Home ຂ່າວໜ້າໜຶ່ງ ສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ

ສະຫາຍເລຂາທິການໃຫຍ່ ພັກ ປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ

0

ໃນຕອນເຊົ້າວັນທີ 29 ພະຈິກ 2022 ນີ້, ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດຖະບານລາວ ໄດ້ເດີນທາງໄປຢ້ຽມ ຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນຈີນ ແຕ່ວັນທີ 29 ພະຈິກ-01 ທັນວາ 2022 ເພື່ອຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກກວ່າເກົ່າ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ຈີນ.

ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະໄດ້ເດີນທາງມາຮອດສະໜາມບິນ ສາກົນ ປັກກິງ ໂດຍມີສະຫາຍ ຫລິວ ຈ້ຽນຊາວ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ເຊິ່ງພິທີຕ້ອນຮັບທາງການແມ່ນຈະຈັດຂຶ້ນໃນວັນທີ 30 ພະຈິກ 2022.

ໃນລະຫວ່າງການເຄື່ອນໄຫວຢ້ຽມຢາມ ລັດຖະກິດຢູ່ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ຈະໄດ້ເຂົ້າພົບປະສອງຝ່າຍ ກັບ ສະຫາຍ ສີ ຈີ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສປ ຈີນ, ພົບປະກັບ ສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ພົບປະກັບສະຫາຍ ຫລີ ຈ້ານຊູ ປະທານສະພາປະຊາຊົນ ທົ່ວປະເທດຈີນ ຢູ່ຫໍສະພາສະພາປະຊາຊົນ, ເຂົ້າຮ່ວມຢ້ຽມຊົມການວາງສະແດງເອກະສານຮ່ວມມື ແລະ ຢ້ຽມຢາມສະຖານທີ່ສຳຄັນອື່ນໆ ອີກຈໍານວນໜຶ່ງ.

ຂ່າວ-ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version