Home ຂ່າວໜ້າໜຶ່ງ ລັດຖະບານ ຈະເລັ່ງແກ້ໄຂຄວາມບອບບາງດ້ານເສດຖະກິດ ໃຫ້ກັບສູ່ປົກກະຕິໂດຍໄວ

ລັດຖະບານ ຈະເລັ່ງແກ້ໄຂຄວາມບອບບາງດ້ານເສດຖະກິດ ໃຫ້ກັບສູ່ປົກກະຕິໂດຍໄວ

0

ພາຍຫລັງທີ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຮອງເອົາ ບັນດາຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ ແລ້ວ, ລັດຖະບານ ຈະຮີບຮ້ອນນໍາໄປຈັດຕັ້ງຜັນຂະຫຍາຍ ໂດຍຈະໄດ້ກໍານົດເປັນໜ້າວຽກລະອຽດ ແລະ ແບ່ງຄວາມຮັບຜິດຊອບ, ທັງກໍານົດຄາດໝາຍທາງດ້ານເວລາໃນການຈັດຕັ້ງປະຕິບັດໃຫ້ ລະອຽດ. ພ້ອມທັງ ເລັ່ງແກ້ໄຂສະພາບຄວາມບອບບາງ ດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ໃນນີ້ ຈະໄດ້ສຸມໃສ່ເປັນພິເສດ ແມ່ນ: ການເກັບລາຍຮັບໃຫ້ໄດ້ຕາມແຜນການ ຫລື ໃຫ້ເກີນແຜນເປັນປີທີ 3 ຕິດຕໍ່ກັນ ເພື່ອມີເງິນມາແກ້ໄຂບັນຫາ, ສຸມໃສ່ຊຸກຍູ້ໃຫ້ມີຖານລາຍຮັບໃໝ່ ແລະ ຍູ້ແຮງ ຫັນການເກັບລາຍຮັບເປັນທັນສະໄໝ ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງຫລາຍກວ່າເກົ່າ; ສືບຕໍ່ປະຕິບັດບັນດານິຕິກາ ທີ່ລັດຖະບານວາງອອກ ກ່ຽວກັບການເພີ່ມທະວີການຄຸ້ມຄອງ ແລະ ຕ້ານ ການຮົ່ວໄຫລຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸມເຟືອຍ, ການນໍາໃຊ້ລົດຂອງລັດ ແລະ ອື່ນໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທໍາຫລາຍຂຶ້ນ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ລາຍງານໃນຕອນເຊົ້າວັນທີ 5 ທັນວາ 2022 ໃນວາລະຂອງການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX, ພ້ອມທັງໄດ້ສະເໜີບາງວຽກຈຸດສຸມ ທີ່ລັດຖະບານຈະເລັ່ງຈັດຕັ້ງປະຕິບັດ ໃນປີ 2023 ເປັນຕົ້ນ ສືບຕໍ່ແກ້ໄຂໜີ້ສິນສາທາລະນະ ໂດຍສະເພາະໜີ້ສິນຕໍ່ຕ່າງປະເທດ, ບໍ່ໃຫ້ຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ໄດ້. ພ້ອມທັງຄົ້ນຄວ້າ ແລະ ຈັດສັນແຫລ່ງທຶນເພື່ອມາແກ້ໄຂໜີ້ສິນການລົງທຶນຂອງລັດ ເພື່ອຊ່ວຍຜູ້ຮັບເໝົາໂຄງການສາມາດສືບຕໍ່ດໍາເນີນທຸລະກິດໄດ້. ນອກນັ້ນ ຈະໄດ້ສືບຕໍ່ສຸມໃສ່ປັບປຸງປະສິດທິຜົນການລົງທຶນຂອງລັດ ໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ໂດຍຫັນທຶນໄປສຸມໃສ່ໂຄງການລົງທຶນເພື່ອ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດ; ສືບຕໍ່ເອົາໃຈໃສ່ເປັນພິເສດ ຕໍ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ, ປະລິມານເງິນ M2 ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາ ມາດຄວບຄຸມໄດ້. ພ້ອມນັ້ນ, ຈະສືບຕໍ່ແກ້ໄຂບັນຫາການສະໜອງ ນໍ້າມັນເຊື້ອໄຟໃຫ້ເປັນປົກກະຕິ ດ້ວຍການນໍາໃຊ້ມາດຕະການຕ່າງໆ ໂດຍຖືເອົາມາດຕະການເສດຖະກິດ ແລະ ຕາມກົນໄກຕະຫລາດເປັນຕົ້ນຕໍ ໄປຄຽງຄູ່ກັບການສ້າງມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.

