Home ຂ່າວໜ້າໜຶ່ງ ການຍາດໄດ້ຜົນງານມາສູ່ກອງທັບ ແມ່ນກຽດສັກສີຂອງກອງທັບ ຂອງລວມໝູ່ ແລະ ຂອງຕົນເອງ

ການຍາດໄດ້ຜົນງານມາສູ່ກອງທັບ ແມ່ນກຽດສັກສີຂອງກອງທັບ ຂອງລວມໝູ່ ແລະ ຂອງຕົນເອງ

0

ໃນພິທີສົ່ງຄະນະນັກກິລາກະ ຊວງປ້ອງກັນປະເທດ ເຂົ້າຮ່ວມ ມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ໃນວັນທີ 28 ພະຈິກ 2022 ນີ້, ສະຫາຍ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໃຫ້ນັກກິລາແຕ່ລະສະຫາຍ ເອົາໃຈໃສ່ຝຶກຊ້ອມ, ເຮັດໜ້າທີ່ທີ່ໄດ້ຮັບມອບໝາຍ, ສາມາດບັນລຸຕາມ ເປົ້າໝາຍທີ່ວາງໄວ້ ເຊິ່ງການສ້າງຜົນງານ ຫລື ສ້າງຊື່ສຽງໃຫ້ ກັບປະເທດຊາດ ກໍຄື ຍາດໄດ້ຜົນງານມາສູ່ກອງທັບ ແມ່ນກຽດສັກ ສີຂອງກອງທັບ, ຂອງລວມໝູ່ ແລະ ຂອງຕົນເອງ.

ພ້ອມນີ້, ຄະນະຮັບຜິດຊອບ ແລະ ຄູຝຶກ ກໍຕ້ອງໄດ້ສຶກສາຮ່ຳຮຽນເອົາປະສົບການ, ເຕັກນິກນຳປະເທດເພື່ອນມິດ ເພື່ອນຳເອົາບົດຮຽນມາປັບປຸງນັກກິລາ, ກົມກອງ, ປັບປຸງຕົນເອງໃຫ້ນັບມື້ນັບດີຂຶ້ນ; ຫລິ້ນກິລາ ເພື່ອເຮັດໃຫ້ສຸຂະພາບແຂງແຮງ, ກິລາແມ່ນກຽດສັກສີຂອງບຸກຄົນ ແລະ ລວມໝູ່ ດັ່ງນັ້ນ, ບັນດາສະຫາຍຕ້ອງຍົກສູງຄວາມຮັບ ຜິດຊອບຂອງຕົນໃນການເຮັດ ໜ້າທີ່ການເມືອງຂອງຕົນ ດ້ວຍການຝຶກແອບ, ຮ່ຳຮຽນ ແລະ ຝຶກຊ້ອມໃຫ້ມີຄວາມຊຳນິຊຳນານ, ໃຫ້ເກັ່ງ, ການແຂ່ງຂັນກໍຕ້ອງເປັນແບບຢ່າງໃຫ້ແກ່ທຸກຫົວໜ່ວຍນັກກິລາຂອງບັນດາແຂວງອື່ນ ແລະ ບັນດາກະຊວງ, ຮູ້ເສຍ-ຮູ້ຊະນະ, ມີນ້ຳໃຈນັກກິລາ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງໃຫ້ ສົມກັບເປັນນັກກິລາ ຈາກກຳລັງປະກອບອາວຸດ ທີ່ມີລະບຽບວິໄນຢ່າງເຂັ້ມງວດ.

ໂອກາດດຽວກັນນີ້, ສະຫາຍ ພັນໂທ ແກ້ວສະຫວ່າງ ສະຕິທອງ ຫົວໜ້າການທະຫານກອງກິລາກອງທັບ ກໍໄດ້ ລາຍງານຄວາມພ້ອມໃນການເຂົ້າຮ່ວມ ມະຫະກຳກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງ ໂດຍກະຊວງປ້ອງກັນປະເທດ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 259 ສະຫາຍ, ມີ 16 ປະເພດກິລາ, 18 ລາຍການແຂ່ງຂັນ, ກຳລັງຫລັກແມ່ນນັກກິລາຢູ່ກອງກິລາກອງທັບ. ນອກນັ້ນ, ຍັງມີນັກກິລາມາ ຈາກກອງພົນທີ 2, ກອງພົນທີ 4, ບັນດາກອງພັນໃຫຍ່ 11, 279, 702, 641, ກົມໃຫຍ່ພະລາ, ກົມໃຫຍ່ເຕັກນິກ, ກົມ 213, ບັນດາວິທະຍາຄານ, ມະຫາໄລ, ໂຮງຮຽນ 307, 301 ແລະ ນັກຮຽນ, ນັກສຶກສາ, ປະຊາຊົນອ້ອມຂ້າງຈຳນວນໜຶ່ງຕື່ມອີກ.

ຜ່ານການຫັດແອບ-ຝຶກຊ້ອມເຫັນວ່າ ນັກກິລາແຕ່ລະປະເພດ ໄດ້ເອົາໃຈໃສ່ຫັດແອບ-ຝຶກຊ້ອມເປັນທີມ, ຕາມຕາຕະລາງ, ຕາມໂມງເວລາ ແລະ ປະຕິບັດຂໍ້ກຳນົດໃນການນອນສູນໄດ້ເປັນຢ່າງດີ. ມາຮອດປັດຈຸບັນ, ການກະກຽມຄວາມພ້ອມທາງດ້ານຈິດໃຈ, ພາລະກຳລັງ, ເຕັກນິກ-ຍຸດທະວິທີ ແລະ ວຽກງານຮັບປະກັນອື່ນໆ ຂອງນັກກິລາກອງທັບແມ່ນມີຄວາມພ້ອມ 100% ທີ່ຈະເຂົ້າຮ່ວມແຂ່ງຂັນ ແລະ ຍາດເອົາໄຊຊະນະ (ຮັກສາແຊ້ມເປັນເຈົ້າຫລຽນຄຳ) ມາສູ່ກະຊວງປ້ອງກັນປະເທດຕາມແຜນການຄາດກະໄວ້.

ຂໍ້ມູນ-ພາບ: ໜັງສືພິມກອງທັບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version