Home ຂ່າວຕ່າງປະເທດ ສ້າງບັ້ນຂົນຂວາຍໃຫຍ່ກ່ຽວກັບການກໍ່ສ້າງ ແລະ ປະຕິບັດລະບົບຄຸນຄ່າຂອງຫວຽດນາມ

ສ້າງບັ້ນຂົນຂວາຍໃຫຍ່ກ່ຽວກັບການກໍ່ສ້າງ ແລະ ປະຕິບັດລະບົບຄຸນຄ່າຂອງຫວຽດນາມ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ກອງປະຊຸມສຳມະນາແຫ່ງຊາດ “ລະບົບຄຸນຄ່າແຫ່ງຊາດ, ລະບົບຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ມາດຕະຖານຂອງປະຊາຊົນ ຫວຽດນາມ ໃນໄລຍະໃໝ່” ໄດ້ເປີດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ ພ້ອມທັງເຊື່ອມຕໍ່ທາງໄກກັບນະຄອນເຫວ້ ແລະ ນະຄອນໂຮ່ຈິມິນ.

ຂ່າວລະບຸວ່າ: ກອງປະຊຸມໄດ້ເຫັນດີຄວນຫັນບັນດາຄຸນຄ່າດັ່ງກ່າວໃນການດຳລົງຊີວິດຕົວຈິງ ຜ່ານການນຳພາຂອງພັກ, ການຄຸ້ມຄອງຂອງລັດໃຫ້ປະກົດຜົນເປັນຈິງ, ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງການເມືອງ – ສັງຄົມ, ຂອງປະຊາຊົນທຸກຖ້ວນໜ້າ. ພ້ອມທັງ, ສ້າງບັ້ນຂົນຂວາຍຂະໜາດໃຫຍ່ກ່ຽວກັບການກໍ່ສ້າງ ແລະ ປະຕິບັດບັນດາລະບົບຄຸນຄ່າຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ຂະບວນການທົ່ວປວງຊົນສາມັກຄີກັນສ້າງຊີວິດວັດທະນະທຳ.

ທ່ານ ຫງວຽນຈ້ອງເຫງຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ສະເໜີໃຫ້ບັນດາອົງການ, ຫົວໜ່ວຍທີ່ມີໜ້າທີ່ໃນລະບົບການເມືອງ ສົມທົບກັນເພື່ອສ້າງກົນໄກ, ນະໂຍບາຍ, ຈັດແບ່ງແຫຼ່ງກຳລັງໃຫ້ເໝາະສົມ, ຈຳເປັນ ເພື່ອສ້າງບາດກ້າວບຸກທະລຸໃນການຜັນຂະຫຍາຍ, ປະຕິບັດບັນດາລະບົບຄຸນຄ່າໃນພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາປະເທດຊາດໃຫ້ມີສັນຕິພາບ, ເອກະພາບ, ເອກະລາດ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ ແລະ ມີຄວາມຜາສຸກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version