Home ຂ່າວໜ້າໜຶ່ງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພົບປະການນໍາຂັ້ນສູງ ສປ ຈີນ

ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພົບປະການນໍາຂັ້ນສູງ ສປ ຈີນ

0

ວັນທີ 30 ພະຈິກ 2022 ນີ້, ທີ່ຫໍສະພາປະຊາຊົນ ນະຄອນຫລວງປັກກິ່ງ, ສະຫາຍ ທອງລຸນ ສີສຸລິດ ໄດ້ພົບປະກັບ ສະຫາຍນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ໃນໂອກາດການເຄື່ອນໄຫວຢ້ຽມຢາມລັດຖະກິດຢູ່ ສປ ຈີນ ໂດຍ ສະຫາຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງພັກ, ສອງລັດຖະບານລາວ-ຈີນ ໃນໄລຍະຜ່ານມາ ເຫັນວ່າບັນດາທິດທາງການຮ່ວມມືສອງຝ່າຍ ທີ່ໄດ້ເປັນເອກະພາບກັນນັ້ນ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີໝາກມີຜົນຕົວຈິງ, ອັນພົ້ນເດັ່ນກວ່າໝູ່ແມ່ນການເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ໃນວັນທີ 3 ທັນວາ 2021 ຜ່ານມາ ເຊິ່ງເປັນໝາກຜົນຂອງໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດ ແລະ ເປັນສັນຍາລັກຂອງການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ, ສ່ວນການຮ່ວມມືທາງດ້ານການຄ້າ-ການລົງທຶນ, ສປ ຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນຈາກຕ່າງປະເທດໃນ ສປປ ລາວ ແລະ ສືບຕໍ່ເປັນຄູ່ຄ້າໃຫຍ່ ອັນດັບ 2 ຂອງ ສປປ ລາວ ເຊິ່ງມູນຄ່າການຄ້າສອງຝ່າຍສືບຕໍ່ມີແນວໂນ້ມເພີ່ມຂຶ້ນໃນແຕ່ລະປີ.

ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ລັດຖະບານຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອການສ້າງສາພັດທະນາເສດຖະກິດ-ສັງຄົມຂອງລາວມາໂດຍຕະຫລອດ ໂດຍສະເພາະໃນໄລຍະທີ່ພົບຄວາມຫຍຸ້ງຍາກດ້ານເສດຖະກິດ, ລວມທັງການຊ່ວຍ ສປປ ລາວ ຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19 ຢ່າງມີຜົນສໍາເລັດ ເຊິ່ງໄດ້ເປັນການສະແດງໃຫ້ເຫັນເຖິງມິດຈິດມິດໃຈ ແລະ ນ້ຳໃຈແຫ່ງການສ້າງເປັນຄູ່ຮ່ວມຊະຕາກຳດຽວກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດຢ່າງແທ້ຈິງ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະເໜີໃຫ້ສອງລັດຖະບານ ກໍຄື ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ສືບຕໍ່ຮ່ວມມືກັນ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາທິດທາງ, ກົນໄກການຮ່ວມມື, ຂໍ້ຕົກລົງ ແລະ ແຜນງານຮ່ວມມືທີ່ສອງຝ່າຍໄດ້ເປັນເອກະພາບກັນແລ້ວນັ້ນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະສໍາເລັດຕາມແຜນການ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການພົວພັນຮ່ວມມືລະຫວ່າງສອງຝ່າຍ ໃຫ້ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ກ້າວຂຶ້ນສູ່ລະດັບໃໝ່.

ໂອກາດນີ້, ສະຫາຍ ຫລີເຄີ້ສຽງ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມລັດຖະກິດຢູ່ ສປ ຈີນ ຂອງສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະໃນຄັ້ງນີ້ ເຊິ່ງສອງປະເທດ ມີການພົວພັນຮ່ວມມືອັນສະໜິດແໜ້ນທາງດ້ານການເມືອງ, ມີທ່າແຮງການຮ່ວມມືດ້ານເສດຖະກິດທີ່ດີ ແລະ ມີໝາກຜົນການຮ່ວມມືທີ່ເປັນຮູບປະທຳຕົວຈິງນັບມື້ນັບຫລາຍຂຶ້ນ. ຝ່າຍຈີນ ຍິນດີຈະສືບຕໍ່ຮ່ວມກັບຝ່າຍລາວ ເພີ່ມທະວີການພົວ ພັນໄປມາຫາສູ່ກັນ ລະຫວ່າງການນໍາຂັ້ນສູງຂອງສອງພັກ, ສອງລັດ; ສືບຕໍ່ເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງຊາດ ຕາມເນື້ອໃນຈິດໃຈຂອງການສ້າງເປັນຄູ່ຮ່ວມຊະຕາກໍາລາວ-ຈີນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ, ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ຈັດຕັ້ງປະຕິບັດການເຊື່ອມໂຍງລະຫວ່າງຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດການພັດທະນາຂອງລາວ.

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ພົບກັບສະຫາຍຫລີ້ ຈ້ານຊູ, ປະທານສະພາປະຊາຊົນທົ່ວປະເທດຈີນ ເຊິ່ງສອງຝ່າຍ ໄດ້ແລກປຽນຄຳຄິດຄຳເຫັນກ່ຽວກັບການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ສອງອົງການນິຕິບັນຍັດ ລາວ-ຈີນ ໃນໄລຍະຜ່ານມາ ແລະ ຕີລາຄາສູງ ຕໍ່ບັນດາໝາກຜົນທີ່ສອງຝ່າຍ ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງສະເໜີໃຫ້ສອງອົງການສືບຕໍ່ຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ມີໝາກມີຜົນຫລາຍຂຶ້ນ; ສືບຕໍ່ຮ່ວມມືກັນໃນການຕິດຕາມ, ກວດກາຄວາມຄືບໜ້າຂອງບັນດາໂຄງການຮ່ວມມື ແລະ ໂຄງການຊ່ວຍເຫລືອທີ່ສອງຝ່າຍໄດ້ຕົກລົງກັນ ໃຫ້ສໍາເລັດຕາມແຜນການ ແລະ ມີປະສິດທິຜົນສູງສຸດ.

ພ້ອມນີ້, ສະຫາຍ ຫລີ້ ຈ້ານຊູ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ກໍຄື ສອງອົງການນິຕິບັນຍັດ ລາວ-ຈີນ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບ ການພົວພັນຮ່ວມມື ລະ ຫວ່າງ ສະພາປະຊາຊົນທົ່ວປະເທດຈີນ ກັບ ສະພາແຫ່ງຊາດລາວ ໃນໄລຍະຜ່ານມາ ເຊິ່ງໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ເປັນຮູບປະທໍາຫລາຍຂຶ້ນ, ສອງອົງການນິຕິບັນຍັດ ຍັງໄດ້ໃຫ້ການສະໜັບສະໜູນ ແລະ ປຶກສາຫາລືກັນຢ່າງໃກ້ຊິດ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ຢ່າງແໜ້ນແຟ້ນ, ເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບຫລາຍຂຶ້ນ.

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version