ສືບຕໍ່ປະຕິຮູບລັດວິສາຫະກິດ ໃຫ້ມີປະສິດທິຜົນທາງດ້ານເສດຖະກິດ ໃຫ້ເປັນຮູບປະທໍາຫລາຍຂຶ້ນ ໂດຍ ສະເພາະ ຫົວໜ່ວຍລັດວິສາຫະກິດທີ່ໄດ້ກໍານົດໃນແຜນຂອງການປະຕິຮູບຂອງລັດຖະບານ; ສືບຕໍ່ປັບປຸງແກ້ໄຂໂຄງສ້າງໜີ້ສິນ ຂອງລັດວິສາຫະກິດໂດຍໄວ ດ້ວຍຫລາຍຮູບແບບ ລວມທັງການເຈລະຈາເລື່ອນການຊໍາລະຕົ້ນທຶນ ແລະ ດອກເບັ້ຍ, ຊອກຫາແຫລ່ງກູ້ຢືມທີ່ມີດອກເບັ້ຍຕ່ໍາ, ຫລຸດການສ້າງໜີ້ໃໝ່ທີ່ບໍ່ຈໍາເປັນ ແລະ ອື່ນໆ; ສືບຕໍ່ເລັ່ງປັບປຸງກົນໄກອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ແລະ ສົ່ງເສີມການລົງທຶນໃຫ້ດີຂຶ້ນ ໂດຍລັດຖະບານ ຈະກໍານົດໜ້າວຽກທີ່ຈະປັບປຸງ ແລະ ແບ່ງຄວາມຮັບຜິດ ຊອບໃນການປັບປຸງໃຫ້ລະອຽດ. ນອກນັ້ນ ຈະສືບຕໍ່ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດທີ່ໄດ້ອະນຸມັດແລ້ວ ໃຫ້ມີຄວາມຄືບໜ້າ ແລະ ມີຜົນໄດ້ຮັບຕົວຈິງ ຕາມແຜນທີ່ວາງໄວ້; ຄົ້ນ ຄວ້າ ແລະ ຈັດສັນແຫລ່ງທຶນ ເພື່ອສົ່ງເສີມໃຫ້ຜູ້ປະກອບການທີ່ຜະລິດ ແລະ ປຸງແຕ່ງກະສິກໍາເປັນສິນຄ້າ ເພື່ອສົ່ງອອກ ໂດຍມີເງື່ອນໄຂທີ່ລະອຽດ, ຮັດກຸມ ແລະ ໂປ່ງໃສ ເພື່ອໃຫ້ການປະຕິບັດນະໂຍບາຍດັ່ງ ກ່າວ ມີຈຸດສຸມ ແລະ ຖືກເປົ້າໝາຍ.

ທ່ານ ນາຍົກລັດຖະມົນຕີ ຢືນຢັນຈະສືບຕໍ່ເອົາໃຈໃສ່ຕໍ່ວຽກງານສັງຄົມ ໂດຍສະເພາະ ການປັບປຸງການບໍລິການທາງດ້ານສາທາລະນະສຸກ ແລະ ການປະກັນສຸຂະພາບ; ການປັບປຸງຫລັກສູດການສຶກສາ ໂດຍສະເພາະ ຫລັກສູດຊັ້ນປະຖົມສຶກສາ; ການສ້າງສີມືແຮງງານ ທີ່ມີສີມືດີ ເພື່ອສົ່ງອອກແຮງງານໄປຕ່າງປະເທດໃຫ້ເພີ່ມຂຶ້ນ; ການປັບປຸງສື່ທາງການຂອງລັດ ໂດຍສະເພາະປັບປຸງ ທາງດ້ານເນື້ອໃນ ແລະ ຮູບແບບໃນການນໍາສະເໜີຂ່າວຕ່າງໆ ໃຫ້ເຂົ້າໃຈງ່າຍ, ທັນການ ແລະ ຫລາກຫລາຍຮູບແບບ; ສືບຕໍ່ຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ຂອງພັກ ໃຫ້ແຂງແຮງກວ່າເກົ່າ ທັງສືບຕໍ່ປະຕິບັດແນວທາງ ການຕ່າງປະເທດ ຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ ບົນຈິດໃຈປະຢັດມັດທະຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອັນສໍາຄັນ.

ຂ່າວ: ມະນີທອນ, ພາບ: ຂັນໄຊ, ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version