຂ່າວປອມ, ຂ່າວບິດເບືອນ ແລະ ຂ່າວລື ຜ່ານສື່ສັງຄົມອອນລາຍ ທີ່ມີເນື້ອໃນໂຈມຕີລະບອບການ ເມືອງ-ການປົກຄອງ ແລະ ການນໍາພັກ-ລັດ ນັບມື້ມີຫລາຍຮູບແບບຂະຫຍາຍເປັນວົງກວ້າງ ອັນໄດ້ສ້າງຄວາມສັບສົນໃນສັງຄົມ ກະທົບຕໍ່ບົດບາດການນໍາພາຂອງພັກບໍ່ຫລາຍກໍໜ້ອຍ, ແຕ່ການແກ້ໄຂ ແລະ ຊີ້ແຈງຍັງບໍ່ທັນກັບສະພາບການ.

ຂ່າວ: ມະນີທອນ, ພາບ: ຂັນໄຊ, ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version