Home ຂ່າວໜ້າໜຶ່ງ ພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

ພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ສຳລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

0

ໃນວັນທີ 28 ພະຈິກ 2022 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະ ສານແລກປ່ຽນ ເພື່ອຮັບເອົາການຊ່ວຍ ເຫຼືອລ້າຈາກລັດຖະບານຍີ່ປຸ່ນ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ຕາງໜ້າລັດຖະບານ ສປປ ລາວ ແມ່ນ ທ່ານ ທອງຜ່ານ ສະ ຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນ ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ແມ່ນ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ເປັນຜູ້ລົງນາມ ແລະ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານໃນພິທີຄັ້ງນີ້ ມີ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຄະນະກົມທີ່ກ່ຽວ ຂ້ອງພາຍໃນກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າຈາກກະຊວງຂະແໜງການທີ່ກ່ຽວຂ້ອງ.

ການຊ່ວຍເຫຼືອຂອງຍີ່ປຸ່ນຄັ້ງນີ້ ລວມມີລົດເກັງ ໂຕໂຢຕ້າ ໄຮບຼິດ (Toyota Camry Hybrid) ຈໍານວນ 33 ຄັນ ເພື່ອນຳໃຊ້ເຂົ້າໃນການຮັບຕ້ອນບັນດາລັດຖະ ມົນຕີຈາກປະເທດອາຊຽນ ແລະ ປະເທດຄູ່ຮ່ວມມືພາຍນອກອາຊຽນ ໃນໂອກາດເຂົ້າຮ່ວມກອງປະຊຸມອາຊຽນ ຢູ່ ສປປ ລາວ ໃນປີ 2024 ແລະ ນອກຈາກນີ້, ກໍມີ ອຸປະກອນໄອທີ ເພື່ອປັບປຸງວຽກງານການສື່ສານ ແລະ ລະບົບອິນເຕີເນັດໃຫ້ມີຄວາມພ້ອມ ແລະ ທັນສະໄໝຂຶ້ນ ໃນໄລຍະການເປັນປະທານອາຊຽນ, ເຊິ່ງລວມມູນຄ່າທັງໝົດ 500 ລ້ານເຢັນ.

ໃນພິທີດັ່ງກ່າວ, ທ່ານ ຮອງລັດຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ແລະ ການຊ່ວຍເຫຼືອຂອງລັດຖະບານ ກໍຄື ປະຊາຊົນຍີ່ປຸ່ນ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການສົ່ງເສີມການພົວພັນສອງຝ່າຍ ລາວ-ຍີ່ປຸ່ນ ແລະ ທັງເປັນການຢືນຢັນຄືນ ຄຳໝາຍໝັ້ນຂອງ ຍີ່ປຸ່ນ ໃນການສະໜັບສະໜູນ ສປປ ລາວ ໃນຂອບວຽກອາຊຽນ ໂດຍສະເພາະ ການເປັນປະທານອາຊຽນ ໃນປີ 2024.

ໃນໂອກາດດຽວກັນ, ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ລາວ ໄດ້ຢໍ້າຄືນ ຄວາມສໍາຄັນຂອງການພົວພັນສອງຝ່າຍ ລາວ- ຍີ່ປຸ່ນ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ເພື່ອກະກຽມເປັນປະທານອາຊຽນ 2024 ອັນເປັນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ຂອງ ສອງປະເທດ ກໍຄືການເປັນຄູ່ຮ່ວມຍຸດທະສາດ, ແລະ ທັງເປັນການສົ່ງເສີມການພົວພັນອາຊຽນ-ຍີ່ປຸ່ນ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version